ກອງປະຊຸມສໍາມະນາເຜີຍແຜ່ຄວາມຮູ້ດ້ານເຕັກໂຕໂລຊີການກຳຈັດສິ່ງເສດເຫຼືອໃຫ້ຖືກວິທີເພື່ອເພີ່ມຄຸນຄ່າໃຫ້ບໍລິສັດ

ກອງປະຊຸມສໍາມະນາເຜີຍແຜ່ຄວາມຮູ້ດ້ານເຕັກໂຕໂລຊີການກຳຈັດສິ່ງເສດເຫຼືອໃຫ້ຖືກວິທີເພື່ອເພີ່ມຄຸນຄ່າໃຫ້ບໍລິສັດ

ໃນວັນທີ 25 ກຸມພາ 2020 ທີ່ ສຄອຊ ໄດ້ຈັດ ກອງປະຊຸມສໍາມະນາເຜີຍແຜ່ຄວາມຮູ້ດ້ານເຕັກໂຕໂລຊີການກຳຈັດສິ່ງເສດເຫຼືອໃຫ້ຖືກວິທີເພື່ອເພີ່ມຄຸນຄ່າໃຫ້ບໍລິສັດ (Seminar on ” Disseminating knowledge of Technical to proper waste treatment to enhance company corporate value”)

ໂດຍການເປັນປະທານຂອງ Mr Phouxay THEPPHAVONG Secretary General of LNCCI, Mr. YONEYAMA Yoshiharu Chief Representative of JICA, Mr. Junichiro Kayama, President of Kayama Kogyo Co., Ltd.

ໃນຊຸມປີມໍ່ໆມານີ້ຈຳນວນບໍລິສັດທີ່ໄດ້ດຳເນີນມາດຕະການ ການຈັດການສິ່ງເສດເຫຼືອເພື່ອສົ່ງເສີມການຫຼຸດຜ່ອນພາລະດ້ານສິ່ງແວດລ້ອມເພື່ອຮັບຮອງເອົາ ISO ແລະ ເພື່ອເປັນການພັດທະນາແບບຍືນຍົງ SDGs ມີແນວໂນ້ມເພິ່ມຂື້ນ. ເຫັນວ່າມີບັນດາບໍລິສັດຊອກຫາຄູ່ການຄ້າທີ່ໄດ້ຮັບການຮັບຮອງ ISO ກໍ່ມີແນວໂນ້ມເພີ່ມຂື້ນເຊັ່ນກັນ. ຕົວຢ່າງ ບໍລິສັດຍັກໃຫຍ່ຮ້ານສະດວກຊື້ແຫ່ງຫນື່ງຕັ້ງແຕ່ປີ 2012 ກໍໄດ້ມີການກວດກາບັນດາບໍລິສັດລູກຄ້າກ່ຽວກັບການຈັດການສີ່ງເສດເຫຼືອ ແລະ ນ້ຳເປື້ອນຕ່າງໆວ່າໄດ້ມາດຕະຖານຫຼືບໍ.

ດັ່ງທີ່ໄດ້ກ່າວມາໃນຂ້າງເທິງນີ້, ປະຈຸບັນມີຫຼາຍບໍລິສັດທີ່ຊອກຫາຄູ່ຮ່ວມທຸລະກິດທີ່ໄດ້ມາດຕະຖານທາງສິ່ງແວດລ້ອມ ເພ່ືຶອຍົກສູງຄຸນຄ່າ ແລະ ຄວາມຍືນຍົງຂອງບໍລິສັດ. ຈາກສະພາບດັ່ງກ່າວ, ບໍລິສັດຂອງພວກທ່ານກໍ່ອາດຈະມີຄວາມຈຳເປັນໃນການກຳຈັດສີ່ງເສດເຫຼືອ ຂອງບໍລິສັດຕົນເອງໃຫ້ເໝາະສົມ ເພື່ອເປັນການເພີ່ມຄຸນຄ່າຂອງບໍລິສັດ ແລະ ເປັນການດືງດູດລູກຄ້າໃຫ້ຫຼາຍຂື້ນອີກດ້ວຍ.  ນອກນັ້ນ, ຍັງເປັນການທ່າແຮງໃນການບໍລິຫານແບບຍືນຍົງອີກດ້ວຍ.

ສະນັ້ນ, ໃນຊຸດຝືກອົບຮົມຄັ້ງນີ້ທ່ານຈະໄດ້ຮຽນຮູ້ກ່ຽວກັບຄວາມສໍາຄັນຂອງການກຳຈັດສີ່ງເສດເຫຼືອ ແລະ ລະບົບການຂົນສົ່ງ, ການກຳຈັດລວມໄປເຖິງການຈັດການສີ່ງເສດເຫລືອໃຫ້ແບບຖືກວິທີຈາກປະເທດຍີ່ປຸ່ນ.

ນອກຈາກນັ້ນ, ຍັງຈະໄດ້ຮຽນຮູ້ກ່ຽວກັບໂຄງການທົດລອງເພື່ອແນະນຳເຕັກໂນໂລຊີຂອງບໍລິສັດເອກະຊົນຍີ່ປຸ່ນໃນການປັບປຸງການຄຸ້ມຄອງຂີ້ເຫຍື້ອຕິດເຊື້ອ ແລະ ຂີ້ເຫຍື້ອອັນຕະລາຍຕ່າງໆໃນນະຄອນຫຼວງວຽງຈັນໂດຍຈັດຕັ້ງປະຕິບັດໂດຍ ອົງການໄຈກາ ແລະບໍລິສັດຄາຢາມາໂຄກຽວ ແລະ ຫ້ອງການຄຸ້ມຄອງແລະບໍລິການຕົວເມືຶອງວຽງຈັນ. ສາມາດນຳເອົາບົດຮຽນດັັ່ງກ່າວໄປນຳໃຊ້ເຂົ້າໃນການປັບປຸງການກຳຈັດສິ່ງເສດເຫຼືອຂອງບໍລິສັດຂອງພວກທ່ານເພື່ອເພີ່ມຄຸນຄ່າຂອງບໍລິສັດທ່ານ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword