ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງພະລັງງານໄຟຟ້າ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ

ໃນຕອນເຊົ້າຂອງ ວັນທີ 30 ກໍລະກົດ 2023, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸຸດສະຫະກຳ ແຫ່ງຊາດລາວ (ສຄອຊ), ໜ່ວຍງານປຶກສາຫາລືພາກທຸລະກິດຂະແໜງພະລັງງານໄຟຟ້າ

ໄດ້ຈັດກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງພະລັງງານໄຟຟ້າ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ ໂດຍການເປັນປະທານຂອງ ທ່ານ ພາໄຊ ໂຄດອາສາ, ຄະນະບໍລິຫານງານ ສຄອຊ, ຫົວໜ້າໜ່ວຍງານປຶກສາຫາລືພາກທຸລະກິດ ຂະແໜງພະລັງງານໄຟຟ້າ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນຂໍ້ຄິດເຫັນ, ປະສົບການສິ່ງທ້າທາຍຕົວຈິງທີ່ຂະແໜງການພົບພໍ້ ເປັນຕົ້ນແມ່ນ ບັນຫາທີ່ຕິດພັນກັບການດໍາເນີນທຸລະກິດຂອງຂະແໜງພະລັງງານໄຟຟ້າ, ຂອດຂັ້ນການອະນຸມັດເອກະສານ, ການຈັດຕັ້ງປະຕິບັດຂໍ້ກຳນົດໃນສັນຍາສຳປະທານ, ສະຖຽນລະພາບໃນການສະໜອງພະລັງງານໄຟຟ້າ, ການພັດທະນາແຫຼ່ງພະລັງງານສະອາດອື່ນໆທີ່ນອກເໜືອຈາກພະລັງງານນ້ຳ, ການປະຕິຮູບຂະແໜງພະລັງງານໂດຍລວມ, ນິຕິກຳ ແລະ ນະໂຍບາຍຂອງພາກລັດເພື່ີອສົ່ງເສີມຄວາມຍືນຍົງຂອງຂະແໜງການ ເປັນຕົ້ນ. ເພື່ອກໍານົດເອົາບັນຫາບູລິມະສິດຂອງຂະເເໜງການ ສະເໜີຕໍ່ພາກລັດ ເພື່ອພິຈາລະນາແກ້ໄຂ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ລວມທັງໝົດມີິ 35 ກວ່າທ່ານ ເຊິ່ງມາຈາກຫຼາຍໆພາກສ່ວນເຊັ່ນ:​ ລັດວິສາຫະກິດ ໄຟຟ້າລາວ, ຜູ້ຜະລິດໄຟຟ້າ, ຜະລິດອຸປະກອນທີ່ຮັບໃຊ້ເຂົ້າໃນຂະແໜງການໄຟຟ້າ,​ ແລະ ອຶ່ນໆ.

ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນ, ມີລັກສະນະການປຶກສາຫາລືທີ່ສ້າງສັນ ເຊິ່ງ ບາດກ້າວຕໍ່ໄປ ໜ່ວຍງານປຶກສາຫາລື ຈະມີການສັງລວມລາຍລະອຽດບັນຫາ ແລະ ຂໍ້ສະເໜີບູລິມະສິດ ໃຫ້ກອງເລຂາກອງປະຊຸມທຸລະກິດລາວ ເພື່ອນໍາໄປພິຈາລະນາຄັດຈ້ອນເຂົ້າ ໃນຂະບວນການການປຶກສາຫາລືຂອງ ກອງປະຊຸມທຸລະກິດລາວຄັ້ງທີ 15.

Related Posts

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ, ໃນວັນທີ 17 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,…Read more
ສຄອຊ ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ໃນວັນທີ 8-11 ຕຸລາ 2024 ນີ້

ພິທີຖະແຫລງຂ່າວ ງານກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024ໃນວັນທີ 20 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

ກູ່ມບໍລິສັດ VK ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນທັງຫມົດ 654,423,000 ກີບ

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more

ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024)ໃນວັນທີ 17 ກັນຍາ 2024, ທີ່ ຫ້ອງການສະພາການຄ້າ…Read more

Enter your keyword