ກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ແຂວງວຽງຈັນ

ກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ແຂວງວຽງຈັນ

ກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ແຂວງວຽງຈັນ, ວັນທີ 06 ຕຸລາ 2023, ໄດ້ຈັດຂື້ນທີ່ຫ້ອງປະຊຸມໂຮງແຮມ ອາມາລີ ວັງວຽງ, ແຂວງວຽງຈັນ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ (ສຄອ.ວຈ) ໄດ້ຈັດກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ຂອງແຂວງວຽງຈັນ ພາຍໄຕ້ກົນໄກກອງປະຊຸມທຸລະກິດລາວ (LBF), ໂດຍການເປັນປະທານຂອງ ທ່ານ ຂັນທອງ ດວງປະເສີດ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ, ນອກຈາກນີ້ ຍັງມີຜູ້ເຂົ້າຮ່ວມຕາງໜ້າຈາກສະມາຄົມ-ກຸ່ມທຸລະກິດ ແລະ ຫົວໜ່ວຍທຸລະກິດ ທີ່ຕິດພັນກັບຂະແໜງການທ່ອງທ່ຽວ ຈຳນວນ 20 ກ່ວາທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ ເປັນການປຶກສາຫາລື, ແລກປ່ຽນຂໍ້ຄິດເຫັນ, ປະສົບການສິ່ງທ້າທ້າຍຕົວຈິງທີ່ຂະແໜງການພາຍໃນແຂວງພົບພໍ້ ເປັນຕົ້ນແມ່ນ ຄວາມບໍ່ສະຖຽນລະພາບຂອງໄຟຟ້າ-ໜ່ວຍບໍລິການຊັກຊ້າ, ການຂາດແຄນບຸກຂະລາກອນທີ່ມີຄຸນນະພາບ, ບັນຫາເລື່ອງຂີ້ເຫຍື້ອພາຍໃນຕົວເມືອງ, ບັນຫາພື້ນຖ່ານໂຄງລ່າງບໍ່ສະດວກ-ບໍ່ເປັນລະບຽບ, ຄ່າບໍລິການຂົນສົ່ງນັກທ່ອງທ່ຽວຍັງບໍ່ເປັນເອກະພາບ-ບໍ່ເປັນລະບຽບ, ບັນຫານ້ຳປາປາບໍ່ພຽງພໍຕໍ່ຄວາມຕ້ອງການ, ບັນຫາໃກ້ນຳທ່ຽວບໍ່ຖືກກົດລະບຽບ ຫຼື ໃກ້ນຳທ່ຽວເຖື່ອນ, ປ່າໄມ້ຖືກທຳລາຍຕາມຈອມພູທິວທັດທຳມະຊາດ ແລະ ອື່ນໆ
ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຢ່າງຝົດຟື້ນ, ມີລັກສະນະປຶກສາຫາລືທີ່ສ້າງສັນ ຍັງໄດ້ຍົກເອົາບັນຫາທີ່ເປັນບຸລິມະສິດຂື້ນພາຍໃນກຸ່ມດັ່ງກ່າວ, ບາດກ່າວຕໍ່ໄປ ກອງເລຂາຈະໄດ້ສັງລວມລາຍລະອຽດບັນຫາ ແລະ ຂໍ້ສະເໜີບຸລິມະສິດ ເພື່ອຄັດຈ້ອນເອົາບັນຫາສະເໜີໃຫ້ແກ່ພະແນກການທີ່ກ່ຽວຂ້ອງເພື່ອພິຈາລະນາ ແລະ ແນວທາງໃນການແກ້ໄຂບັນຫາ.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍ ອົງການ ແພລນສາກົນ ປະຈຳ ສປປ ລາວ ໂດຍຜ່ານໂຄງການ SUSTOUR LAOS.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword