ກອງປະຊຸມຜ່ານ ແລະ ຮັບຮອງ TOR ຂອງກົນໄກການປະສານງານໃນການຕອບໂຕ້ໄພພິບັດຂອງພາກທຸລະກິດ ແລະ ພາກເອກະຊົນ
ນະຄອນຫລວງວຽງຈັນ – ໃນວັນທີ 27 ກຸມພາ 2026, ທີ່ໂຮງແຮມລາວພລາຊາ ໄດ້ຈັດກອງປະຊຸມ ກອງປະຊຸມຜ່ານ ແລະ ຮັບຮອງ TOR ຂອງກົນໄກການປະສານງານ
ໃນການຕອບໂຕ້ໄພພິບັດຂອງພາກທຸລະກິດ ແລະ ພາກເອກະຊົນ ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມ ສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ແລະ ມີຜູ້ຕາງໜ້າເຂົ້າຮ່ວມ ຈາກພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງລວມທັງໝົດ ປະມານ 50 ທ່ານ.
ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ໃຫ້ກຽດກ່າວເປີດກອງປະຊຸມ ແລະ ໄດ້ເນັ້ນຄວາມສຳຄັນການຄຸ້ມຄອງໄພພິບັດ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ອາດຈະເກີດຂຶ້ນໂດຍສະເພາະໜ້າວຽກຂອງພາກທຸລະກິດ ແລະ ພາກເອກະຊົນ ທີ່ກ່ຽວຂ້ອງ ແລະ ສະເໜີໃຫ້ຜູ້ເຂົ້າຮ່ວມທັງໝົດຊ່ວຍຄົ້ນຄ້ວາ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ຕໍ່ຮ່າງຂໍ້ກຳນົດພາລະບົດບາດຂອງພາກທຸລະກິດ ແລະ ເອກະຊົນ ຕໍ່ກົນໄກການຕອບໂຕ້ໄພພິບັດ ແລະ ການມີສ່ວນຮ່ວມຕ່າງໆ ເພື່ອແນ່ໃສ່ກະກຽມຄວາມພ້ອມ ແລະ ການມີສ່ວນຮ່ວມຂອງພາກເອກະຊົນໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃຫ້ມີປະສິດທິຜົນສູງສຸດ.
ເນື້ອໃນການສົນທະນາຕົ້ນຕໍມີຄືດັ່ງນີ້:
1. ການໂຄສະນາເຜີຍແຜ່ແລະປູກຈິດສຳນຶກຕໍ່ເຂດທີ່ມີຄວາມສ່ຽງແລະການຮັບມືໄພພິບັດ.
2.ການກະກຽມຄວາມພ້ອມຮັບມື, ປ້ອງກັນແລະການຕອບໂຕ້ໄພພິບັດຄວນມີຫຍັງແດ່.
3.ຄວນມີແຜນວິທີການແນວໃດຕໍ່ການແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆ ທີ່ອາດເກີດຂຶ້ນ ໂດຍອີງຕາມປະສົບການ ແລະ ບົດຮຽນທີ່ຜ່ານມາ ແລະ ອື່ນໆ.
ລາຍລະອຽດຜົນກອງປະຊຸມຕິດຕໍ່ພະແນກພັດທະນາຜູ້ປະກອບການ ແລະ ກິດຈະການຕາງຫນ້າຜູ້ໃຊ້ແຮງງານ.
