ກອງປະຊຸມກະກຽມການຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ

ກອງປະຊຸມກະກຽມການຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ

ກອງປະຊຸມກະກຽມການຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ, China-ASEAN Business and Investment Summit (CABIS) ຄັ້ງທີ່ 21, ໃນວັນທີ 09-11 ກໍລະກົດ 2024, ທີ່ ນະຄອນໜານໜິງ, ແຂວງກ່ວາງຊີ ສປ ຈີນ.

ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມກະກຽມການຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ, China-ASEAN Business and Investment Summit (CABIS) ຄັ້ງທີ່ 21, ທີ່ຈະຈັດຂື້ນໃນວັນທີ 16-20 ກັນຍາ 2024 ທີ່ຈະມາເຖີງນີ້
ຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືຖອດຖອນບົດຮຽນກອງປະຊຸມ CABIS ຄັ້ງທີ 20 ໃນປີຜ່ານມາ ແລະ ວາງແຜນໃນການຈັດກອງປະຊຸມຄັ້ງທີ 21 ພ້ອມດຽວກັນນັ້ນ ຍັງໄດ້ປຶກສາຫາລືລົງນາມສ້າງຕັ້ງ ສະພາທຸລະກິດ ຈີນ ອາຊຽນ (China-ASEAN Business Council-CABC) ເພື່ອເປັນກົນໄກສົ່ງເສີມກາານຮ່ວມມືທຸລະກິດ ຈີນ-ອາຊຽນ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການເຊື່ອມໂຍງເສດຖະກິດໃນພາກພື້ນ, ເປີດກ້ວາງຕ່ອງໂສ້ການຮ່ວມມືທາງດ້ານອຸດສາຫະກຳການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຜັນຂະຫຍາຍກອບການຮ່ວມມືເຊີງກັນ ແລະ ກັນຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີໃສມໜ້າໃໝ່ ແລະ ປະສົບຜົນສຳເລັດທີ່ຍິ່ງໃຫຍ່ກ່ວາເກົ່າ, ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດສູງສຸດ, ກອງປະຊຸມໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ Tan Pichuang, ຮອງເຈົ້າແຂວງກວ່າງຊີ, ສປ ຈີນ, ທ່ານ Zhang Shaogang, ຮອງປະທານ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT), ບັນດາຮອງປະທານສະພາການຄ້າ ແລະ ອຸດສາຫະກຳຈາກບັນດາປະເທດ ອາຊຽນ ພ້ອມຄະນະ ແລະ ຫົວໜ່ວຍທຸລະກິດຈີນ ລວມທັງໝົດ 50 ກວ່າທ່ານ
.
ພາຍໃນກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ, ໂດຍລວມແມ່ນເຫັນດີເປັນເອກະພາບຕໍ່ແຜນກິດຈະກຳໃນການຈັດກອງປະຊຸມ CABIS ຄັ້ງທີ່ 21, ເຊິ່ງ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ ໄດ້ມີຄຳເຫັນ ແລະ ເຫັນດີເປັນເອກະພາບໃນກອງປະຊຸມ ໂດຍສະເພາະ ເພິ່ມທະວີການຮ່ວມມືກັນ ເພື່ອນໍາໃຊ້ RCEP ໃຫ້ເກີດປະໂຫຍດສູງສຸດ ເຊັ່ນ: ກົນໄກການຮ່ວມມືທາງດ້ານອຸດສາຫະກຳ ເຕັກໂນໂລຊີ, ການອໍານວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ຄວາມໂປງໃສໃນການຫຼຸດສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ກໍ່ໄດ້ເຊື້ອເຊີນ ບັນດາປະເທດອາຊຽນ ແລະ ສປ ຈີນ ຮ່ວມສະໜັບສະໜູນ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ ໃນກອງປະຊຸມສຸດຍອດທຸລະກິດ ອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນ ເດືອນຕຸລາ ຈະມາເຖິງນີ້ ເພື່ອໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword