ກອງປະຊຸມທົບທວນ ຄືນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ (ARISE Plus Lao PDR) ພາຍໃຕແຜນງານເຊື່ອມໂຍງພາກພື້ນອາຊຽນ ຄັ້ງທີ 7

ກອງປະຊຸມທົບທວນ ຄືນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ (ARISE Plus Lao PDR) ພາຍໃຕແຜນງານເຊື່ອມໂຍງພາກພື້ນອາຊຽນ ຄັ້ງທີ 7

ກອງປະຊຸມທົບທວນ ຄືນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ (ARISE Plus Lao PDR) ພາຍໃຕແຜນງານເຊື່ອມໂຍງພາກພື້ນອາຊຽນ ຄັ້ງທີ 7. ໃນວັນທີ 8 ທັນວາ 2022, ທີ່ໂຮງແຮມຈຳປາສັກແກຣນ, ນະຄອນປາກເຊ ແຂວງຈຳປາສັກ.

ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ເຂົ້າຮ່ວມ ໃນກອງປະຊຸມ ທົບທວນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານດ້ານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ (ARISE Plus Lao PDR) ຄັ້ງທີ 7.
ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ, ໃຫ້ກຽດເຂົ້າຮ່ວມຈາກ ຜູ້ຈັດການໂຄງການດ້ານການຄ້າ ແລະ ພາກເອກະຊົນ, ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ. ພາຍໃນກອງປະຊຸມໄດ້ນຳເອົາພາກສ່ວນກ່ຽວຂ້ອງ, ຄູ່ຮ່ວມໂຄງການ ແລະ ຜູ້ສະໜອງທາງດ້ານທຶນຮອນເຂົ້າຮ່ວມກວ່າ 70 ທ່ານ.
ຈຸດປະສົງແມ່ນ ເພື່ອທົບທວນຄວາມຄືບໜ້າ, ສິ່ງທ້າທາຍ ແລະ ກຳນົດການຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອຊ່ວຍເຫຼືອການເຊື່ອມໂຍງເສດຖະກິດລາວເຂົ້າໃນຕ່ອງໂສ້ການຜະລິດຂອງໂລກ
ລັດຖະບານແຫ່ງ ສປປ ລາວ ແມ່ນເຫັນວ່າໂຄງການ ARISE Plus ປະຈຳ ສປປ ລາວ ເປັນພາກສ່ວນທີ່ສຳຄັນເພື່ອແກ້ໄຂສິ່ງທ້າທາຍດ້ານເສດຖະກິດມະຫາພາກ. ບັນດາຄູ່ຮ່ວມພັດທະນາທີ່ຫຼາກຫຼາຍກໍາລັງຊອກຫາການສ້າງການປະສານສົມທົບໂດຍການຈັດກອງປະຊຸມປຶກສາຫາລື.
ໂຄງການ Arise Plus ປະຈຳ ສປປ ລາວ ໄດ້ລິເລີ່ມໃນປີ 2019 ເພື່ອໃຫ້ການສະໜັບສະໜູນການເຊື່ອມໂຍງເສດຖະກິດເຂົ້າກັບຕະຫຼາດພາກພື້ນ ແລະ ຕ່ອງໂສ້ການຜະລິດທົ່ວໂລກ, ຜ່ານການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ລວມໄປທັງພາກລັດ. ໃນກອງປະຊຸມຄັ້ງທີ່ຜ່ານມາໃນ ເດືອນກໍລະກົດ ປີ 2022, ສະຫະພາບເອີຣົບ ແລະ ພາກສ່ວນກ່ຽວຂ້ອງໄດ້ຍອມຮັບເຖິງປະສິດທິຜົນຂອງໂຄງການ ແລະ ອະນຸມັດໃຫ້ໂຄງການຂະຫຍາຍເວລາອອກໄປ ຈົນຮອດເດືອນທັນວາ 2023.
ໃນປີ 2022, ໂຄງການໄດ້ດັ່ງກ່າວໄດ້ໃຫ້ການຊ່ວຍເຫຼືອ ເປັນຈຳນວນ 1,125 ບຸກຄົນ (ຍິງ 365 ຄົນ) ເພື່ອສ້າງຄວາມອາດສາມາດ. ພະນັກງານລັດຖະບານຫຼາຍກວ່າ 50 ຄົນໄດ້ຮັບການຝຶກອົບຮົມໃນຫົວຂໍ້ກ່ຽວກັບການຄ້າ, ລວມທັງທ່າອ່ຽງຂອງສັນຍາການຄ້າເສລີ ແລະ ການຄ້າກ່ຽວກັບການບໍລິການ. ນອກຈາກນີ້, ມີ 12 ວິສາຫະກິດຂະໜາດນ້ອຍເຂົ້າຮ່ວມກິດຈະກຳປະມູນກາເຟ, ມີ 8 ບໍລິສັດໄດ້ຮັບການຝຶກອົບຮົບດ້ານການຄຸ້ມຄອງດ້ານຄຸນນະພາບບໍ່ເສຍຄ່າ, ແລະ 5 ບໍລິສັດປຸງແຕ່ງໄມ້ໄດ້ຮັບການຝຶກອົບຮົມກ່ຽວກັບການເຂົ້າເຖິງຕະຫຼາດ, ການຜະລິດ ແລະ ການເຂົ້າເຖິງໄມ້ທີ່ຖືກຕາມກົດໝາຍ.
ແຜນປະຕິບັດງານໃນປີ 2023 ຈະສຸມໃສ່ການສຳເລັດບັນດາກິດຈະກຳທີ່ພວມດຳເນີນຢູ່, ຕົວຢ່າງ: ສຳເລັດຊຸດເຄື່ອງມືໃນການເຈລະຈາດ້ານການຄ້າ ແລະ ແປປື້ມຄູ່ມືນະໂຍບາຍການຄ້າເປັນພາສາລາວ. ການຍົກສູງຄວາມຮັບຮູ້ ແລະ ສ້າງຄວາມສາມາດຍັງຈະສືບຕໍ່ດຳເນີນໄປ, ໂດຍສະເພາະແມ່ນໂຄງການການຄ້າບຸລິມະສິດ/EBA ຂອງ EU. ແຊ້ມທີ່ມີຄຸນນະພາບຈະຊ່ວຍເຫຼືອທຸລະກິດຂະຫນາດນ້ອຍ, ໃນຂະນະທີ່ໂຄງການຈະສືບຕໍ່ສະຫນັບສະຫນູນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ ກາເຟ ແລະ ປຸງແຕ່ງໄມ້.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword