ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ວັນທີ 20 ກຸມພາ 2018, ໂຮງແຮມ Crowne Plaza Vientiane

ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ວັນທີ 20 ກຸມພາ 2018, ໂຮງແຮມ Crowne Plaza Vientiane

ວັນທີ 20 ກຸມພາ 2018 ທີ່ໂຮງແຮມ Crowne Plaza Vientiane,  ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອ​ຊ) ແລະ ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ຂອງພາກລັດ ແລະ ພາກທຸລະກິດ ຂຶ້ນ

ໂດຍ ການເປັນປະທານຮ່ວມຂອງທ່ານ ​ສິລິສໍາພັນ ວໍຣະຈິດ, ​ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ,   ແລະ ທ່ານນາງ ວາລີ ເວດຊະພົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປີດໂອກາດໃຫ້ຕົວແທນໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ບັນດາສະມາຊິກ ໄດ້ຮ່ວມປຶກສາຫາລືກັບໜ່ວຍງານທີ່ກ່ຽວຂ້ອງຂອງລັດຖະບານ ເພື່ອຄົ້ນຄວ້າ ແລະ ແກ້ໄຂ ບັນຫາ ຫຼື ຂໍ້ຂ້ອງໃຈທີ່ພາກທຸລະກິດຍົກຂຶ້ນ ເພື່ອລາຍງານຕໍ່ກອງປະຊຸມທຸລະກິດລາວຄັ້ງທີ11 ທີ່ຄາດ​ວ່າ​ຈະ​ຖືກ​ຈັດ​ຂຶ້ນ ໃນ​ເດືອນ ເມສາ 2018.

ນອກຈາກນີ້ ຜູ້ເຂົ້າຮ່ວມກອງປະຊຸມກໍ່ຄື ຕາງໜ້າພາກທຸລະກິດຂະແໜງການຕ່າງໆ  ກໍ່ໄດ້ຮ່ວມກັນສະເໜີບັນຫາທີ່ພົບພໍ້ໃນການດຳເນີນທຸລະກິດ ເປັນຕົ້ນແມ່ນ ບັນຫາ ການຂໍຈົດທະບຽນວິສາຫະກິດ ແລະ ຂໍໃບອະນຸຍາດດໍາເນີນທຸລະກິດ,          ການດໍາເນີນທຸລະກິດທີ່ບໍ່ໄດ້ຈົດທະບຽນຖືກຕ້ອງຕາມລະບຽບກົດໝາຍ ແລະບໍ່ມີໃບອະນຸຍາດດໍາເນີນທຸລະກິດ,  ນະໂຍບາຍ ສົ່ງເສີມ Startups (E-Commerce) ຈາກລັດຖະບານ, ການຂໍ ວີຊາ ສໍາລັບ ພະນັກງານ ສະພາການຄ້າຕ່າງປະເທດ ປະຈໍາລາວ,  ການສົ່ງເສີມການທ່ອງທ່ຽວ,  ແລະ ບັນຫາ ຄ່າທໍານຽມຂຶ້ນທະບຽນ ອ.ຍ  ແລະ ຄ່າທໍານຽມຈົດເຄື່ອງໝາຍການຄ້າ ແລະ ແພງ ແລະ ບໍ່ເປັນລະບົບ, ເຊິ່ງຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ຮັບເອົາບັນຫາທີ່ພາກທຸລະກິດສະເໜີໄປຄົ້ນຄວ້າຕື່ມເພື່ອຊອກຫາວິທີແກ້ໄຂຮ່ວມກັນຢ່າງມີປະສິດຕິຜົນ ແລະເພື່ອເຮັດໃຫ້ສະພາບແວດລ້ອມການດໍາເນີນທຸລະກິດ ມີຄວາມຍຸດຕິທໍາ, ໂປ່ງໃສ, ເປັນເອກະພາບກັນ , ມີຂັ້ນຕອນທີ່ສະດວກ ແລະຊັດເຈນຂຶ້ນ, ແລະມີຄ່າໃຊ້ຈ່າຍທີ່ໜ້ອຍລົງ.

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more

Enter your keyword