ກອງປະຊຸມປຶກສາຫາລື ວ່າດ້ວຍພາລະບົດບາດ ແລະ ແຜນງານຈຸດສຸມຂອງສະມາຄົມ

ກອງປະຊຸມປຶກສາຫາລື ວ່າດ້ວຍພາລະບົດບາດ ແລະ ແຜນງານຈຸດສຸມຂອງສະມາຄົມ

ສະມາຄົມ ຜະລິດ ແລະ ປຸງແຕ່ງກະສິກຳລາວ ໄດ້ມີການຈັດກອງປະຊຸມປຶກສາຫາລື ວ່າດ້ວຍພາລະບົດບາດ ແລະ ແຜນງານຈຸດສຸມຂອງສະມາຄົມ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ສິງຫາ 2023

ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຜູ້ຊີ້ນຳສະມາຄົມທຸລະກິດກະສິກຳ, ທ່ານ ບຸນທ່ຽງ ລັດຕະນະວົງ ຮັກສາການປະທານ ສະມາຄົມ ຜະລິດ ແລະ ປຸງແຕ່ງກະສິກຳລາວ ໂດຍມີບັນດາຮອງປະທານສະມາຄົມ, ຄະນະບໍລິຫານງານສະມາຄົມ ແລະ ບັນດາທີ່ປຶກສາຂອງສະມາຄົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບການປັບປຸງການຈັດຕັ້ງຂອງສະມາຄົມໃຫ້ມີຄວາມສອດຄ່ອງກັບວຽກງານຕົວຈິງຂອງສະພາບປັດຈຸບັນ, ໄດ້ປຶກສາຫາລືືວາງແຜນບາງວຽກງານຈຸດສຸມຂອງສະມາຄົມໃຫ້ມີການຈັດຕັ້ງວຽກງານຂອງສະມາຄົມໃຫ້ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຂອງເສດຖະກິດ-ສັງຄົມໃນປັດຈຸບັນ ທັງເປັນການຈັດຕັ້ງຜັນຂະຫຍາຍທິດທາງນະໂຍບາຍຂອງລັດຖະບານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ຈັດຕັ້ງສົ່ງເສີມສະມາຊິກຂອງຕົນເພີ່ມທະວີການຜະລິດເພື່ອທົດແທນການນຳເຂົ້າ ແລະ ຜະລິດເພື່ອເປັນສິນຄ້າສົ່ງອອກ ແລະ ກຽມພ້ອມທາງດ້ານການຜະລິດສະບຽງອາຫານເພື່ອການເປັນເຈົ້າພາບກອງປະຊຸມອາຊຽນໃນປີ 2024 ທີ່ຈະມາເຖິງນີ້.
ທ່ານ ບຸນທ່ຽງ ລັດຕະນະວົງ ຮັກສາການປະທານສະມາຄົມ ຜະລິດ ແລະ ປຸງແຕ່ງກະສິກຳລາວ ໄດ້ກ່າວວ່າ: “ການປັບປຸງການຈັດຕັ້ງແມ່ນອີງໃສ່ຄວາມສອດຄ່ອງໃນການປະຕິບັດວຽກງານຕົວຈິງໂດຍການໄດ້ເຊີນເອົາຜູ້ປະກອບການທີ່ລົງເລິກ ວຽກງານຕົວຈິງໃນແຕ່ລະຂະແໜງການຂອງທຸລະກິດກະສິກຳມາເຮັດວຽກຮ່ວມກັນ ເພາະວ່າຂະແໜງການທຸລະກິດກະສິກຳແມ່ນກວມເອົາຫຼາຍວຽກງານເຊັ່ນ: ປູກຝັງ, ລ້ຽງສັດ-ປະມົງ ແລະ ການປຸງແຕ່ງກະສິກຳ ເຊິ່ງແຕ່ລະຂະແໜງກໍ່ມີຈຸດພິເສດ, ມີທ່າແຮງ ແຕກຕ່າງກັນ. ດັ່ງນັ້ນ, ການທີ່ເຊີນເອົາຜູ້ປະກອບການທີ່ລົງເລິກໃນແຕ່ລະສາຍງານມາເຮັດວຽກຮ່ວມກັນຈະເຮັດໃຫ້ສາມາດຊ່ວຍຜູ້ປະກອບການໄດ້ຖືກຈຸດ ແລະ ທັງເປັນການເຕົ້າໂຮມເອົາບັນດາຜູ້ປະກອບການໃນແຕ່ລະສາຍງານໃຫ້ເປັນກຳລັງແຮງໄດ້ດີ”. ທ່ານ ບຸນທ່ຽງ ລັດຕະນະວົງ ຍັງໄດ້ກ່າວຕໍ່ວ່າ ກ່ຽວກັບແຜນງານຈຸດສຸມຂອງສຸມາຄົມແມ່ນຈະໄດ້ປັບປຸງແຜນງານໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເວົ້າສະເພາະແມ່ນແຜນງານໄລຍະສັ້ນ ສະມາຄົມຈະເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງສະມາຄົມໃຫ້ເປັນສູນລວມ ແລະ ເປັນຕົວແທນຂອງຜູ້ປະກອບການທຸລະກິດກະສິກຳຢ່າງແທ້ຈິງ, ຈະເພີ່ມທະວີການປະສານສົມທົບເຮັດວຽກຮ່ວມກັບອົງການຈັດຕັ້ງພາກລັດ ສະຖາບັນສຶກສາ, ສະຖາບັນຄົ້ນຄວ້າຕ່າງໆ, ສະຖາບັນການເງິນ ແລະ ພົວພັນທາງດ້ານຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.
ໃນຕອນທ້າຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຜູ້ຊີ້ນຳວຽກງານທຸລະກິດກະສິກຳ ໄດ້ມີຄວາມເຫັນຊີ້ນຳວ່າ: “ໃຫ້ສະມາຄົມຈັດຕັ້ງນຳພາ-ຊ່ວຍເຫຼືອບັນດາຜູ້ປະກອບການຢ່າງຕໍ່ເນືືອ່ງ ແລະ ລົງເລິກທຸລະກິດໃນແຕ່ລະສາຍການຜະລິດ-ປຸງແຕ່ງກະສິກຳ ໃຫ້ທຸລະກິດກະສິກຳມີຄວາມເຂັ້ມແຂງ ແລະ ເປັນກຳລັງແຮງໃນການປະກອບສ່ວນສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໃຫ້ກາຍເປັນຂະແໜງການໜຶ່ງໃນການກ້າວໄປເປັນສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ”.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword