ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ເປັນກຽດເຂົ້າຮ່ວມເປັນຄະນະປະທານ ໃນພິທີເປີດໂຕ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ
ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເປັນກຽດເຂົ້າຮ່ວມເປັນຄະນະປະທານ ໃນພິທີເປີດໂຕ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ
ແລະ ພິທີເຊັນສັນຍາຮ່ວມມື ລະຫວ່າງ ສະຖາບັນ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ແລະ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ ໃນວັນທີ 28 ຕຸລາ 2024 ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ
ເຊີ່ງງານດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສືສານ, ທ່ານ ປອ ປະດັບໄຊ ໄຊຍະໂຄດ ຫົວໜ້າ ສະຖາບັນ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ທ່ານ ສີສະຫວັນ ມາຍົງເຊີນ ປະທານກຸ່ມບໍລິສັດຮຸ່ງອາລຸນ. ມີບັນດາ ອົງກອນທີ່ກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມຫຼາຍກ່ວາ 150 ທ່ານ.

