ການເຂົ້າເຖິງແຫຼ່ງທຶນດອກເບ້ຍ 3%

ການເຂົ້າເຖິງແຫຼ່ງທຶນດອກເບ້ຍ 3%

ເງື່ອນໄຂການເຂົ້າເຖິງແຫຼ່ງທຶນດອກເບ້ຍ 3% ຂອງ ທສວ

1 ຂໍ້ມູນພື້ນຖານດ້ານສິນເຊື່ອ

ສະກຸນເງິນ: ການປ່ອຍກູ້ແມ່ນເປັນ ເງິນກີບ; ອັດຕາດອກເບ້ຍ: ດອກເບ້ຍ ແມ່ນ 3% ຕໍ່ປີ;
ໄລຍະເວລາກູ້:

– ທຶນຫມູນວຽນ ບໍ່ເກີນ 5 ປີ;
– ທຶນຄົງທີ່ ບໍ່ເກີນ 10 ປີ.

ວົງເງິນໃຫ້ກູ້ຢືມສູງສຸດ:

– ຈຸນລະວິສາຫະກິດ ບໍ່ເກີນ 1,5 ຕື້ກີບ/ສັນຍາ;
– ວິສາຫະກິດຂະຫນາດນ້ອຍ ບໍ່ເກີນ 3 ຕື້ກີບ/ສັນຍາ;
– ວິສາຫະກິດຂະຫນາດກາງ ບໍ່ເກີນ 4 ຕື້ກີບ/ສັນຍາ.
ໄລຍະປອດຕົ້ນທຶນ: ກໍານົດ 1-2 ປີ, ຫຼື ອີງຕາມການຕົກລົງເຫັນດີລະຫວ່າງທະນາ ຄານ ກັບ ຜູ້ຂໍສິນເຊື່ອ

II. ສາມາດກູ້ຢືມໄດ້ຈາກ 4 ທະນາຄານທຸລະກິດ
ລາຍຊື່ທະນາຄານ ພ້ອມດ້ວຍເບີຕິດຕໍ່

1. ທະນາຄານ ພັດທະນາລາວ: 021 254138
www.ldblao.la
2. ທະນາຄານ ຮ່ວມທຸລະກິດລາວຫວຽດ: 021 251418
www.laovietbank.com.la
3. ທະນາຄານ ຊາຄອມແບັ້ງລາວ: 021 267979-458, 459
www.sacombank.com.la
4. ທະນາຄານ ມາຣູຮານເຈແປນລາວ: 021 266000 www.MARUHAN Japan Bank Lao Co.,Ltd
ຫມາຍເຫດ: ຈໍານວນທະນາຄານອາດຈະມີການປ່ຽນແປງໃນແຕ່ລະ

III. ເງື່ອນໄຂຂອງວິສາຫະກິດ ທີ່ຈະໄດ້ຮັບສິນເຊື່ອ

1. ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ;
2. ມີແຜນການດໍາເນີນທຸລະກິດທີ່ຈະແຈ້ງ ແລະ ຊັດເຈນ;
3. ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງຈາກຂະແຫນງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຫຼື ພາກສ່ວນອື່ນ ທີ່ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກ ຂະແຫນງ ອຄ;
4. ເປັນວິສາຫະກິດທີ່ຖືບັນຊີ ຕາມກົດຫມາຍວ່າດ້ວຍການບັນຊີ, ບໍ່ເປັນຫນີ້ບໍ່ເກີດດອກອອກຜົນ ຢູ່ນໍາທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ;
5. ເປັນຂະແຫນງການ ຫຼື ຂົງເຂດບູລິມະສິດທີ່ລັດຖະບານ ກໍານົດໃນແຕ່ລະໄລຍະ ແລະ ເປັນຂະແຫນງການທີ່ມີຜົນຕອບແທນດ້ານ ທຸລະກິດ ເພື່ອຮັບປະກັນໃຫ້ ທສວ ມີຄວາມຍືນຍົງ.

IV. ຂະແຫນງການ ບູລິມະສິດ

1. ຂະແຫນງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ ໂດຍສະ ເພາະແມ່ນ ອຸດສາຫະກໍາປຸງແຕ່ງອາຫານ ແລະ ອຸດສາຫະກໍາອື່ນທີ່ພົວພັນກັບການປຸງແຕ່ງຜະລິດຕະພັນກະສິກໍາ;
2. ຂະແຫນງຫັດຖະກໍາ ເຊັ່ນ: ຫັດຖະກໍາຕ່ໍາຫູກ, ແພພື້ນເມືອງ, ແກະສະລັກ, ຫວາຍ, ໄມ້ປ່ອງ, ເຄື່ອງປັ້ນດິນເຜົາ, ເຄື່ອງເງິນ-ຄໍາ ແລະ ເອ້ຢ້ອງ;
3. ຂະແຫນງກະສິກໍາ ປູກຝັງ ແລະ ລ້ຽງສັດ ເຊັ່ນ: ພືດຜັກປອດສານພິດ, ກາເຟ, ຊາ, ສາລີ, ມັນຕົ້ນ, ຢາງພາລາ, ຟາມລ້ຽງສັດ (ຫມູ, ງົວ, ຄວາຍ, ເປັດ, ໄກ່), ແນວພັນປາ; ຂະແຫນງທ່ອງທ່ຽວ ເຊັ່ນ: ການນໍາທ່ຽວ, ການສ້າງ ຫຼື ສ້ອມແປງ ແຫຼ່ງທ່ອງທ່ຽວ, ການບໍລິການສະຖານທີ່ພັກແຮມ, ການບໍລິ ການຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ.

V. ຂົງເຂດບູລິມະສິດ

ເຂດຫ່າງໄກສອກຫຼີກ ແລະ ເຂດທຸກຍາກ ທີ່ປະກອບມີ 03 ຈຸດ ສຸມຄື:
1. ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ;
2. ຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ;
3. ຈຸດສຸມເປົ້າຫມາຍສ້າງບ້ານໃຫ່ຍ ໃຫ້ເປັນຕົວເມືອງນ້ອຍ ໃນ
ຊົນນະບົດ.

VI ເປົ້າຫມາຍການນໍາໃຊ້ທຶນ

1. ທຶນຫມູນວຽນເພື່ອຂະຫຍາຍການຜະລິດ ແລະ ການຈ້າງງານ;
2. ທຶນຄົງທີ່ເພື່ອປ່ຽນຖ່າຍເຄື່ອງຈັກ ຫຼື ປັບປຸງເຕັກໂນໂລຊີ, ນໍາໃຊ້ເຕັກໂນໂລຊີ ເພື່ອເພີ່ມຜະລິດຕະພາບການຜະລິດ ແລະ ການບໍລິການ ເຊັ່ນ: ການນໍາໃຊ້ ICT ເຂົ້າຊ່ວຍການບໍລິຫານ ຈັດການ ຫຼື ບັນຊາຂະບວນການຜະລິດ, ການຂະຫຍາຍການ ຜະລິດ ແລະ ການເພີ້ມການຈ້າງງານ, ການສ້າງນະວັດຕະກໍາ ກີໃນການຜະລິດ, ການອອກແບບ ແລະ ຄຸ້ມຄອງທຸລະກິດ;
3. ທຶນຫມູນວຽນ ຫຼື ທຶນຄົງທີ່ ເພື່ອການຜະລິດເປັນສິນຄ້າເພື່ອສົ່ງອອກແມ່ນຖືເປັນບູລິມະສິດຫຼັກ.

ໃນກໍລະນີຜູ້ປະກອບກິດຈະການ ທີ່ ຍັງບໍ່ທັນໄດ້ຮັບການຝຶກອົບຮົມສ້າງ ຄວາມເຂັ້ມແຂງຈາກຂະແຫນງອຸດ ສາຫະກໍາ ແລະ ການຄ້າ ຫຼື ພາກສ່ວນທີ່ກ່ຽວຂ້ອງ.
ໃຫ້ປະສານຂໍຂໍ້ມູນຈາກກົມສົ່ງເສີມວິສາຫະກິດ ຂະຫນາດນ້ອຍ ແລະ ກາງ , ສູນບໍລິການ SME ທີ່ຕັ້ງຢູ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ໃນກໍລະນີຜູ້ປະກອບ ກິດຈະການທີ່ຍັງບໍ່ໄດ້ຖື ບັນຊີຕາມກົດຫມາຍວ່າດ້ວຍການບັນຊີ?
ຜູ້ປະກອບກິດຈະການ ຕ້ອງໄດ້ສ້າງລະບົບບັນຊີ ຂອງຕົນໃຫ້ຖືກຕ້ອງຕາມກົດຫມາຍ.

ຕິດຕໍ່:
ກະຊວງອຸດສາຫະກໍາ ແລະ ການຄ້າ ກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (ກສວ) ່ ກອງທຶນສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (ທສວ).
ຖະຫນົນຫນອງບອນ, ນະຄອນຫຼວງວຽງຈັນ, ສປປ ລາວ
ໄປສະນີ 474 ເປີໂທ: (+856-21) 414064 ຕໍ່ 305 (ຕິດຕໍ່ ກ່ຽວກັບສິນເຊື່ອ) ເບີໂທ: (+856-21)417 435 (ຕິດຕໍ່ ກ່ຽວກັບການສ້າງແຜນທຸລະກິດ) ແຟັກ: (+856-21) 410005;
ເວັບໄຊ: www.dosmep.org • Facebook: Department of Small and Medium Enterprise Promotion

ຂໍ້ມູນຈາກ: ກອງທຶນສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (ທສວ)

Write a Message

Your email address will not be published.

Related Posts

ເຊີນເຂົ້າຮ່ວມຝືກອົບຮົມ ໃນຫົວຂໍ້ “ຄວາມປອດໄພ ແລະ ສຸຂະພາບແຮງງານ  ແລະ ການປັບປຸງໃນສະຖານທີ່ເຮັດວຽກ

ເຊີນເຂົ້າຮ່ວມຝືກອົບຮົມ ໃນຫົວຂໍ້ “ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການປັບປຸງໃນສະຖານທີ່ເຮັດວຽກ

ເຊີນເຂົ້າຮ່ວມຝືກອົບຮົມ ໃນຫົວຂໍ້ “ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການປັບປຸງໃນສະຖານທີ່ເຮັດວຽກ “The Program on Occupational Safety and Health Management…Read more

ການຄຸ້ມຄອງ ແລະ ການນໍາໃຊ້ການຊ່ວຍເຫຼືອທາງດ້ານການພັດທະນາໃນຂະແໜງອຸດສາຫະກໍາປຸງແຕ່ງ-ການຄ້າ ແລະ ພາກເອກະຊົນ

ການຄຸ້ມຄອງ ແລະ ການນໍາໃຊ້ການຊ່ວຍເຫຼືອທາງດ້ານການພັດທະນາໃນຂະແໜງອຸດສາຫະກໍາປຸງແຕ່ງ-ການຄ້າ ແລະ ພາກເອກະຊົນ

ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການນໍາໃຊ້ການຊ່ວຍເຫຼືອທາງດ້ານການພັດທະນາໃນຂະແໜງອຸດສາຫະກໍາປຸງແຕ່ງ-ການຄ້າ ແລະ ພາກເອກະຊົນ ສະບັບເລກທີ 0228/ອຄ, ລົງວັນທີ 21 ກຸມພາ 2024 ການຊ່ວຍເຫຼືອທາງດ້ານການພັດທະນາໃນຂະແໜງອຸດສາຫະກໍາປຸງແຕ່ງ-ການຄ້າ ແລະ ພາກເອກະຊົນ ແມ່ນການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ,…Read more

Enter your keyword