ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ເປັນກຽດເຂົ້າຮ່ວມເປັນຄະນະປະທານ ໃນພິທີເປີດໂຕ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ເປັນກຽດເຂົ້າຮ່ວມເປັນຄະນະປະທານ ໃນພິທີເປີດໂຕ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເປັນກຽດເຂົ້າຮ່ວມເປັນຄະນະປະທານ ໃນພິທີເປີດໂຕ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ

ແລະ ພິທີເຊັນສັນຍາຮ່ວມມື ລະຫວ່າງ ສະຖາບັນ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ແລະ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ ໃນວັນທີ 28 ຕຸລາ 2024 ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ
ເຊີ່ງງານດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສືສານ, ທ່ານ ປອ ປະດັບໄຊ ໄຊຍະໂຄດ ຫົວໜ້າ ສະຖາບັນ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ທ່ານ ສີສະຫວັນ ມາຍົງເຊີນ ປະທານກຸ່ມບໍລິສັດຮຸ່ງອາລຸນ. ມີບັນດາ ອົງກອນທີ່ກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມຫຼາຍກ່ວາ 150 ທ່ານ.
ງານເປີດໂຕບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ ເປັນບໍລິສັດໜື່ງໃນກຸ່ມບໍລິສັດ ຮູ່ງອາລຸນ ໂລຈິດຕິກ ໃຫ້ການບໍລິການໃນການພັດທະນາແອັບພິເຄຊັນໂທລະສັບມືຖື, ເວັບໄຊຕ໌, ແລະ ການພັດທະນາໂຄງລ່າງພື້ນຖານລະບົບໄອທີ. ໃຫ້ຄໍາແນະນໍາເຕັກໂນໂລຊີ ແລະ ຍັງໄດ້ເຊັນສັນຍາຮ່ວມມື ລະຫວ່າງ (ສຕສ) ແລະ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ ເພື່ອໃຫ້ການຝຶກອົບຮົມສຳລັບນັກສຶກສາທີ່ມີຄວາມສົນໃຈດ້ານໄອທີ ແລະ ຍັງເປັນບາດກ້າວສຳຄັນໃນການພັດທະນາບຸກຄະລາກອນດ້ານໄອທີ ຂອງ ສປປ ລາວ ເພື່ອອອກມາຮັບໃຊ້ສັງຄົມອີກດ້ວຍ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword