ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ
ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ
ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ນຳພານັກທຸລະກິດ ເຂົ້າຮ່ວມໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມຄະນະ, ມີທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮັກສາການຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ບັນດາຮອງລັດຖະມົນຕີກະຊວງກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ.
ເພື່ອເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກວ່າດ້ວຍເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ທິດຊີ້ນຳ ຂອງທ່ານປະທານປະເທດ ຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໃນກາງເດືອນກໍລະກົດທີ່ຜ່ານມາ ຕໍ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ.

ພ້ອມນີ້, ກໍໄດ້ຊີ້ນຳພາກທຸລະກິດ ສືບຕໍ່ພັດທະນາທຸລະກິດຂອງຕົນໃຫ້ສອດຄ່ອງກັບຍຸກສະໄໝ ໂດຍນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອເພີ່ມສະ ມັດຕະພາບການຜະລິດ, ປະຢັດເວລາ ແລະ ຕົ້ນທຶນ ຄຽງຄູ່ກັບການສົ່ງເສີມ ຊ່ວຍເຫລືອຂອງຂະແໜງ ການກ່ຽວຂ້ອງຕາມທິດຫັນເປັນທັນສະໄໝ ເປັນກ້າວໆ; ເພີ່ມທັກສະຄວາມຮູ້ດ້ານການບໍລິຫານ-ການບໍລິການ; ຮຽກຮ້ອງພາກທຸລະກິດ ເອົາໃຈໃສ່ປະຕິບັດພັນທະຂອງຕົນ ໃຫ້ຄົບຖ້ວນ ແລະ ເຄື່ອນໄຫວທຸລະກິດ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ພ້ອມກັນປະກອບສ່ວນສຸດຄວາມສາມາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ດ້ວຍຄວາມເສຍສະລະຢ່າງແທ້ຈິງ ເຮັດໃຫ້ບັນຫາເຄັ່ງຮ້ອນຕ່າງໆ ຫລຸດຜ່ອນລົງ.

