ກອງປະຊຸມປຶກສາຫາລື ລະຫວ່າງຂະແໜງການກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດ

ພາຍໃນພາຍໃຕ້ກົນໄກ ກອງປະຊຸມ ທຸລະກິດລາວ (Lao Business Forum) ໃນວັນທີ 14 ກຸມພາ 2024, ທີ່ຫ້ອງປະຊຸມໂຮງແຮມລາວພລາຊາ
ກອງເລຂາກອງປະຊຸມທຸລະກິດລາວ (LBF) ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(LNCCI) ຮ່ວມກັນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ-ທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດພາຍໃນ ພາຍໃຕ້ກົນໄກ LBF. ໂດຍການເປັນປະທານຮ່ວມຂອງ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 73 ທ່ານ ລວມທັງຈາກພາກທຸລະກິດ ແລະ ພາກລັດ. ຜູ້ຕາງໜ້າຈາກຫຼາຍສະມາຄົມໃນ ສປປ ລາວ ໄດ້ເຂົ້າຮ່ວມລວມມີ: ສະມາຊິກຈາກ ສະພາການຄ້າອົດສະຕຣາລີ ແຫ່ງ ສປປ ລາວ (AustCham Lao), ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈຳລາວ (ECCIL), ກຸ່ມນັກທຸລະກິດອັງກິດ ແຫ່ງ ສປປ ລາວ (BBGL), ສະມາຄົມຫັດຖະກຳລາວ, ສະມາຄົມ ອຸດສາຫະກຳຕັດຫຍິບລາວ, ສະມາຄົມ ຂົນສົ່ງລາວ LITFA, ສະມາຄົມ ຜະລິດ ແລະ ປູງແຕ່ງກະສິກໍາລາວ, ແລະ ສະມາຄົມ ຢາງພາລາ ລາວ. ໃນສ່ວນຂອງທາງພາກລັດແມ່ນໄດ້ມີ 4 ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມມີ: ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງ ການເງິນ, ແລະ ຕາງໜ້າຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
ຈຸດປະສົງຂອງກອງປະຊຸມໃນມື້ນີ້ແມ່ນເພື່ອ ປຶກສາຫາລື ຂໍ້ສະເໜີການແກ້ໄຂບັນຫາ ທີ່ຕິດພັນກັບວຽກງານການອຳນວຍຄວາມສະດວກດ້ານການຄ້າ, ການສົ່ງເສີມການຜະລິດສິນຄ້າ, ແລະ ວຽກງານອື່ນໆ ທີ່ນອນຢູ່ໃນຄວາມຮັບຜິດຊອບ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າເພື່ອສຶບຕໍ່ປຶກສາຫາລືຫາຊ່ອງທາງການແກ້ໄຂ 03 ຂໍ້ສະເໜີເກົ່າ ທີ່ໄດ້ປຶກສາຫາລືມາແລ້ວ ແລະ 06 ຂໍ້ສະເໜີໃໝ່ຈະປຶກສາຫາລືໃນກອງປະຊຸມມື້ນີ້.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword