ງານສະເຫຼີມສະຫຼອງ ວັນສ້າງຕັ້ງອົງການແຮງງານສາກົນຄົບຮອບ 100 ປີ ແລະ 55 ປີ ສປປ ລາວ ເປັນສະມາຊິກອົງການແຮງງານສາກົນ

ງານສະເຫຼີມສະຫຼອງ ວັນສ້າງຕັ້ງອົງການແຮງງານສາກົນຄົບຮອບ 100 ປີ ແລະ 55 ປີ ສປປ ລາວ ເປັນສະມາຊິກອົງການແຮງງານສາກົນ

ໃນຕອນເຊົ້າຂອງວັນທີ 16 ພະຈິກ 2019, ທີ່ນະຄອນຫຼວງວຽງຈັນ ໄດ້ມີງານສະເຫຼີມສະຫຼອງວັນສ້າງຕັ້ງອົງການແຮງງານສາກົນ ຄົບຮອບ 100 ປີ ແລະ 55 ປີ ສປປ ລາວ ເປັນສະມາຊິກອົງການແຮງງານສາກົນ

ໂດຍເປັນກຽດເຂົ້າຮ່ວມເປັນປະທານກິຕິມະສັກ ຂອງ ທ່ານ ນາງ ປານີ ຍາທໍ່ຕູ້, ປະທານສະພາແຫ່ງຊາດ ພ້ອມດ້ວຍການນໍາຂັ້ນສູງຂອງອົງການຈັດຕັ້ງສາມຝ່າຍ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ອົງການແຮງງານສາກົນ ແລະ ພາກສ່ວນກະຊວງ, ອົງການ, ສະຖາບັນການສຶກສາ, ນັກຂ່າວ, ສື່ມວນຊົນ ລວມປະມານ 1.000ຄົນ ເຂົ້າຮ່ວມ.

ໃນງານສະເຫຼີມສະຫຼອງດັ່ງກ່າວ ທ່ານ ປອ. ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຂື້ນມີຄໍາເຫັນກ່າວເປີດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການແຮງງານສາກົນ ຄົບຮອບ 100 ປີ ແລະ 55 ປີ ສປປ ລາວ ເປັນສະມາຊິກອົງການແຮງງານສາກົນ ຊຶ່ງທ່ານໄດ້ກ່າວເນັ້ນຢໍ້າເຖິງຄວາມໝາຍຄວາມສໍາຄັນຂອງການສະເຫຼີມສະຫຼອງວັນດັ່ງ ກ່າວ ຊຶ່ງຕະຫລອດໄລຍະເວລາ 55 ປີ ທີ່ໄດ້ເປັນສະມາຊິກຂອງອົງການແຮງງານສາກົນ, ສປປ ລາວ ໄດ້ໃຫ້ສັດຕະຍາບັນສົນທິສັນຍາແຮງງານສາກົນ 10 ສະບັບ, ໄດ້ເອົາໃຈໃສ່ແກ້ໄຂບັນຫາກ່ຽວກັບແຮງງານໃນຫຼາຍດ້ານ ເພື່ອເປັນການເພີ່ມທະວີຄວາມຍຸຕິທໍາໃນສັງຄົມ, ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ, ວຽກເພື່ອອະນາຄົດທີ່ສົດໃສ ໃຫ້ແກ່ແຮງງານຂອງລາວ ຊຶ່ງຕິດພັນກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສປປ ລາວ ໄດ້ມີກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການປະກັນສັງຄົມ, ມີລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ລວມເຖິງການສ້າງຄວາມເຂັ້ມແຂງທາງດ້ານລະບົບການປົກປ້ອງສັງຄົມແຫ່ງຊາດ ແລະ ອື່ນໆອີກຈໍານວນນຶ່ງ ເພື່ອຊຸກຍູ້ການເສດຖະກິດໃຫ້ມີການຂະຫຍາຍຕົວ, ສັງຄົມມີຄວາມສະຫງົບສຸກ, ມີຄວາມຍຸຕິທໍາ ແລະ ປະຊາຊົນມີຄວາມຜາສຸກທຸກທົ່ວໜ້າ.

ພ້ອມນັ້ນໃນພິທີ ທ່ານ ແກຣມ ບັກເລ ຜູ້ອໍານວຍການຫ້ອງການອົງການແຮງງານສາກົນ ຮັບຜິດຊອບປະເທດລາວໄດ້ມີຄໍາເຫັນກ່າວ ໂດຍຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການຈັດຕັ້ງປະຕິບັດບັນດາຖະແຫຼງການຂອງປະເທດຊະມາຊິກທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຂອງອົງການສະຫະປະຊາຊາດ ຄັ້ງທີ 74 ທີ່ຈັດຂຶ້ນໃນເດືອນກັນຍາ 2019 ຢູ່ນະຄອນຫຼວງ ນິວຍອກ ໂດຍສະເພາະແມ່ນ “ຖະແຫຼງການຄົບຮອບສັດຕະຫວັດ ວ່າດ້ວຍວຽກໃນອານາຄົດ” ຊຶ່ງຮຽກຮ້ອງໃຫ້ບັນດາປະ ເທດ ຖືເອົາວາລະການພັດທະນາອີງໃສ່ຄົນເປັນໃຈກາງ ເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ເກີດຈາກການປ່ຽນແປງໃນການເຮັດວຽກ. ພ້ອມນັ້ນທ່ານຍັງໄດ້ສະແດງຄວາມເປັນຫວ່ງເປັນໄຍ ຕໍ່ພົນລະເມືອງລາວ ໂດຍສະ ເພາະແມ່ນການເຂົ້າເຖິງໂອກາດໃນການມີວຽກເຮັດງານທໍາທີ່ດີ ແລະ ມີຄຸນຄ່າ, ມີເງື່ອນໄຂການເຮັດວຽກທີ່ປອດໄພ, ໄດ້ຮັບຄ່າແຮງງານທີ່ພຽງພໍ, ໄດ້ຮັບການປົກປ້ອງພາຍໃຕ້ມາດຕະຖານແຮງງານຈາກການຈັດຕັ້ງປະຕິບັດກົດໝາຍແຮງງານທີ່ມີປະສິດທິຜົນ ແລະ ຈາກການຮ່ວມມືໃນການຈັດຕັ້ງມາດຕະການຕ່າງໆຂອງອົງການຈັດຕັ້ງສາມຝ່າຍ.

ເພື່ອເຮັດໃຫ້ບັນຍາກາດສະເຫຼີມສະຫຼອງດັ່ງກ່າວມີເນື້ອໃນເລິ່ກເຊິ່ງ, ນອກຈາກກິດຈະກໍາຍ່າງເພື່ອສຸຂະ ພາບແລ້ວ ຍັງໄດ້ຈັດກິດຈະກໍາ “ງານສໍາມະນາໃຫ້ຄໍາປຶກສາດ້ານແຮງງານ” ຊຶ່ງງານດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 16-17 ພະຈິກ 2019 ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ. ພາຍໃນງານໄດ້ມີການວາງສະແດງບູດ (ຮ້ານ) ລວມທັງໝົດ 46 ບູດ ທີ່ມາຈາກພາກລັດຖະບານ ແລະ ພາກເອກະຊົນ ເປັນຕົ້ນ: ພາກສ່ວນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະຖາບັນພັດທະນາສີມືແຮງງານທັງໝົດ, ສູນບໍລິການຈັດຫາງານ, ສະມາຄົມ ແລະ ບໍລິສັດຫ້າງຮ້ານຕ່າງໆ. ພ້ອມທັງມີການນໍາສະເໜີ ແລະ ໃຫ້ຄໍາປຶກສາດ້ານກົດໝາຍຕ່າງໆທີ່ກ່ຽວຂ້ອງ, ນິຕິກໍາລຸ່ມກົດໝາຍ, ການຊອກຫາວຽກເຮັດງານທໍາ, ການລົງທະບຽນຜູ້ຊອກວຽກເຮັດງານທໍາ ແລະ ຜູ້ໃຊ້ແຮງງານຢູ່ເວັບໄຊ ບໍລິການຈັດຫາງານສາທາ ລະນະຊົນ, ຂັ້ນຕອນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ເຜີຍແຜ່ກ່ຽວກັບການເຄື່ອນຍ້າຍແຮງງານແບບປອດໄພ, ສະໜອງຂໍ້ມູນດ້ານຫລັກສູດການຝຶກສີມື ແລະ ຂຶ້ນທະບຽນນັກຮຽນ, ການສ້າງແຜນເຮັດທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ວິທີການລົງທະບຽນສະໝັກວຽກ ແລະ ອື່ນໆ, ລວມທັງການສາທິດສີມືແຮງງານ ເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ຮັບຊົມອີກດ້ວຍ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword