ລາວທ່ຽວລາວໄດ້ເປີດຕົວ ແອັບໃໝ່ ‘What’s Up Laos ’
ໃນວັນພະຫັດ, ວັນທີ 26 ສິງຫາ 2021, ໂຄງການລາວທ່ຽວລາວ ໄດ້ເປີດຕົວແອັບທີ່ມີຊື່ວ່າ ” What’s Up Laos ” ທີ່ໂຮງແຮມແລນມາກ ແມ່ຂອງ.
ໂດຍໃຫ້ກຽດເປັນປະທານ ເປີດງານໂດຍທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມງານພາຍໃນງານໂດຍ ທ່ານ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ຫົວໜ້າກົມ, ຮອງກົມຈາກຕາງໜ້າບັນດາກະຊວງຕ່າງໆທີ່ກ່ຽວຂ້ອງ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງ ອົງການຈັດຕັ້ງສາກົນຕ່າງໆ.
ທ່ານ ອິນທີ ເດືອນສະຫວັນ ຜູ້ນຳພາແຄມເປນ ລາວທ່ຽວລາວ ໃນນາມຂອງ ສຄອຊ. ທ່ານໄດ້ກ່າວວ່າ ‘ແຄມເປນ“ ລາວທ່ຽວລາວ ໄດ້ມີຜົນຕໍ່ຂະແໜງການທ່ອງທ່ຽວ ແລະ ໂຮງແຮມ ຢ່າງບໍ່ອາດປະຕິເສດໄດ້, ທັງຕໍ່ກັບລູກຄ້າ ແລະ ທຸລະກິດຕ່າງໆ’. ‘ມີຜຸ້ເຂົ້າໃຊ້ ຫຼາຍກວ່າ 5 ລ້ານຄົນ ນັບຕັ້ງແຕ່ເດືອນ ກັນຍາ ປີ 2020 ແລະ ທຸລະກິດຕ່າງໆຂອງພາກເອກະຊົນໄດ້ປະກອບສ່ວນຫຼາຍກວ່າ 400 ລ້ານກີບ, ເຊິ່ງການປະກອບສ່ວນໄດ້ນຳໃຊ້ເພື່ອສະ ໜັບສະໜູນຜູ້ທີ່ມີອິດທິພົນທາງອອນລາຍ ໃນການໄປຢ້ຽມຢາມ ແລະ ໂຄສະນາສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ແລະ ເພື່ອ ເປັນລາງວັນການແຂ່ງຂັນແບບອອນລາຍໃນທຸກໆສອງອາທິດ’. ມາຮອດປະຈູບັນ, ໜ້າເພສ ລາວທ່ຽວລາວ ແມ່ນມີຜູ້ຕິດຕາມ ຫຼາຍກວ່າ 75,000 ຄົນ ແລະ ດ້ວຍການສະໜັບສະໜູນ ຜ່ານການໂຄສະນາແບບເສຍຄ່າ ເຮັດໃຫ້ສາມາດເຂົ້າເຖິງ 1.7 ລ້ານຄົນ ໂດຍສະເລ່ຍຕໍ່ເດືອນ ນັບຕັ້ງແຕ່ເປີດຕົວ.

ໃນເບື້ອງຕົ້ນ ທ່ານ Ruddy Rioual ໄດ້ພັດທະນາ ແອັບ ‘What’s Up Luang Prabang’ ແລະ ໄດ້ມີການນໍາໃຊ້ຢ່າງມີປະສິດທິພາບ ໃນການສົ່ງເສີມການທ່ຽວທ່ຽວພາຍໃນ ພາຍໃຕ້ການໂຄສະນາທ່ອງທ່ຽວງານ “ຄິສມາສ 12 ວັນ”, ແອັບດັ່ງກ່າວໄດ້ຮັບການ ອອກແບບຄືນໃໝ່, ເຊິ່ງໄດ້ເພີ່ມຄວາມສາມາດ/ຟັງຊັນ ຫຼາຍຂຶ້ນກວ່າເກົ່າ ແລະ ຂະຫຍາຍໄປທົ່ວປະເທດລາວ. ທ່ານ ອິນທີ ເດືອນສະຫວັນ ໄດ້ອະທິບາຍເພີ່ມຕື່ມວ່າ ‘ແອັບໃໝ່ນີ້ ຈະເຮັດໜ້າທີ່ເປັນແຫຼ່ງຂໍ້ມູນ ເພື່ອຊ່ວຍນັກທ່ອງທ່ຽວພາຍໃນ ແລະ ສາກົນ ໃນການ ຊອກຫາຂໍ້ມູນຂ່າວສານກ່ຽວກັບທຸລະກິດທີ່ຍັງເປີດໃຫ້ບໍລິການ ໃນແຕ່ລະຈຸດໝາຍປາຍທາງ, ກິດຈະກຳຕ່າງໆໃນທ້ອງຖິ່ນ, ຂໍ້ສະເໜີພິເສດ, ສ່ວນຫຼຸດ ແລະ ອື່ນໆອີກຢ່າງຫຼວງຫຼາຍ’.

ທ່ານສາມາດດາວໂຫຼດ ແອັບ What’s Up Laos ໄດ້ຢູ່ທີ່ www.whatsuplaos.com
ແຄມເປນ ລາວທ່ຽວລາວ ແລະ ການພັດທະນາແອັບ What’s Up Laos ໄດ້ຮັບການສະໜັບສະໜູນຈາກ ໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (ລາວ/029) ຊຶ່ງເປັນທຶນຮ່ວມ ຂອງລັດຖະບານແຫ່ງ ສປປ ລາວ, ລັດຖະບານລຸກຊໍາບວກ ແລະ ສະວິດເຊີແລນ, ແລະ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການຮ່ວມມືເພື່ອການພັດທະນາລຸກຊໍາບວກ (Luxdev) ເປັນຜູ້ຈັດຕັ້ງປະຕິບັດ.
ພາຍຫຼັງຜົນສຳເລັດຂອງການຈັດຕັ້ງປະຕິບັດ ການໂຄສະນາການທ່ອງທ່ຽວ ລາວທ່ຽວລາວ ທີ່ນຳພາໂດຍ ພາກເອກະຊົນ ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ. ປະຈຸບັນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ມີຄວາມຕັ້ງໃຈທີ່ຈະພັກດັນ ແຄມເປນ ລາວທ່ຽວລາວ ໃຫ້ກ້າວສູງຂຶ້ນ.