ກອງປະຊຸມພົບປະຊາວຝຣັ່ງໂກໂຟນ ເພື່ອປຶກສາຫາລືກ່ຽວກັບ  ພາສາຝຣັ່ງ ຄືທຸກສິ່ງທຸກຢ່າງຂອງຂ້ອຍສຳລັບອານາຄົດ “Le francais, mon atout pour I’avenir” ເວທີສົນທະນາແລກປ່ຽນປະສົບການຂອງບຸກຄົນທີ່ໃຊ້ພາສາຝຣັ່ງ ແລະ ກອງປະຊຸມໂຕະມົນ

ໃນເວລາ 9:00-16:00 ຂອງ ວັນທີ 21 ມີນາ 2018 ທີ່ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດກອງປະຊຸມພົບປະຊາວຝຣັ່ງໂກໂຟນ ເພື່ອປຶກສາຫາລືກ່ຽວກັບ  ພາສາຝຣັ່ງ ຄືທຸກສິ່ງທຸກຢ່າງຂອງຂ້ອຍສຳລັບອານາຄົດ “Le francais, mon atout pour I’avenir” ເວທີສົນທະນາແລກປ່ຽນປະສົບການຂອງບຸກຄົນທີ່ໃຊ້ພາສາຝຣັ່ງ ແລະ ກອງປະຊຸມໂຕະມົນ.

ໂດຍມີບຸກຄົນທີ່ສຳຄັນເຂົ້າຮ່ວມ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ສີນຸກ ສີສົມບັດ ປະທານ ບໍລິສັດ ກາເຟ ສີນຸກ ແລະ ບຸກຄົນທີ່ສຳຄັນຜູ້ອື່ນໆ.

ການພົບປະດັ່ງກ່າວໄດ້ຖືກຈັດຂຶ້ນພາຍໃຕ້ການຮ່ວມມືຂອງມະຫາວິທະຍາໄລແຫ່ງຊາດ, ສະຖານທູດຝຣັ່ງ, ອົງການມະຫາວິທະຍາໄລຝຣັ່ງໂກໂຟນີ, ສະຖາບັນຝຣັ່ງ ແລະ ສູນຝຣັ່ງໂກໂຟນ. ໃນງານດັ່ງກ່າວນີ້ຕອນເຊົ້າແມ່ນໄດ້ມີການຈັດເວທີປຶກສາຫາລືແລກປ່ຽນປະສົບການຂອງບັນດາຜູ້ທີ່ປະສົບຜົນສໍາເລັດໂກໂຟນ ແລະ ໃນຕອນບ່າຍຂອງວັນດຽວກັນໄດ້ຈັດກອງປະຊຸມໂຕະມົນເຊິ່ງບັນດາບຸກຄົນສໍາຄັນຝ່າຍລາວ ລາວທີ່ຮູ້ພາສາຝຣັ່ງຈະໄດ້ມີການແລກປ່ຽນກ່ຽວກັບພາລະບົດບາດຂອງພາສາຝຣັ່ງຕໍ່ກັບຊີວິດປະຈໍາວັນ ແລະ ຕໍ່ການປະຕິບັດວຽກງານຕົວຈິງຂອງເຂົາເຈົ້າ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword