ພິທີເຊັນສັນຍາຮ່ວມມືຍຸດທະສາດ ໃນໂຄງການ ການຜະລິດ, ການສະໜອງລູກໄກ່ນ້ອຍ ແລະ ການສະໜອງຊີ້ນໄກ່
ນະຄອນຫຼວງວຽງຈັນ, 16 ກຸມພາ 2026. ສະມາຄົມທຸລະກິດກະສິກຳລາວ ໄດ້ຈັດພິທີເຊັນສັນຍາຮ່ວມມືຍຸດທະສາດ ໃນໂຄງການ “ການຜະລິດ, ການສະໜອງລູກໄກ່ນ້ອຍ ແລະ ການສະໜອງຊີ້ນໄກ່” ລະຫວ່າງ 4 ພາກສ່ວນທຸລະກິດ,
ເພື່ອຍົກລະດັບມາດຕະຖານການຜະລິດກະສິກຳລາວ ຕັ້ງແຕ່ຕົ້ນນ້ຳຈົນເຖິງປາຍນ້ຳ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນໄດ້.
ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ), ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພຸດທະສອນ ພົມວິໄສ ຮອງເລຂາທິການ ສຄອຊ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ພ້ອມດ້ວຍ ບໍລິສັດຄູ່ຮ່ວມສັນຍາ ໄດ້ແກ່: ບໍລິສັດ ເວີດພີສ ດີວີໂລບເມັນ (ລາວ), ບໍລິສັດ ລວຍແສນຟາມ (ປະເທດໄທ), ບໍລິສັດ ເມືອງລາວຟູດ, ແລະ ບໍລິສັດ ສົມແສງເດືອນ ພັດທະນາກະສິກຳ ຈຳກັດຜູ້ດຽວ. ນອກຈາກນີ້ ຍັງມີຮອງປະທານຄະນະບໍລິຫານງານ ສະມາຄົມທຸລະກິດກະສິກຳລາວ ແລະ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 30 ທ່ານ.
ການຮ່ວມມືໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ແກ່ ສປປ ລາວ, ໂດຍສະເພາະແມ່ນການແກ້ໄຂບັນຫາການຂາດແຄນລູກໄກ່ໃນທ້ອງຕະຫຼາດ. ພາຍໃຕ້ສັນຍານີ້, ບັນດາບໍລິສັດຈະຮ່ວມມືກັນຜະລິດ ແລະ ສະໜອງ ລູກໄກ່ພັນໄຂ່, ລູກໄກ່ພັນຊີ້ນ ແລະ ລູກໄກ່ລາດ ທີ່ມີຄຸນນະພາບສູງ ໃຫ້ແກ່ບັນດາຜູ້ປະກອບການກະສິກຳ, ສະມາຊິກສະມາຄົມ ແລະ ກຸ່ມການຜະລິດກະສິກຳຕ່າງໆ ເພື່ອນຳໄປລ້ຽງ ແລະ ສະໜອງສູ່ທ້ອງຕະຫຼາດຢ່າງຕໍ່ເນື່ອງ.ທ່ານ ບຸນທ່ຽງ ລັດຕະນະວົງ, ປະທານສະມາຄົມທຸລະກິດກະສິກຳລາວ ໄດ້ກ່າວມີຄຳເຫັນໃນຄວາມສຳຄັນຂອງໂຄງການນີ້ວ່າ: “ການຮ່ວມມືໃນຄັ້ງນີ້ ເກີດຂຶ້ນຈາກວິໄສທັດທີ່ຕ້ອງການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າ ແລະ ປະຕິບັດຕາມທິດຊີ້ນຳຂອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ. ປັດຈຸບັນ, ການຜະລິດລູກໄກ່ເພື່ອສະໜອງພາຍໃນຍັງບໍ່ພຽງພໍ ເຮັດໃຫ້ຕ້ອງເພິ່ງພາການນຳເຂົ້າຈາກປະເທດເພື່ອນບ້ານຈໍານວນຫຼາຍ ເຊິ່ງມີຄວາມສ່ຽງສູງທັງເລື່ອງອັດຕາການຕາຍຂອງລູກໄກ່ໃນໄລຍະຂົນສົ່ງ ແລະ ຕົ້ນທຶນທີ່ເພີ່ມຂຶ້ນຈາກຄ່າຂົນສົ່ງ.”
ການລົງນາມໃນຄັ້ງນີ້ ຖືເປັນບາດກ້າວສຳຄັນຂອງກະສິກຳລາວ ໃນການຫັນປ່ຽນຈາກການ “ນຳເຂົ້າ” ມາສູ່ການ “ຜະລິດເອງ” ຢ່າງເຕັມຮູບແບບ, ເຊິ່ງຈະເປັນພື້ນຖານສຳຄັນໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງຊາດໃນໄລຍະຍາວ.
