ພິທີເຊັນສັນຍາຮ່ວມມືຍຸດທະສາດ ໃນໂຄງການ ການຜະລິດ, ການສະໜອງລູກໄກ່ນ້ອຍ ແລະ ການສະໜອງຊີ້ນໄກ່

ພິທີເຊັນສັນຍາຮ່ວມມືຍຸດທະສາດ ໃນໂຄງການ ການຜະລິດ, ການສະໜອງລູກໄກ່ນ້ອຍ ແລະ ການສະໜອງຊີ້ນໄກ່

ນະຄອນຫຼວງວຽງຈັນ, 16 ກຸມພາ 2026. ສະມາຄົມທຸລະກິດກະສິກຳລາວ ໄດ້ຈັດພິທີເຊັນສັນຍາຮ່ວມມືຍຸດທະສາດ ໃນໂຄງການ “ການຜະລິດ, ການສະໜອງລູກໄກ່ນ້ອຍ ແລະ ການສະໜອງຊີ້ນໄກ່” ລະຫວ່າງ 4 ພາກສ່ວນທຸລະກິດ,

ເພື່ອຍົກລະດັບມາດຕະຖານການຜະລິດກະສິກຳລາວ ຕັ້ງແຕ່ຕົ້ນນ້ຳຈົນເຖິງປາຍນ້ຳ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນໄດ້.
ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ), ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພຸດທະສອນ ພົມວິໄສ ຮອງເລຂາທິການ ສຄອຊ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ພ້ອມດ້ວຍ ບໍລິສັດຄູ່ຮ່ວມສັນຍາ ໄດ້ແກ່: ບໍລິສັດ ເວີດພີສ ດີວີໂລບເມັນ (ລາວ), ບໍລິສັດ ລວຍແສນຟາມ (ປະເທດໄທ), ບໍລິສັດ ເມືອງລາວຟູດ, ແລະ ບໍລິສັດ ສົມແສງເດືອນ ພັດທະນາກະສິກຳ ຈຳກັດຜູ້ດຽວ. ນອກຈາກນີ້ ຍັງມີຮອງປະທານຄະນະບໍລິຫານງານ ສະມາຄົມທຸລະກິດກະສິກຳລາວ ແລະ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 30 ທ່ານ.
ການຮ່ວມມືໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ແກ່ ສປປ ລາວ, ໂດຍສະເພາະແມ່ນການແກ້ໄຂບັນຫາການຂາດແຄນລູກໄກ່ໃນທ້ອງຕະຫຼາດ. ພາຍໃຕ້ສັນຍານີ້, ບັນດາບໍລິສັດຈະຮ່ວມມືກັນຜະລິດ ແລະ ສະໜອງ ລູກໄກ່ພັນໄຂ່, ລູກໄກ່ພັນຊີ້ນ ແລະ ລູກໄກ່ລາດ ທີ່ມີຄຸນນະພາບສູງ ໃຫ້ແກ່ບັນດາຜູ້ປະກອບການກະສິກຳ, ສະມາຊິກສະມາຄົມ ແລະ ກຸ່ມການຜະລິດກະສິກຳຕ່າງໆ ເພື່ອນຳໄປລ້ຽງ ແລະ ສະໜອງສູ່ທ້ອງຕະຫຼາດຢ່າງຕໍ່ເນື່ອງ.
ທ່ານ ບຸນທ່ຽງ ລັດຕະນະວົງ, ປະທານສະມາຄົມທຸລະກິດກະສິກຳລາວ ໄດ້ກ່າວມີຄຳເຫັນໃນຄວາມສຳຄັນຂອງໂຄງການນີ້ວ່າ: “ການຮ່ວມມືໃນຄັ້ງນີ້ ເກີດຂຶ້ນຈາກວິໄສທັດທີ່ຕ້ອງການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າ ແລະ ປະຕິບັດຕາມທິດຊີ້ນຳຂອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ. ປັດຈຸບັນ, ການຜະລິດລູກໄກ່ເພື່ອສະໜອງພາຍໃນຍັງບໍ່ພຽງພໍ ເຮັດໃຫ້ຕ້ອງເພິ່ງພາການນຳເຂົ້າຈາກປະເທດເພື່ອນບ້ານຈໍານວນຫຼາຍ ເຊິ່ງມີຄວາມສ່ຽງສູງທັງເລື່ອງອັດຕາການຕາຍຂອງລູກໄກ່ໃນໄລຍະຂົນສົ່ງ ແລະ ຕົ້ນທຶນທີ່ເພີ່ມຂຶ້ນຈາກຄ່າຂົນສົ່ງ.”
ການລົງນາມໃນຄັ້ງນີ້ ຖືເປັນບາດກ້າວສຳຄັນຂອງກະສິກຳລາວ ໃນການຫັນປ່ຽນຈາກການ “ນຳເຂົ້າ” ມາສູ່ການ “ຜະລິດເອງ” ຢ່າງເຕັມຮູບແບບ, ເຊິ່ງຈະເປັນພື້ນຖານສຳຄັນໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງຊາດໃນໄລຍະຍາວ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword