ກອງປະຊຸມ ການຂົນສົ່ງສິນຄ້າທາງລົດໄຟ ຈີນ-ລາວ-ໄທ

ກອງປະຊຸມ ການຂົນສົ່ງສິນຄ້າທາງລົດໄຟ ຈີນ-ລາວ-ໄທ

ກອງປະຊຸມ ການຂົນສົ່ງສິນຄ້າທາງລົດໄຟ ຈີນ-ລາວ-ໄທ ໄດ້ຈັດຂື້ນໃນວັນທີ 30 ພະຈີກ 2022, ເວລາ 9:00 – 11:30 ໂມງ ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໃຫ້ກຽດເປັນປະທານຮ່ວມກັບ ທ່ານ Liu JINXIN, ຫົວໜ້າຄະນະສະຖາບັນຄົ້ນຄົ້ວາການຂົນສົ່ງສາກົນ ອາຊີຕາເວັນອອກ ປະຈຳ ຄຸນໝິງ, ສປ ຈີນ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການປຶກສາຫາຫລືຮ່ວມກັນ, ເພື່ອການພັດທະນາທາງດ້ານການຂົນສົ່ງສີນຄ້າຕາມເສັ້ນທາງລົດໄຟ ຈີນ-ລາວ-ໄທ, ການພັດທະນາເຂດກໍ່ສ້າງອຸດສາກໍາຕາມເສັ້ນທາງລົດໄຟ ໃຫ້ເກີດມີໂຄງການທີ່ສາມາດລົງທືນຕາມແລວທາງລົດໄຟ ແລະ ດືງດູດເອົານັກລົງທືນຕ່າງປະເທດເຂົ້າມາພັດທະນາເສດຖະກິດ-ການຄ້າ ໃຫ້ມີການຂະຫຍາຍຕົວເພີ່ມຂື້ນ.
ເຊີ່ງກອງປະຊຸມດັ່ງກ່າວຍັງມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຂົນສົ່ງຫຼາຍຮູບແບບຕາມເສັ້ນທາງລົດໄຟຈີນ-ລາວ-ໄທ ແລະ ການພັດທະນາອຸດສາຫະກຳຕາມແລວທາງລົດໄຟຮ່ວມກັນ, ລະຫວ່າງ ຄະນະສະຖາບັນຄົ້ນຄ້ວາການຂົນສົ່ງສາກົນ ອາຊີຕາເວັນອອກ ປະຈຳ ຄຸນໝິງ, ສປ ຈີນ (SSILR) ແລະ ສະພາການຄ້າ ແລະ ອຸດສາຫກຳແຫ່ງຊາດລາວ (LNCCI) ແລະ ສະຫະພັນຜູ້ໃຫ້ບໍລິການທາງດ້ານໂລຈິຣຕິກໄທ (TLSP).
ເພື່ອໃຫ້ມີບົດບາດໃນການສະໜັບສະໜູນທາງປັນຍາໃນການຊຸກຍູ້ສົ່ງເສີມເຊື່ອມໂຍງການຮ່ວມມືຫຼາຍຮູບແບບໃນພາກພື້ນ.ເພື່ອການພັດທະນາການຂົນສົ່ງແບບຍືນຍົງໃນອາຊີ ແລະ ປາຊີຟິກ ແລະ ການປະກອບສ່ວນທີ່ສຳຄັນອັນເປັນບາດກ້າວໃນການວາງນະໂຍບາຍຂອງລັດຖະບານ ເພື່ອໃຫ້ຄໍາແນະນໍາທີ່ເປັນມືອາຊີບ ແລະ ເປັນເອກະລາດຕາມແລວທາງລົດໄຟຈີນ-ລາວ-ໄທ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword