ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ

ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ນຳພານັກທຸລະກິດ ເຂົ້າຮ່ວມໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມຄະນະ, ມີທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮັກສາການຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ບັນດາຮອງລັດຖະມົນຕີກະຊວງກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ.
ເພື່ອເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກວ່າດ້ວຍເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ທິດຊີ້ນຳ ຂອງທ່ານປະທານປະເທດ ຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໃນກາງເດືອນກໍລະກົດທີ່ຜ່ານມາ ຕໍ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ.
ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດກອງທຶນສົ່ງເສີມ ວິສາຫະກິດ ໃນໄລຍະຜ່ານມາ ແລະ ສະເໜີທິດທາງໃນຕໍ່ໜ້າ; ສະພາບການສະໜອງສິນເຊື່ອ ເພື່ອສົ່ງເສີມການຜະລິດເປັນສິນຄ້າ ໄລຍະຜ່ານມາ. ຈາກນັ້ນ, ຕາງໜ້າຜູ້ປະກອບການທຸລະກິດດ້ານຕ່າງໆ ກໍໄດ້ປະກອບຄຳຄິດເຫັນ ຕໍ່ສະພາບການຜະລິດພາຍໃນ, ການສະໜອງສິນເຊື່ອ, ລວມທັງທ່າແຮງ, ຂໍ້ຈຳກັດ ແລະ ສິ່ງທ້າທາຍ ໃນວຽກງານດັ່ງກ່າວ ຂອງ ສປປ ລາວ ກໍຄື ຂອງພາກທຸລະກິດ. ຜ່ານການປະກອບຄຳເຫັນຢ່າງຫລາກຫລາຍ ເຫັນວ່າຜູ້ເຂົ້າຮ່ວມ ໄດ້ໃຫ້ການສະໜູນ ຕໍ່ທິດທາງໃນການສ້າງກອງທຶນດອກເບ້ຍຕໍ່າ ໂດຍການມີສ່ວນຮ່ວມຂອງພາກທຸລະກິດ ແລະ ຜູ້ປະກອບການ ທີ່ມີກຳລັງແຮງທາງດ້ານເສດຖະກິດ ເພື່ອສົ່ງເສີມການຜະລິດພາຍໃນ ໃຫ້ເປັນລະບົບ ແລະ ເຂັ້ມແຂງຂຶ້ນເປັນກ້າວໆ ບົນພື້ນຖານຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ຍືນຍົງ. ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ສະຫລຸບສັງລວມເນື້ອໃນ ກໍຄື ຜົນຂອງການດຳ ເນີນກອງປະຊຸມຄັ້ງນີ້, ພ້ອມທັງ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ພາກສ່ວນທີ່ກ່ຽວຂ້ອງຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານແຫ່ງ ສປປ ລາວ ສົມທົບກັນປຶກສາຫາລື ແລະ ຖອດຖອນບົດຮຽນ ໃນການຄົ້ນຄວ້າສ້າງກອງທຶນສົ່ງເສີມການຜະລິດ ທີ່ມີດອກເບ້ຍຕ່ຳ ທີ່ເໝາະສົມສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເພື່ອຊຸກ ຍູ້ສົ່ງເສີມຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຢ່າງແທ້ຈິງ; ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສົ່ງເສີມດຶງດູດການລົງທຶນຈາກຕ່າງປະ ເທດໃນຂົງເຂດການຜະລິດ, ເຈລະຈາຊອກຫາຕະຫລາດໃຫ້ຜູ້ຜະລິດ ລວມທັງປັບປຸງລະບຽບການ, ຫລຸດຜ່ອນຂັ້ນຂອດຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ແລະ ໃຫ້ນຳເອົາການສະ ເໜີຂອງພາກທຸລະກິດ ໄປຄົ້ນຄວ້າພິຈາລະນາ.
ພ້ອມນີ້, ກໍໄດ້ຊີ້ນຳພາກທຸລະກິດ ສືບຕໍ່ພັດທະນາທຸລະກິດຂອງຕົນໃຫ້ສອດຄ່ອງກັບຍຸກສະໄໝ ໂດຍນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອເພີ່ມສະ ມັດຕະພາບການຜະລິດ, ປະຢັດເວລາ ແລະ ຕົ້ນທຶນ ຄຽງຄູ່ກັບການສົ່ງເສີມ ຊ່ວຍເຫລືອຂອງຂະແໜງ ການກ່ຽວຂ້ອງຕາມທິດຫັນເປັນທັນສະໄໝ ເປັນກ້າວໆ; ເພີ່ມທັກສະຄວາມຮູ້ດ້ານການບໍລິຫານ-ການບໍລິການ; ຮຽກຮ້ອງພາກທຸລະກິດ ເອົາໃຈໃສ່ປະຕິບັດພັນທະຂອງຕົນ ໃຫ້ຄົບຖ້ວນ ແລະ ເຄື່ອນໄຫວທຸລະກິດ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ພ້ອມກັນປະກອບສ່ວນສຸດຄວາມສາມາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ດ້ວຍຄວາມເສຍສະລະຢ່າງແທ້ຈິງ ເຮັດໃຫ້ບັນຫາເຄັ່ງຮ້ອນຕ່າງໆ ຫລຸດຜ່ອນລົງ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword