ລາວທ່ຽວລາວໄດ້ເປີດຕົວ ແອັບໃໝ່ ‘What’s Up Laos ’

ລາວທ່ຽວລາວໄດ້ເປີດຕົວ ແອັບໃໝ່ ‘What’s Up Laos ’

ໃນວັນພະຫັດ, ວັນທີ 26 ສິງຫາ 2021, ໂຄງການລາວທ່ຽວລາວ ໄດ້ເປີດຕົວແອັບທີ່ມີຊື່ວ່າ ” What’s Up Laos ” ທີ່ໂຮງແຮມແລນມາກ ແມ່ຂອງ.

ໂດຍໃຫ້ກຽດເປັນປະທານ ເປີດງານໂດຍທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມງານພາຍໃນງານໂດຍ ທ່ານ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ຫົວໜ້າກົມ, ຮອງກົມຈາກຕາງໜ້າບັນດາກະຊວງຕ່າງໆທີ່ກ່ຽວຂ້ອງ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງ ອົງການຈັດຕັ້ງສາກົນຕ່າງໆ.
           ທ່ານ ອິນທີ ເດືອນສະຫວັນ ຜູ້ນຳພາແຄມເປນ ລາວທ່ຽວລາວ ໃນນາມຂອງ ສຄອຊ. ທ່ານໄດ້ກ່າວວ່າ ‘ແຄມເປນ“ ລາວທ່ຽວລາວ ໄດ້ມີຜົນຕໍ່ຂະແໜງການທ່ອງທ່ຽວ ແລະ ໂຮງແຮມ ຢ່າງບໍ່ອາດປະຕິເສດໄດ້, ທັງຕໍ່ກັບລູກຄ້າ ແລະ ທຸລະກິດຕ່າງໆ’. ‘ມີຜຸ້ເຂົ້າໃຊ້ ຫຼາຍກວ່າ 5 ລ້ານຄົນ ນັບຕັ້ງແຕ່ເດືອນ ກັນຍາ ປີ 2020 ແລະ ທຸລະກິດຕ່າງໆຂອງພາກເອກະຊົນໄດ້ປະກອບສ່ວນຫຼາຍກວ່າ 400 ລ້ານກີບ, ເຊິ່ງການປະກອບສ່ວນໄດ້ນຳໃຊ້ເພື່ອສະ ໜັບສະໜູນຜູ້ທີ່ມີອິດທິພົນທາງອອນລາຍ ໃນການໄປຢ້ຽມຢາມ ແລະ ໂຄສະນາສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ແລະ ເພື່ອ ເປັນລາງວັນການແຂ່ງຂັນແບບອອນລາຍໃນທຸກໆສອງອາທິດ’. ມາຮອດປະຈູບັນ, ໜ້າເພສ ລາວທ່ຽວລາວ ແມ່ນມີຜູ້ຕິດຕາມ ຫຼາຍກວ່າ 75,000 ຄົນ ແລະ ດ້ວຍການສະໜັບສະໜູນ ຜ່ານການໂຄສະນາແບບເສຍຄ່າ ເຮັດໃຫ້ສາມາດເຂົ້າເຖິງ 1.7 ລ້ານຄົນ ໂດຍສະເລ່ຍຕໍ່ເດືອນ ນັບຕັ້ງແຕ່ເປີດຕົວ.
           ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ, ໄດ້ກ່າວເພີ່ມຕື່ມວ່າ: ‘ພວກເຮົາໄດ້ພົບວ່າ ພວກເຮົາຍັງສາມາດເຂົ້າ ເຖິງຄົນຈາກຕະຫຼາດໃນພາກພື້ນ ເຊັ່ນ ປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ຈີນ, ເຖິງແມ່ນວ່ານັກທ່ອງທ່ຽວສາກົນ ບໍ່ແມ່ນກຸ່ມເປົ້າໝາຍຫຼັກຂອງໂຄງການ. ສິ່ງນີ້ແມ່ນສິ່ງທີ່ພວກເຮົາບໍ່ຄາດຄິດ, ແຕ່ມັນໄດ້ສະແດງໃຫ້ເຫັນວ່າ ໂຄງການດັ່ງກ່າວ ມີໂອກາດທີ່ຈະຂະຫຍາຍຕົວ ໄດ້ຫຼາຍ. ດັ່ງນັ້ນ, ແອັບ What’s Up Laos ບໍ່ໄດ້ເປັນພຽງແຕ່ບາດກ້າວທີ່ສຳຄັນໃນການຮັກສາ ຄວາມນິຍົມ ຂອງ ແຄມເປນ ລາວທ່ຽວລາວ, ແຕ່ຍັງເປັນການປູທາງໄປສູ່ໂຄງການໃນຂອບເຂດພາກພື້ນ.’
           ໃນເບື້ອງຕົ້ນ ທ່ານ Ruddy Rioual ໄດ້ພັດທະນາ ແອັບ ‘What’s Up Luang Prabang’ ແລະ ໄດ້ມີການນໍາໃຊ້ຢ່າງມີປະສິດທິພາບ ໃນການສົ່ງເສີມການທ່ຽວທ່ຽວພາຍໃນ ພາຍໃຕ້ການໂຄສະນາທ່ອງທ່ຽວງານ “ຄິສມາສ 12 ວັນ”, ແອັບດັ່ງກ່າວໄດ້ຮັບການ ອອກແບບຄືນໃໝ່, ເຊິ່ງໄດ້ເພີ່ມຄວາມສາມາດ/ຟັງຊັນ ຫຼາຍຂຶ້ນກວ່າເກົ່າ ແລະ ຂະຫຍາຍໄປທົ່ວປະເທດລາວ. ທ່ານ ອິນທີ ເດືອນສະຫວັນ ໄດ້ອະທິບາຍເພີ່ມຕື່ມວ່າ ‘ແອັບໃໝ່ນີ້ ຈະເຮັດໜ້າທີ່ເປັນແຫຼ່ງຂໍ້ມູນ ເພື່ອຊ່ວຍນັກທ່ອງທ່ຽວພາຍໃນ ແລະ ສາກົນ ໃນການ ຊອກຫາຂໍ້ມູນຂ່າວສານກ່ຽວກັບທຸລະກິດທີ່ຍັງເປີດໃຫ້ບໍລິການ ໃນແຕ່ລະຈຸດໝາຍປາຍທາງ, ກິດຈະກຳຕ່າງໆໃນທ້ອງຖິ່ນ, ຂໍ້ສະເໜີພິເສດ, ສ່ວນຫຼຸດ ແລະ ອື່ນໆອີກຢ່າງຫຼວງຫຼາຍ’.
           ແອັບດັ່ງກ່າວມາພ້ອມກັບບັນຊີຜູ້ໃຊ້ງານສອງແບບ: ແບບບັນຊີທີໜຶ່ງແມ່ນສຳລັບຜູ້ໃຊ້ທີ່ເປັນ ‘ແຂກ/guest’ ຊຶ່ງເປົ້າໝາຍ ແມ່ນຜູ້ບໍລິໂພກ ທີ່ຕ້ອງການຊອກຫາຂໍ້ມູນກ່ຽວກັບ ງານກິດຈະກຳຫຼ້າສຸດ ແລະ ຂໍ້ສະເໜີຂອງໂຮງແຮມ ໃນສະຖານທີ່ສະເພາະ ໃດໜຶ່ງ ແລະ ອີກບັນຊີໜຶ່ງແມ່ນ ສຳລັບເຈົ້າຂອງ ‘ທຸລະກິດ’ ຜູ້ທີ່ຕ້ອງການນຳສະເໜີການບໍລິການ, ໂປໂມຊັ່ນພິເສດ ແລະ ແພັກເກັດຕ່າງໆ. ຜູ້ໃຊ້ງານຂອງທຸລະກິດ ສາມາດອັບໂຫຼດກາໝາຍສິນຄ້າ/ໂລໂກ້, ຮູບພາບ, ທີ່ຕັ້ງ (location), ຂໍ້ສະເໜີພິເສດ, ກິດຈະກຳຕ່າງໆ ແລະ ລາຍລະອຽດການຕິດຕໍ່, ໃນຂະນະທີ່ ແຂກ/guest ຈະມີສາມາດຄົ້ນຫາ ແລະ ເຊື່ອມຕໍ່ກັບ ທຸລະກິດຕ່າງໆ ຫຼາຍກວ່າ 200 ທຸລະກິດທີ່ໄດ້ລົງທະບຽນກັບແອັບ. ທ່ານ ນາງ ຈັນທະຈອນ ຮອງປະທານ ສຄອຊ ໄດ້ກ່າວເພີ່ມຕື່ມວ່າ ‘ພວກເຮົາ ຄາດວ່າຈະເພີ່ມຜູ້ໃຊ້ໃຫ້ຫຼາຍຂຶ້ນໃນອາທິດ ແລະ ເດືອນ ທີ່ຈະມາເຖິງນີ້ ເພື່ອວາງຮາກຖານໃນການເຮັດໃຫ້ ສປປ ລາວ ຢູ່ໃນ ລັດສະໝີ ການທ່ອງທ່ຽວເມື່ອເວລາທີ່ຊາຍເແດນເປີດອີກຄັ້ງ’.
ທ່ານສາມາດດາວໂຫຼດ ແອັບ What’s Up Laos ໄດ້ຢູ່ທີ່ www.whatsuplaos.com
           ແຄມເປນ ລາວທ່ຽວລາວ ແລະ ການພັດທະນາແອັບ What’s Up Laos ໄດ້ຮັບການສະໜັບສະໜູນຈາກ ໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (ລາວ/029) ຊຶ່ງເປັນທຶນຮ່ວມ ຂອງລັດຖະບານແຫ່ງ ສປປ ລາວ, ລັດຖະບານລຸກຊໍາບວກ ແລະ ສະວິດເຊີແລນ, ແລະ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການຮ່ວມມືເພື່ອການພັດທະນາລຸກຊໍາບວກ (Luxdev) ເປັນຜູ້ຈັດຕັ້ງປະຕິບັດ.
           ພາຍຫຼັງຜົນສຳເລັດຂອງການຈັດຕັ້ງປະຕິບັດ ການໂຄສະນາການທ່ອງທ່ຽວ ລາວທ່ຽວລາວ ທີ່ນຳພາໂດຍ ພາກເອກະຊົນ ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ. ປະຈຸບັນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ມີຄວາມຕັ້ງໃຈທີ່ຈະພັກດັນ ແຄມເປນ ລາວທ່ຽວລາວ ໃຫ້ກ້າວສູງຂຶ້ນ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword