ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ ພ້ອມດ້ວຍຄະນະປະທານ,

ສະພາການຄ້າ ຈີນ ຕ່າງດາວ ແລະ ພາກທຸລະກິດ 50 ທ່ານ ເຂົ້າຮ່ວມກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ, ໄດ້ຈັດຂື້ນທີ່ ໂຮງແຮມ ແລນມາກ.
ໃນກອງປະຊຸມດັ່ງກ່າວ, ທ່ານ ທ່ານ ທະນົງສີນ ກັນລະຍາ ໄດ້ສະແດງຄວາມຍີນດີຕ້ອນຮັບທ່ານ ນາງ Owin FENG , ຜູ້ອໍານວຍການ ຫ້ອງການເສດຖະກິດ ແລະ ການຄ້າ ຮົງກົງ ປະຈຳ ສີງກະໂປ ພ້ອມດ້ວຍຄະນະ ແລະ ຕີລາຄາສູງຕໍ່ການຈັດກອງປະຊຸມໃນຄັ້ງນີ້, ເຊີ່ງເປັນຄັ້ງທຳອິດ ໃນການຢ້ຽມຢາມຂອງ ທ່ານ ຈອນ ລີ, ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ, ສປ ຈີນ ທີ່ໄດ້ເດີນທາງຢ້ຽມຢາມ ສປປ ລາວ, ໃນວັນທີ 28-30 ກໍລະກົດ 2024 ທີ່ຜ່ານມາ. ການຈັດກອງປະຊຸມຄັ້ງນີ້ຈະເປັນບາດກ້າວບຸກທະລຸ ໃນການສົ່ງເສີມການພົວພັນຮ່ວມມື ພາກທຸລະກິດ ລະຫວ່າງ ລາວ-ຮົງກົງ ໂດຍສະເພາະແນ່ໃສ່ສົ່ງເສີມ ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ ແລະ ການລົງທືນ, ການເງີນ, ການທ່ອງທ່ຽວ, ການສືກສາ ແລະ ຂະແໜງການອື່ນໆ ທີ່ພາກທຸລະກິດສອງຝ່າຍມີຄວາມສົນໃຈຮ່ວມມືກັນ ໃຫ້ມີການຂະຫຍາຍຕົວ, ເຊີ່ງສອງຝ່າຍໄດ້ພ້ອມກັນແລກປ່ຽນຄຳຄິດຄຳເຫັນ ໃນຫຼາຍຂົງເຂດວຽກງານຢ່າງກົງໄປກົງມາ ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງຝ່າຍໃຫ້ມີບັນຍາກາດໃໝ່.
ໃນຂະນະດຽວກັນ, ທ່ານ ນາງ Owin FENG , ຜູ້ອໍານວຍການ ຫ້ອງການເສດຖະ ກິດ ແລະ ການຄ້າ ຮົງກົງ ປະຈຳ ສີງກະໂປ ກໍສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ພ້ອມທັງໄດ້ລາຍງານ ແລະ ນຳສະເໜີຂົງເຂດວຽກງານການລົງທືນຮົງກົງ, ພ້ອມນັ້ນ ກໍສະແດງຄວາມຍີນດີທີ່ຈະຮ່ວມມື ແລະ ປະສານງານຢ່າງໄກຊິດກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ ໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ບົດບັນທືກຄວາມເຂົ້າໃຈ ທີ່ໄດ້ຮ່ວມກັນລົງນາມໃນໄລຍະຜ່ານມາ ໃຫ້ປະກົດຜົນເປັນຈີງ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword