ພິທີເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ ອາຊຽນ 2020

ພິທີເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ ອາຊຽນ 2020

ພິທີເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງ ອາຊຽນ 2020 (ASEAN SUSTAINABLE TOURISM SOLUTIONS EXPO 2020)ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ຈະຈັດຂຶ້ນໃນ ວັນທີ 6-7 ພະຈິກ 2020 ທີ່ ໂຮງແຮມຄຣາວພຣາຊາ.

ວັນທີ 28 ຕຸລາ 2020 ທີ່ ນະຄອນຫລວງວຽງຈັນ – ໃນໄລຍະສອງປີທີ່ຜ່ານມາ ງານວາງສະແດງແນວທາງການພັດທະນາານທ່ອງທ່ຽວແບບຍືນຍົງ ທັງສອງຄັ້ງ ໄດ້ຕ້ອນຮັບຜູ້ເຂົ້າຢ້ຽມຊົມງານເປັນຈໍານວນຫລວງຫລາຍ ຊື່ງງານດັ້ງກ່າວໄດ້ຈັດຂຶ້ນທີ່ແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນ, ໃນຖານະທີ່ເປັນງານວາງສະແດງທີ່ຢູ່ແຖວຫນ້າຂອງພາກພື້ນ ສໍາລັບອຸດສາຫະກໍາທ່ອງທ່ຽວເພື່ອຄົ້ນຫາ, ວາງສະແດງແນວທາງ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີໃຫມ່ໆ ໃນການບໍລິຫານການທ່ອງທ່ຽວ ແລະ ການບໍລິການທີ່ມີຄວາມຍືນຍົງ, ການຈັດງານໃນປີນີ້ ຈຶ່ງໄດ້ຍົກລະດັບຂຶ້ນມາເປັນ ງານວາງສະແດງແນວທາງການພັດທະນາານທ່ອງທ່ຽວແບບຍືນຍົງ ອາຊຽນ ເພື່ອສະທ້ອນໃຫ້ເຫັນເຖິງຄວາມສໍາຄັນຂອງອາຊີຕາເວັນອອກສຽງໃຕ້ ໃຫ້ເດັ່ນຊັດຂື້ນກວ່າເກົ່າ ແລະ ງານໃນປີນີ້ຈະຈັດຂຶ້ນໃນວັນທີ 6-7 ພະຈິກ 2020 ທີ່ ໂຮງແຮມຄຣາວພຣາຊາ.

ໃນງານດັ່ງກ່າວມີ 35 ຫົວໜ່ວຍທຸລະກິດສ້າງທົ່ວປະເທດ ຈະມາວາງສະແດງຜະລິດຕະພັນການບໍລິການແລະ ແນວຄິດລິເລີ່ມໃນຕະຫຼອດງານ, ໃນງານດັ່ງກ່າວຈະມີການວາງສະແດງຜະລິດຕະພັນຫຼາຍປະເພດພາຍໃຕ້ຫົວຂໍ້ຂອງງານ ລວມມີ ເຄື່ອງໃຊ້ໃນໂຮງແຮມ ທີ່ເປັນມິດກັບສິ່ງແວດລ້ອມ, ທາງເລືອກທົດແທນພລາສຕິກ, ລະບົບປະຢັດນໍ້າ ແລະ ພະລັງງານ, ພ້ອມທັງແນວຄິດລິເລີ່ມ ແລະ ໂຄງການອື່ນໆ. ບໍລິສັດທີ່ຮ່ວມວາງສະແດງລວມມີຫັດຖະກຳໄມ້ໄຜ່ລາວ ຫລວງພະບາງ, ບໍລິສັດ ເອເຊຍ ວັນ ລີສອດ ຊັບພາຍ, ນົກໄປຕາມລະດູໃບໄມ້ປົ່ງ, ທຶນສົມທົບເພື່ອສົງເສີມທຸລະກິດ, ບໍລິສັດ ຊີແອັດສ ໄລຕິ່ງ, ສູນບໍລິການອາຊີວະ ສຶກສາ ແບບຄວບຄູ່, ອີແອນເອັມ ຕິດຕັ້ງ ແລະ ສ້ອມແປງອຸປະກອນໄຟຟ້າ, ກອງທຶນປົກປ້ອງຫມີ, ເກບີ, Greener & Zero Waste Laos, Hospitality International Services, ບໍລິສັດ ເຈເຫັດເອ, ກິນນາຣີ – ຊາຈາກລາວ & ຊ໋ອກໂກແລັດໃນຝັນ, ເຄວີ ໂຊລາ ຊ໋ອບ, ລາວພັດທະນາກະສິກຳສະອາດ, ມູນນິທິອະນຸລັກສັດປ່າລາວ, Lao Natural, ລາວໄບໂອແກ໊ສ, ບໍລິສັດໄຫມ ສະຫວັນ ລາວ, ສວນນໍ້າດົງ &ຈານຮັກໂລກ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ, ນ້ຳກັດຢໍລະປ່າ & ນ້ຳປ່ຽນຢໍລະປ່າ, ສວນປັນຍານິເວດ, ບໍລິສັດປາຫວານຟາມ, ກາໝາຍ ສປປ ລາວ ປາສະຈາກ ພລາສຕິກ & ອີໂຄນັອກສ໌ ລາວ, ຊ໋ອບປິ່ງດີ, ໂຄງການທັກສະສຳລັບວຽກງານທ່ອງທ່ຽວ ( ລາວ/029 ), ບໍລິສັດແທຣາເຄຼຍຣ໌, ທານຝັນ, ບໍລິສັດບ້ານຫວາຍ ທະວີໂຊກ, ບໍລິສັດທຣີຄອນທີເນັນໂທ, ໂຄງການສ້າງສະະາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ, ວິບວົງ, ສີສເຕີ, ວົງພານິດ ລາວ. ໂຄງການລາວທ່ຽວລາວ ກໍຈະເຂົ້າຮ່ວມໃນງານ, ພ້ອມດ້ວຍຂໍ້ມູນກ່ຽວກັບການສົ່ງເສີມການທ່ອງທ່ຽວພາຍໃນ.

ສ່ວນໜຶ່ງທີ່ສຳຄັນທີ່ສຸດໃນງານສະແດງໃນຄັ້ງນີ້ ແມ່ນງານປະຊຸມສຳມະນາ ເຊິ່ງຈະນໍານັກວິຊາການທີ່ມີປະສົບການຫລາຍທ່ານມາຮ່ວມສົນທະນາໃນຫລາຍຫົວຂໍ້ທີ່ສຳຄັນຕໍ່ອຸດສາຫະກຳການທ່ອງທ່ຽວລາວ ແລະ ພາກພື້ນນ. ໃນວັນສຸກ ວັນທີ 6 ພະຈິກ 2020, ຈະມີການສົນທະນາສາມຫົວຂໍ້ ຄື: ອະນາຄົດຂອງການທ່ອງທ່ຽວໃນອາຊຽນ ແລະ ລາວການທ່ອງທ່ຽວທີ່ປອດໄພຄວາມສຳຄັນຂອງສຸຂະພາບ ແລະ ຄວາມປອດໄພ ແລະ ມາດຕະການທີ່ມີປະສິດທິພາບ, ແລະ ການສ້າງແຮງງານຂະແໜງທ່ອງທ່ຽວທີ່ມີຄວາມສາມາດປັບຕົວຫລາຍຂຶ້ນ. ໃນມື້ທີສອງຂອງງານວາງສະແດງ, ວັນທີ 7 ພະຈິກ 2020, ຜູ້ເຂົ້າຮ່ວມຊົມງານຈະເຂົ້າຮ່ວມການສົນທະນາໃນຫົວຂໍ້ “ການສ້າງແຜນການຟຶ້ນຟູສຳລັບຂະແຫນງທ່ອງທ່ຽວ ພາຍຫລັງໂຄວິດ-19” ແລະ “ທາງອອກພາກປະຕິບັດໃນການຫລຸດຜ່ອນພລາສຕິກໃນລາວ” ໃນມື້ນັ້ນ ຍັງຈະມີກິດຈະກຳແລກປ່ຽນກ່ຽວກັບຊີວະນາໆພັນ ແລະ ການອະນຸລັກ ນຳໂດຍມູນິທີອະນຸລັກສັດປ່າລາວ ແລະ ກອງທຶນປົກປ້ອງຫມີ.

ໃນປີນີ້, ດ້ວຍຄວາມພະຍາຍາມທີ່ຈະຮ່ວມເອົາຜູ້ເຂົ້າຊົມຈາກພາກພຶ້ນທີ່ບໍ່ສາມາດເຂົ້າຮ່ວມໄດ້ດ້ວຍໂຕເອງຍ້ອນຂໍ້ຈຳກັດດ້ານການເດີນທາງ, ຈຶ່ງໄດ້ນຳເອົາງານວາງສະແດງນີ້ຂຶ້ນອອນລາຍນ໌. ໃນວັນທີ 5-6 ພະຈິກ 2020, ຜູ້ເຂົ້າຊົມຈະໄດ້ພົບກັບອີກ 20 ຫົວຫນ່ວຍທຸລະກິດ ແລະ ເທັກໂນໂລຊີເຄື່ອງມືການສື່ສານຕ່າງໆໂດຍສາມາດເຂົ້າຮ່ວມທາງ ເວບໄຊທີ່ astse.vfairs.com, ນອກຈາກນັ້ນ, ຍັງຈະມີການປະຊຸມສຳມະນາໃຫ້ເບິ່ງໃນເວັບໄຊທ໌, ລົມທັງການສົນທະນາສົດ ແລະ ສຳມະນາທາງເວັບໄຊ ທີ່ສາມາດເບິ່ງໄດ້ທຸກເວລາ.

ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ແມ່ນຈັດໂດຍກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍການສະຫນັບສະຫນູນຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ກອງເລຂາອາຊຽນ ແລະ ສະຫນັບສະຫນູນໂດຍອົງການຮ່ວມມືດ້ານການພັດທະນາເຢຍລະມັນ, ຜູ້ອຸປະຖຳຂອງງານລວມມີ ອົງການຮ່ວມມືລະຫວ່າງປະເທດຂອງປະເທດສະຫະລັດອາເມລິກາ, ໂຄງການທັດສະສຳລັບວຽກງານທ່ອງທ່ຽວ ( ລາວ/029 ), ທີທີຈີ ເອເຊຍ ແລະ ຫ້ອງການປະສານງານການທ່ອງທ່ຽວແມ່ນໍ້າຂອງ.

ສໍາລັບລາຍການຫົວຫນ່ວຍທູລະກິດທີ່ເຂົ້າຮ່ວມວາງສະແດງ, ຕາຕະລາງງານ ຫລື ລາຍລະອຽດກ່ຽວກັບການປະຊຸມສຳມະນາ ແລະ ຜູ້ເຂົ້າຮ່ວມສົນທະນາ, ກະລຸນາເຂົ້າເບິ່ງໄດ້ທີ່ www.facebook.com/ASEAN.STSE.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword