ງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ປະຈໍາປີ 2019(ABA Lao 2019)

ງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ປະຈໍາປີ 2019(ABA Lao 2019)

ໃນຄໍ່າຄືນຂອງວັນທີ 04 ຕຸລາ 2019 ທີ່ ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດງານ ງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ປະຈໍາປີ 2019 (ASEAN Business Award Lao – ABA Lao 2019)

ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ເອກອັກຄະລັດຖະທູດ ເຈັນສ ເພເທີ, ພະນະທູດ ສາທາລະນະລັດ ສະຫະພັນເຢຍລະມັນ ປະຈໍາ ສປປ ລາວ, ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອ ແຫ່ງຊາດລາວ. ງານ “ລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ປະຈໍາປີ 2019 (ASEAN Business Award Laos – ABA Laos 2019) ນີ້ ເຊີ່ງເປັນການຍໍ້ຍອງຊົມເຊີຍບັນດາຜູ້ປະກອບການ ຫລື ຫົວຫນ່ວຍທຸລະກິດທີ່ດີເດັ່ນ ຈາກການສະຫມັກຄັດເລືອກໃນຂົງເຂດພາຍໃນປະເທດ ໂດຍໃນປີນີ້້ ກໍ່ໄດ້ມີຫລາກຫລາຍຜູ້ປະກອບການທັງພາຍໃນນະຄອນຫລວງວຽງຈັນ ແລະ ຈາກແຂວງສະຫມັກເຂົ້າຮ່ວມຄັດເລືອກຕາມຂະແຫນ່ງການຕ່າງໆ.

ງານລ້ຽງ ມອບລາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ແມ່ນງານສໍາຄັນອັນຫນື່ງຂອງພາກທຸລະກິດ ເຊີ່ງທາງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໂດຍຮ່ວມກັບຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ການສະຫນັບສະຫນູນ ໄດ້ຮວ່ມກັນ ຈັດແຕ່ປີ 2016 ທີ່ລາວເປັນເຈົ້າພາບອາຊຽນ. ໂດຍຈຸດປະສົງຂອງການຈັດກໍແມ່ນເພື່ອແນ່ໃສ່ຊົມເຊີຍບັນດາຫົວຫນ່ວຍທຸລະກິດທີ່ມີຜົນງານອັນໂດດເດັ່ນ ຂອງ ສປປ ລາວ ແລະ ໃຫ້ຜູ້ທີ່ຊະນະລາງວັນເປັນຕົວແບບເຜີຍແຜ່ຄວາມຮູ້ ເຄັດລັບຂອງການເຮັດທຸລະກິດ ເພຶ່ອຊ່ວຍສົ່ງເສີມຊຸກຍູ້ ການເຮັດທຸລະກິດໃນລາວເຮົາ ກໍຄື ໃນພາກພື້ນປະຊາຄົມເສດຖະກິດອາຊຽນ ໃຫ້ມີຜົນສຳເລັດດີຂື້ນເລື້ອຍໆ. ການມອບລາງວັນສຳລັບປີ 2019 ນີ້ ເປັນການສ້າງແຮງບັນດານໃຈໃຫ້ແກ່ຫົວຫນ່ວຍທຸລະກິດລາວ ຊຶ້ງທຸ້ມເທເຮື່ອແຮງ ສະຕິປັນຍາ ແລະອື່ນໆ ຕະຫລອດ ປີ ແລະຫລາຍປີ ຜ່ານມາ. ນອກນັ້ນຍັງເປັນການເຕົ້າໂຮມ ຫົວຫນ່ວຍທຸລະກິດໃນສປປລາວ ເພື່ອປະກອບສ່ວນເຂົ້າໃນຂະບວນສ້າງສາພັດທະນາ ການເຊື່ອມໂຍ້ງເສດຖະກິດກັບອາຊຽນ ແລະ ເປັນບາດກ້າວສໍາຄັນໃນການເຂົ້າສູ່ຕະຫລາດເພື່ອນບ້ານ ຕະຫລາດອາຊຽນ ແລະ ຕະຫລາດໂລກອີກດ້ວຍ.

ການແຂ່ງຂັນທູລະກິດພາຍໃນ ໃນມາດຕະຖານຂອງອາຊຽນ ຍັງເປັນແຮງພັກດັນໃຫ້ແກ່ຫົວຫນ່ວຍທຸລະກິດລາວ ໄດ້ຍົກສູງ ປະສິດຕິຜົນການຜະລິດ ແລະ ບໍລິການ ນະວັດຕະກຳ ການຄຸ້ມຄອງ ບຸກຄະລາກອນ ການເຕີບໃຫຍ່ ຂະຫຍາຍຕົວ ແລະ ການປະກອບສວ່ນຊ່ວຍສັງຄົມ ອີກດ້ວຍ. ພ້ອມດຽວກັນນັ້ນ, ຍັງເປັນການເປີດໂອກາດໃຫ້ແກ່ຫົວຫນ່ວຍທຸລະກິດລາວ ທີ່ໄດ້ຊະນະລາງວັນທຸລະກິດພາຍໃນປະເທດແລ້ວ ຍັງສາມາດສືບຕໍ່ຢືນສະຫມັກເພື່ອເຂົ້າຮ່ວມການແຂ່ງຂັນຊີງລາງວັນໃນລະດັບພາກພື້ນ ກໍຄື ລາງວັນທຸລະກິດດີເດັ່ນອາຊຽນ ພູມິພາກ ທີ່ຈະໄດ້ຈັດຂື້ນ ແລະ ເປັນເຈົ້າພາບໂດຍ ສະພາທີປືກສາທຸລະກິດອາຊຽນ ແຫ່ງລາຊອານາຈັກໄທ ໃນວາລະຂອງກອງປະຊຸມສຸດຍອດອາຊຽນ ໃນຕົ້ນເດືອນ ພະຈິກ 2019 ທີ່ຈະມາເຖິງນີ້.

ອີກດ້ານໜຶ່ງ ຈຸດປະສົງຂອງການແຂ່ງຂັນນີ້ ໄດ້ແນໃສ່ ການສະໜັບສະໜູນ ແລະເສີມສ້າງໃຫ້ ລາວໄດ້ມີ ສິນຄ້າ ການບໍລີການ ຈາກພາຍໃນປະເທດ ເປັນຫຍີ່ຫໍ້ ເປັນກາຂອງລາວ ຫລາກຫລາຍຂື້ນ ມີຄຸນນະພາບ ມາດຖານທີ່ ແນ່ນອນ ແລະດີຂື້ນເລື້ອຍໆ ມີເອກກະລັກ ສົ່ງເສີມທອ້ງຖິ່ນ ໂຄສະນາປະເທດ ໂຄສະນາຄົນລາວ ເມຶອງລາວ. ຊວ່ຍສ້າງວຽກ ສ້າງ ງານ ຫລຸດຜອ່ນຄວາມທຸກຍາກ ຊ່ວຍປະກອບພາສີ ປະກອບ GDP ແຫ່ງຊາດໃນອັດຕາສວ່ນທີ່ສູງກວ່າເກົ່າຈາກພາກທຸລະກິດ ທັງ ຈຸນລະພາກ ນອ້ຍ ກາງ ແລະໃຫຍ່.

ກໍຍອ້ນການຊິ້ນຳນຳພາ ອັນສະຫລາດຊອ່ງໃສ ທັນກັບສະຖານະການ ຂອງພັກແລະລັດ ທຸກມື້ ນີ້ ທູລະກິດລາວມີການອອກຊູ່ຕ່າງປະເທດ, ສິນຄ້າຈາກລາວມີ ຫລາກຫລາຍ ຫລວງຫລາຍຂື້ນ ແລະອອກໄປຊູ່ຫລາຍປະເທດ ທັ້ງໆທີ່ ຄວາມທ້າທ່າຍ ຂອງຜູ້ປະກອບການພາຍໃນ ກໍຍັງມີ ສະຖານະການເສດຖະກິດໂລກ ກໍມີຄວາມ ຜັນແປຕະຫລອດ.

ການພັດທະນາ ແລະ ການສົ່ງເສີມຄວາມອາດສາມາດຂອງທຸລະກິດ ຖືເປັນໂຕຂັບເຄື່ອນອັນຫນື່ງທີ່ສຳຄັນ ໃນການພັດທະນາເສດຖະກິດເຮົາ, ດັ່ງນັ້ນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດເຮົາ ກໍ່ຈະພະຍາຍາມສືບຕໍ່ ໃນການຈັດຕັ້ງປະຕິບັດການ ມອບລາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ໃຫ້ເປັນເວທີການສົ່ງເສີມການພັດທະນາຜູ້ປະກອບການ ຫລື ຫົວຫນ່ວຍທຸລະກິດລາວ ໃນການສ້າງຄວາມເຂັ້ມແຂ່ງໃຫ້ແກ່ຜູ້ປະກອບການໃນຂະແຫນງການຕ່າງໆ ໃນແຕ່ລະເຂດແຂວງ ເພື່ອໃຫ້ສາມາດສ້າງ ຊີວິດການເປັນຢູ່ ຊ່ວຍສ້າງເສດຖະກິດ ພາຍໃນ ໃຫ້ດີ ຂື້ນ ແລະກ້າວໄປຢ້າງບໍ່ຢຸດຢັ້ງ ສາມາດ ເຊື່ອງໂຍງກັບບັນດາປະເທດອອ້ມຂ້າງ ກໍຄື ໃນອາຊຽນ ແລະ ໃນໂລກ.

See more pictures

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword