ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງພະລັງງານໄຟຟ້າ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ

ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງພະລັງງານໄຟຟ້າ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ

ໃນຕອນເຊົ້າຂອງ ວັນທີ 30 ກໍລະກົດ 2023, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸຸດສະຫະກຳ ແຫ່ງຊາດລາວ (ສຄອຊ), ໜ່ວຍງານປຶກສາຫາລືພາກທຸລະກິດຂະແໜງພະລັງງານໄຟຟ້າ

ໄດ້ຈັດກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງພະລັງງານໄຟຟ້າ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ ໂດຍການເປັນປະທານຂອງ ທ່ານ ພາໄຊ ໂຄດອາສາ, ຄະນະບໍລິຫານງານ ສຄອຊ, ຫົວໜ້າໜ່ວຍງານປຶກສາຫາລືພາກທຸລະກິດ ຂະແໜງພະລັງງານໄຟຟ້າ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນຂໍ້ຄິດເຫັນ, ປະສົບການສິ່ງທ້າທາຍຕົວຈິງທີ່ຂະແໜງການພົບພໍ້ ເປັນຕົ້ນແມ່ນ ບັນຫາທີ່ຕິດພັນກັບການດໍາເນີນທຸລະກິດຂອງຂະແໜງພະລັງງານໄຟຟ້າ, ຂອດຂັ້ນການອະນຸມັດເອກະສານ, ການຈັດຕັ້ງປະຕິບັດຂໍ້ກຳນົດໃນສັນຍາສຳປະທານ, ສະຖຽນລະພາບໃນການສະໜອງພະລັງງານໄຟຟ້າ, ການພັດທະນາແຫຼ່ງພະລັງງານສະອາດອື່ນໆທີ່ນອກເໜືອຈາກພະລັງງານນ້ຳ, ການປະຕິຮູບຂະແໜງພະລັງງານໂດຍລວມ, ນິຕິກຳ ແລະ ນະໂຍບາຍຂອງພາກລັດເພື່ີອສົ່ງເສີມຄວາມຍືນຍົງຂອງຂະແໜງການ ເປັນຕົ້ນ. ເພື່ອກໍານົດເອົາບັນຫາບູລິມະສິດຂອງຂະເເໜງການ ສະເໜີຕໍ່ພາກລັດ ເພື່ອພິຈາລະນາແກ້ໄຂ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ລວມທັງໝົດມີິ 35 ກວ່າທ່ານ ເຊິ່ງມາຈາກຫຼາຍໆພາກສ່ວນເຊັ່ນ:​ ລັດວິສາຫະກິດ ໄຟຟ້າລາວ, ຜູ້ຜະລິດໄຟຟ້າ, ຜະລິດອຸປະກອນທີ່ຮັບໃຊ້ເຂົ້າໃນຂະແໜງການໄຟຟ້າ,​ ແລະ ອຶ່ນໆ.

ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນ, ມີລັກສະນະການປຶກສາຫາລືທີ່ສ້າງສັນ ເຊິ່ງ ບາດກ້າວຕໍ່ໄປ ໜ່ວຍງານປຶກສາຫາລື ຈະມີການສັງລວມລາຍລະອຽດບັນຫາ ແລະ ຂໍ້ສະເໜີບູລິມະສິດ ໃຫ້ກອງເລຂາກອງປະຊຸມທຸລະກິດລາວ ເພື່ອນໍາໄປພິຈາລະນາຄັດຈ້ອນເຂົ້າ ໃນຂະບວນການການປຶກສາຫາລືຂອງ ກອງປະຊຸມທຸລະກິດລາວຄັ້ງທີ 15.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword