ກອງປະຊຸມກະກຽມການຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ
ກອງປະຊຸມກະກຽມການຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ, China-ASEAN Business and Investment Summit (CABIS) ຄັ້ງທີ່ 21, ໃນວັນທີ 09-11 ກໍລະກົດ 2024, ທີ່ ນະຄອນໜານໜິງ, ແຂວງກ່ວາງຊີ ສປ ຈີນ.
ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມກະກຽມການຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ, China-ASEAN Business and Investment Summit (CABIS) ຄັ້ງທີ່ 21, ທີ່ຈະຈັດຂື້ນໃນວັນທີ 16-20 ກັນຍາ 2024 ທີ່ຈະມາເຖີງນີ້


ພາຍໃນກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ, ໂດຍລວມແມ່ນເຫັນດີເປັນເອກະພາບຕໍ່ແຜນກິດຈະກຳໃນການຈັດກອງປະຊຸມ CABIS ຄັ້ງທີ່ 21, ເຊິ່ງ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ ໄດ້ມີຄຳເຫັນ ແລະ ເຫັນດີເປັນເອກະພາບໃນກອງປະຊຸມ ໂດຍສະເພາະ ເພິ່ມທະວີການຮ່ວມມືກັນ ເພື່ອນໍາໃຊ້ RCEP ໃຫ້ເກີດປະໂຫຍດສູງສຸດ ເຊັ່ນ: ກົນໄກການຮ່ວມມືທາງດ້ານອຸດສາຫະກຳ ເຕັກໂນໂລຊີ, ການອໍານວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ຄວາມໂປງໃສໃນການຫຼຸດສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ກໍ່ໄດ້ເຊື້ອເຊີນ ບັນດາປະເທດອາຊຽນ ແລະ ສປ ຈີນ ຮ່ວມສະໜັບສະໜູນ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ ໃນກອງປະຊຸມສຸດຍອດທຸລະກິດ ອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນ ເດືອນຕຸລາ ຈະມາເຖິງນີ້ ເພື່ອໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

