ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ປອ ບຸນເສັງ ຄຳມຸນຕີ ຜູ້ອຳນວຍການສະຖາບັນພັດທະນາອາຊີວະສຶກສາ. ກອງປະຊຸມຈະໄດ້ຈັດຂື້ນ ລະຫວ່າງ ວັນທີ 08-10 ພຶດສະພາ 2024, ທີ່: ຫ້ອງປະຊຸມ ໂຮງແຮມຝຶກປະຕິບັດ, ວິທະຍາເຂດວັງວຽງ, ແຂວງ ວຽງຈັນ. ດ້ວຍການມີສ່ວນຮວ່ມຂອງ ຄູຝືກຂອງສະຖານປະກອບການ ທັງສອງຝ່າຍ
ຈຸດປະສົງ:
* ທົບທວນຄືນ ແລະ ແບ່ງປັນປະສົບການ, ຄວາມກ້າວໜ້າ, ຜົນສໍາເລັດ ແລະ ບົດຮຽນທີ່ໄດ້ຮຽນຮູ້ກ່ຽວກັບການຝຶກອົບຮົມ ຄູຝຶກຂອງສະຖານປະກອບການ.
* ທົບທວນຄືນ ແລະ ປັບປຸງ ບັນທຶກຄວາມເຂົ້າໃຈ (MOU)ໃຫ້ສອດຄ່ອງກັບເປົ້າໝາຍ ແລະ ສະພາບຄວາມເປັນຈິງໃນປັດຈຸບັນ.
* ປຶກສາຫາລື ກ່ຽວກັບການນໍາໃຊ້ ມາດຕະຖານອາຊຽນ ຄູຝຶກຂອງສະຖານປະກອບການ (ASEAN In-CTs Standard) ແລະ ສົນທະນາແລກປ່ຽນ ມາດຕະຖານລະດັບຊາດສໍາລັບ ຄູຝຶກຕົ້ນແບບ (Master trainer) ແລະ ຄູຝຶກຂອງສະຖານປະກອບການ (In Company Trainers).
* ປຶກສາຫາລື ກ່ຽວກັບເນື້ອໃນ ແລະ ຮູບແບບການຈັດຝຶກອົບຮົມ ຄູຝຶກຂອງສະຖານປະກອບ.
* ປຶກສາຫາລື ການພັດທະນາ/ຍົກລະດັບ ຂີດຄວາມສາມາດຂອງ ຄູຝຶກຕົ້ນແບບ (Master Trainers).

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword