ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ ພ້ອມດ້ວຍຄະນະປະທານ,

ສະພາການຄ້າ ຈີນ ຕ່າງດາວ ແລະ ພາກທຸລະກິດ 50 ທ່ານ ເຂົ້າຮ່ວມກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ, ໄດ້ຈັດຂື້ນທີ່ ໂຮງແຮມ ແລນມາກ.
ໃນກອງປະຊຸມດັ່ງກ່າວ, ທ່ານ ທ່ານ ທະນົງສີນ ກັນລະຍາ ໄດ້ສະແດງຄວາມຍີນດີຕ້ອນຮັບທ່ານ ນາງ Owin FENG , ຜູ້ອໍານວຍການ ຫ້ອງການເສດຖະກິດ ແລະ ການຄ້າ ຮົງກົງ ປະຈຳ ສີງກະໂປ ພ້ອມດ້ວຍຄະນະ ແລະ ຕີລາຄາສູງຕໍ່ການຈັດກອງປະຊຸມໃນຄັ້ງນີ້, ເຊີ່ງເປັນຄັ້ງທຳອິດ ໃນການຢ້ຽມຢາມຂອງ ທ່ານ ຈອນ ລີ, ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ, ສປ ຈີນ ທີ່ໄດ້ເດີນທາງຢ້ຽມຢາມ ສປປ ລາວ, ໃນວັນທີ 28-30 ກໍລະກົດ 2024 ທີ່ຜ່ານມາ. ການຈັດກອງປະຊຸມຄັ້ງນີ້ຈະເປັນບາດກ້າວບຸກທະລຸ ໃນການສົ່ງເສີມການພົວພັນຮ່ວມມື ພາກທຸລະກິດ ລະຫວ່າງ ລາວ-ຮົງກົງ ໂດຍສະເພາະແນ່ໃສ່ສົ່ງເສີມ ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ ແລະ ການລົງທືນ, ການເງີນ, ການທ່ອງທ່ຽວ, ການສືກສາ ແລະ ຂະແໜງການອື່ນໆ ທີ່ພາກທຸລະກິດສອງຝ່າຍມີຄວາມສົນໃຈຮ່ວມມືກັນ ໃຫ້ມີການຂະຫຍາຍຕົວ, ເຊີ່ງສອງຝ່າຍໄດ້ພ້ອມກັນແລກປ່ຽນຄຳຄິດຄຳເຫັນ ໃນຫຼາຍຂົງເຂດວຽກງານຢ່າງກົງໄປກົງມາ ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງຝ່າຍໃຫ້ມີບັນຍາກາດໃໝ່.
ໃນຂະນະດຽວກັນ, ທ່ານ ນາງ Owin FENG , ຜູ້ອໍານວຍການ ຫ້ອງການເສດຖະ ກິດ ແລະ ການຄ້າ ຮົງກົງ ປະຈຳ ສີງກະໂປ ກໍສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ພ້ອມທັງໄດ້ລາຍງານ ແລະ ນຳສະເໜີຂົງເຂດວຽກງານການລົງທືນຮົງກົງ, ພ້ອມນັ້ນ ກໍສະແດງຄວາມຍີນດີທີ່ຈະຮ່ວມມື ແລະ ປະສານງານຢ່າງໄກຊິດກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ ໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ບົດບັນທືກຄວາມເຂົ້າໃຈ ທີ່ໄດ້ຮ່ວມກັນລົງນາມໃນໄລຍະຜ່ານມາ ໃຫ້ປະກົດຜົນເປັນຈີງ.

Related Posts

ໂຮງແຮມມາຍບ້ານລາວ (MyBanLao Hotel) ຫຼວງພະບາງ ໃຫ້ການສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 24 ກັນຍາ 2024,…Read more
ກອງປະຊຸມສົນທະນາ ນະໂຍບາຍ ກ່ຽວກັບການຂາດເຂີນແຮງງານ ຢູ່ ສປປ ລາວ

ກອງປະຊຸມສົນທະນາ ນະໂຍບາຍ ກ່ຽວກັບການຂາດເຂີນແຮງງານ ຢູ່ ສປປ ລາວ

ກອງປະຊຸມສົນທະນາ ນະໂຍບາຍ ກ່ຽວກັບການຂາດເຂີນແຮງງານ ຢູ່ ສປປ ລາວ, ໃນວັນທີ 31 ສິງຫາ 2023, ທີ່ ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ…Read more
ການຝຶກອົບຮົມກ່ຽວກັບ ການສ້າງແຜນການຕະຫລາດການສົ່ງອອກ (Export Marketing Plan)

ການຝຶກອົບຮົມກ່ຽວກັບ ການສ້າງແຜນການຕະຫລາດການສົ່ງອອກ (Export Marketing Plan)

ການຝຶກອົບຮົມກ່ຽວກັບ ການສ້າງແຜນການຕະຫລາດການສົ່ງອອກ (Export Marketing Plan) ໃນວັນທີ 14 ມິຖຸນາ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more
ພິທີປິດ ການຝຶກອົບຮົມ ໃນຫຼັກສູດ  ສື່ມວນຊົນລາວແບບໃໝ່ E-Commerce ແລະ ພິທີເຊັນບົດບັນທຶກຄວາມເຂົ້າໃຈ

ພິທີປິດ ການຝຶກອົບຮົມ ໃນຫຼັກສູດ ສື່ມວນຊົນລາວແບບໃໝ່ E-Commerce ແລະ ພິທີເຊັນບົດບັນທຶກຄວາມເຂົ້າໃຈ

ພິທີປິດ ການຝຶກອົບຮົມ ໃນຫຼັກສູດ ສື່ມວນຊົນລາວແບບໃໝ່ E-Commerce ແລະ ພິທີເຊັນບົດບັນທຶກຄວາມເຂົ້າໃຈ, ໃນວັນທີ 2 ມິຖຸນາ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ II, ເພື່ອໃຫ້ຄວາມຮູ້ ແລະ ປົກປ້ອງແມ່ຍິງໃນທຸລະກິດ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດ “ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ II, ເພື່ອໃຫ້ຄວາມຮູ້ ແລະ ປົກປ້ອງແມ່ຍິງໃນທຸລະກິດ”, ຊື່ງຈັດຂື້ນໃນລະຫວ່າງວັນທີ 28 ກຸມພາ…Read more
ສຳເລັດກອງປະຊຸມສໍາມະນາຫົວຂໍ້: “ການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເງິນສໍາລັບ MSMEs ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ”

ສຳເລັດກອງປະຊຸມສໍາມະນາຫົວຂໍ້: “ການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເງິນສໍາລັບ MSMEs ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ”

ໃນວັນທີ 30 ມີຖຸນ 2022 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ. ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ…Read more

Enter your keyword