ສຄອຊ, ຂສລ ແລະ ບໍລິສັດ China-ASEAN Information Harbor ສປ ຈີນ ເພິ່ມທະວີການຮ່ວມມືແລກປ່ຽນບົດຮຽນກ່ຽວກັບວຽກງານຂໍ້ມູນຂ່າວສານສິນເຊື່ອ

ໃນວັນທີ 05 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ຊາດລາວ (ສຄອຊ), ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອ  ແຫ່ງ ສປປ ລາວ (ຂສລ) ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ China-ASEAN Information Harbor Co., Ltd

ວ່າດ້ວຍການແລກປ່ຽນບົດຮຽນກ່ຽວກັບວຽກງານຂໍ້ມູນຂ່າວສານສິນເຊື່ອ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ຊາດລາວ, ທ່ານ ຈິນດາໄມ ວິໄລຫົງ ຜູ້ອຳນວຍການ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອ  ແຫ່ງ ສປປ ລາວ ແລະ ທ່ານ Xiaoyu Huang ຜູ້ອຳນວຍການ ບໍລິສັດ China-ASEAN Information Harbor Co., Ltd. ສປ ຈີນ ແລະ ມີບັນດາຄະນະທີ່ກ່ຽວຂ້ອງຂອງທັງສາມພາກສ່ວນເຂົົ້າຮ່ວມ.

ເຊິງຈຸດປະສົງຕົ້ນຕໍແມ່ນເພື່ອເພິ່ມທະວີການຮ່ວມມືໃນການຈັດກິດຈະກຳ ແລະ ການເຝີກອົບຮົມຕ່າງໆ ທາງດ້ານການຈັດຕັ້ງ ແລະ ວິທີການຄຸ້ມຄອງວຽກງານຂໍ້ມູນຂ່າວສານເຕັກໂນໂລຊີ ແລະ ການຮ່ວມມືຕ່າງໆ ທີ່ກ່ຽວຂ້ອງໂດຍແນ່ໃສ່ ສ້າງຄວາມເຊື່ອຖືໃຫ້ແກ່ຫົວຫນ່ວຍທຸລະກິດ ໃຫ້ສາມາດເຂົ້າຫາແຫລ່ງທຶນໄດ້ຕາມລະບຽບຫລັກການຂອງທະນາຄານ ແລະສະຖາບັນການເງິນ. ພ້ອມດຽວກັນນັ້ນ ຈະຊ່ວຍສະໜັບສະໜູນດຶງດູດນັກລົງທຶນທີ່ມີທ່າແຮງຈາກ ຕ່າງປະເທດໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ, ເພື່ອຕັດສິນໃຈ ເຂົ້າມາດຳເນິນທຸລະກິດ ແລະ ຮ່ວມມືກັບທຸລະກິດລາວໃຫ້ນັບມື້ນັບຫຼາຍຂື້ນ, ແລະ ມີປະສິດທິຜົນ,ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງໃນການພັດທະນາເສດຖະກິດຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢູດຢັ້ງ.

ລາຍລະອຽດສາມາດປະສານ: ສຄອຊ

Related Posts

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more

Enter your keyword