ກອງປະຊຸມເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານໃນພາກ ອາຄານ ແລະ ໂຮງງານ ຄວບຄຸມ

ກອງປະຊຸມເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານໃນພາກ ອາຄານ ແລະ ໂຮງງານ ຄວບຄຸມ

ໃນຕອນເຊົ້າ ຂອງ ວັນທີ 23 ພະຈິກ 2022 ທີ່ ຫ້ອງປະຊຸມຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ໄດ້ຮ່ວມຈັດກອງປະຊຸມເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານໃນພາກ ອາຄານ ແລະ ໂຮງງານ ຄວບຄຸມ ໂດຍການເປັນປະທານຂອງ  ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ແລະ ທ່ານ ທຣີສຕັນ ເບວລີງແຮມ (Tristan Bellingham), ຫົວໜ້າຫ້ອງການອຳນວຍຄວາມສະດວກດ້ານພະລັງງານທົດແທນ ລະຫວ່າງ ສປປ ລາວ – ນີວຊີແລນ. ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກ ໂຮງງານ ແລະ ອາຄານ ຄວບຄຸມ ຫຼາຍກວ່າ 60 ທ່ານ.

ຈຸດປະສົງຂອງກອງປະຊຸມ, ເພື່ອເປັນການເຜີຍແຜ່ເອກະສານນິຕິກຳ ກ່ຽວກັບ ວຽກງານການປະຢັດ ແລະ ອະນຸລັກພະລັງງານ ໃຫ້ແກ່ ພາກອຸດສາຫະກຳ ໂດຍສະເພາະບັນດາໂຮງຈັກ, ໂຮງງານ ແລະ ພາກອາຄານທຸລະກິດ ກໍຄື: ບັນດາໂຮງແຮມ, ໂຮງໝໍ, ໂຮງຮຽນ, ອາຄານຊັບພະສິນຄ້າຕ່າງໆ ທີ່ມີການຊົມໃຊ້ພະລັງງານ. ໃຫ້ມີລະບົບການບໍລິຫານຈັດການພະລັງງານ ແລະ ມີການນຳໃຊ້ພະລັງງານຢ່າງມີປະສິດທິພາບ ເພື່ອໃຫ້ນະໂຍບາຍແຫ່ງຊາດ ວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ ສາມາດບັນລຸຕາມຄາດໝາຍໄດ້ 10% ໃນປີ 2030.

ກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນ ໃນການຜັນຂະຫຍາຍການໂຄສະນາການເຜີຍແຜ່ນະໂຍບາຍ ແຫ່ງຊາດ ວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ ແລະ ດຳລັດວ່າດ້ວຍ ການອະນຸລັກ ແລະ ປະຢັດພະລັງງານ, ລະບຽບການ ທີ່ຕິດພັນກັບ ໂຮງງານ ແລະ ອາຄານ ຄວບຄຸມ.

ທ່ານ ຫົວໜ້າກົມ ສົ່ງເສີມ ແລະ ປະຢັດພະລັງງານຍັງໄດ້ກ່າວວ່າ: ການ​ປະ​ຢັດ ແລະ ອະ​ນຸ​ລັກພະ​ລັງ​ງານ ແມ່ນເປັນວຽກງານໜື່ງທີ່ລັດຖະບານ ສປປ ລາວ ໃຫ້ຄວາມສຳຄັນ ແລະ ສົ່ງເສີມການຈັດຕັ້ງປະຕິບັດ, ເວົ້າສະເພາະ, ວຽກງານດັ່ງກ່າວແມ່ນ ​ວິ​ທີໜື່ງ​ທີ່​ສາ​ມາດ​ຊ່ວຍຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍຂອງການນໍາໃຊ້ພະລັງງານໄດ້ດີ, ​ແຕ່ວ່າ​ ຍັງ​ບໍ່ທັ​ນ​ຖືກ​ນຳ​ໃຊ້​ຢ່າງກວ້າງ ​ຂ​ວາງ ແລະ ເປັນຮູບປະທຳ. ເນື່ອງຈາກວ່າ: ໃນ​ໄລ​ຍະ​ຜ່ານ​ມາແມ່ນໄດ້​ຮັບ​ຜົນ​ກະ​ທົບ ຈາກ​ການ​ລະ​ບາດ ຂອງ​ພະ​ຍາດ ໂຄວິດ 19 ເຮັດ​ໃຫ້​ການ​ເຜີຍແຜ່ເອກະສານນິຕິກຳ ກ່ຽວກັບ ວຽກງານການປະຢັດ ແລະ ອະນຸລັກພະລັງງານ ສໍາລັບ 4 ຂະແໜງການເຊັ່ນ: ພາກອຸດສາຫະກໍາ, ພາກທີ່ຢູ່ອາໄສ, ພາກຕຶກ-ອາຄານ ທຸລະກິດ-ສໍານັກງານລັດ ແລະ ພາກຂົນສົ່ງ ຍັງ​ບໍ່​ທັນໄດ້ຮັບການຈັດຕັ້ງປະຕິບັດ​ ເທົ່າທີຄວນ, ໂດຍສະເພາະ​ການ​​ໂຄ​ສະ​ນາ ເຜີຍ​ແຜ່, ການ​ໃຫ້​ຄວາມ​ຮູ້, ຄວາມເຂົ້າໃຈ, ໜ້າທີ່ ແລະ ຄວາມ​ຮັບ​ຜິ​ດ​ຊອບ ຂອງຜູ້ບໍລິຫານໂຮງງານ ແລະ ອາຄານ ຄວບຄຸມ ໃນ ສປປ ລາວ.

ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອລ້າຈາກ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ ນິວ​ຊີ​ແລນ. ກອງປະຊຸມໄດ້ປິດລົງໃນ ເວລາ 16:00ໂມງ ຂອງວັນດຽວກັນ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword