ພິທີຈັດງານສະເຫຼີມສະຫຼອງ ສປປ ລາວ ເຂົ້າເປັນສະມາຊິກອົງການຜະລິດຕະພາບແຫ່ງອາຊີ ຄົບຮອບ 20 ປີ ແລະ ງານວາງສະແດງນະວັດຕະກຳເພື່ອຄຸນນະພາບທີ່ສູງຂື້ນ

ພິທີຈັດງານສະເຫຼີມສະຫຼອງ ສປປ ລາວ ເຂົ້າເປັນສະມາຊິກອົງການຜະລິດຕະພາບແຫ່ງອາຊີ ຄົບຮອບ 20 ປີ ແລະ ງານວາງສະແດງນະວັດຕະກຳເພື່ອຄຸນນະພາບທີ່ສູງຂື້ນ

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໄດ້ຮັບກຽດເຂົ້າຮ່ວມພິທີຈັດງານສະເຫຼີມສະຫຼອງ ສປປ ລາວ ເຂົ້າເປັນສະມາຊິກອົງການຜະລິດຕະພາບແຫ່ງອາຊີ ຄົບຮອບ 20 ປີ ແລະ ງານວາງສະແດງນະວັດຕະກຳເພື່ອຄຸນນະພາບທີ່ສູງຂື້ນ ໃນວັນທີ 24 ພະຈິກ ທີ່ສູນຄ້າວຽງຈັນເຊັນເຕີ ຊິຶ່ງງານດັ່ງກ່າວຈະໄດ້ຈັດ ເປັນເວລາ 3 ວັນ (ວັນທີ 24-26 ພະຈິກ 2022).

ໃນການເປີດງານດັ່ງກ່າວໃນຄັ້ງນີ້ ໂດຍໄດ້ຮັບກຽດເປັນປະທານເປີດພິທີ ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ,
ອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື ເອີ້ນຫຍໍ້ APO) ແມ່ນອົງການຈັດ ຕັ້ງລະຫວ່າງລັດຖະບານ ໃນພາກພື້ນອາຊີ ແລະ ປາຊີຟິກ, ເປັນອົງການທີ່ບໍ່ເຄື່ອນໄຫວທາງດ້ານການເມືອງ, ບໍ່ສະແຫວງຫາຜົນກຳໄລ ແລະ ປະຕິບັດຕາມຫຼັກການສະເໝີພາບ, ມີພາລະບົດບາດໃນການສົ່ງເສີມການເພີ່ມຜະລິດຕະພາບ ໃນຂົງເຂດພາກລັດ ແລະ ພາກທຸລະກິດ, ລວມທັງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການສົ່ງເສີມການນໍາໃຊ້ວິທີວິທະຍາ ແລະ ເຄື່ອງມືເພີ່ມຜະລິດຕະພາບ ເພື່ອປັບປຸງລະບົບການບໍລິຫານ ແລະ ຂະບວນການຜະລິດໃຫ້ມີຄວາມຄ່ອງຕົວ ແນໃສ່ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກ APO ອັນດັບທີ 19 ໃນວັນທີ 18 ມິຖຸນາ 2002.
ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຍົກໃຫ້ ເຫັນບົດບາດຄວາມສຳຄັນ ຂອງການຈັດຕັ້ງປະຕິບັດວຽກງານພະລິດຕະພາບ ແມ່ນເປັນວຽກຈຸດສຸມໜຶ່ງທີ່ສຳຄັນ ຊຶ່ງ ພັກ ແລະ ລັດຖະບານເຮົາ ໄດ້ມີທິດທາງການພັດທະນາ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດໃນໂຄງປະກອບເສດຖະກິດແຫ່ງຊາດ, ມີການນຳໃຊ້ ແລະ ພັດທະນາເຕັກໂນໂລຊີທີ່ທັນສະໄໝ, ສະອາດ ເປັນມິດກັບສິ່ງແວດລ້ອມ, ພັດທະນາອຸດສາຫະກຳເສົາຄໍ້າເສດຖະກິດແຫ່ງຊາດ ຊຶ່ງໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ວາລະແຫ່ງຊາດ ຊຶ່ງໄດ້ກໍານົດແຈ້ງກ່ຽວກັບ ວຽກງານການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຍົກລະດັບປະສິດຕິພາບການຜະລິດ ແລະ ເຮັດໃຫ້ມີສິນຄ້າທີ່ມີຄຸນນະພາບສູງຂຶ້ນ. ໂດຍໄດ້ຕັ້ງຄາດໝາຍໄວ້ໃນປີ 2025 ຈະມີການຂະຫຍາຍຕົວຂອງຜະລິດຕະພາບສະເລ່ຍ 2,2% ຕາມການເຕີບໂຕຂອງ GDP 4,5% ແລະ ການຈ້າງງານສະເລ່ຍຕໍ່ປີ ຄື 2,3%. ນອກຈາກນັ້ນ ທ່ານ ມະໄລທອງ ກົມມະສິດ ຍັງໄດ້ເນັ້ນຢ້ຳ ການເອົາໃຈໃສ່ ຂອງອົງການຜະລິດຕະພາບແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ສາມາດບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ ເພື່ອໃຫ້ໄດ້ຮັບຜົນປະໂຫຍດສູງສຸດຈາກການເພີ່ມຜະລິດຕະພາບ, ສ້າງຄວາມສາມາດໃນການແຂ່ງຂັນຂອງສິນຄ້າລາວ ໃຫ້ສາມາດສົ່ງອອກສູ່ຕະຫຼາດພາກພື້ນ ແລະ ສາກົນ ພ້ອມທັງຍົກລະດັບຜະລິດຕະພາບແຮງງານໃຫ້ໃກ້ຄຽງ ແລະ ໄລ່ທັນບັນດາປະເທດອາຊຽນ ແລະ ປະເທດສະມາຊິກ APO ໃນຕໍ່ໜ້າ.
ການຈັດງານສະເຫລີມສະຫຼອງ ສປປ ລາວ ເຂົ້າເປັນສະມາຊິກ APO ຄົບຮອບ 20 ປີ ໃນມື້ນີ້ ຖືເປັນກິດຈະກຳໜຶ່ງທີ່ສຳຄັນ ຊຶ່ງເປັນການລະນຶກເຖິງຜົນສຳເລັດການຈັດຕັ້ງປະຕິບັດວຽກງານຜະລິດຕະພາບ ໃນໄລຍະ 20 ປີຜ່ານມາ ແລະ ເປັນການໂຄ ສະນາ ເຜີຍແຜ່ໃນສັງຄົມຮັບຊາບຢ່າງກວ້າງຂວາງ. ພ້ອມນີ້ ກໍ່ຈະເປັນການກະຕຸກຊຸກຍູ້ ໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ໃຫ້ໄດ້ຜົນສຳເລັດທີ່ພົ້ນເດັ່ນຍິ່ງໆຂຶ້ນ ແລະ ປະກອບສ່ວນຢ່າງແທ້ຈິງແກ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.
ໃນງານປະກອບດ້ວຍກິດຈະທີ່ສຳຄັນຄື (1) ການສະເໜີຜົນງານການເຄື່ອນໄຫວວຽກງານຜະລິດຕະພາບ ໃນໄລຍະ 20 ປີຜ່ານມາ ຂອງອົງການຜະລິດຕະພາບແຫ່ງຊາດ; (2) ງານວາງສະແດງສິນຄ້າຈາກຫຼາກຫຼາຍຫົວໜ່ວຍຂອງ ວນກ; (3) ການຈັດເວທີສົນທະນາ ໃນຫົວຂໍ້: “ຄວາມສຳຄັນຂອງ ຜະລິດຕະພາບ ຕໍ່ເສດຖະກິດ -ສັງຄົມ ” ມາຈາກພາກລັດ ແລະ ທຸລະກິດ; ແລະ (4) ຈັດການແຂ່ງຂັນໃນຫົວຂໍ້ “ ການເພີ່ມຜະລິດຕະພາບ ແລະ ຄຸນນະພາບ ” Innovation for Higher Productivity Contest 2022.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword