ພິທີປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານ ສຄອ ເມືອງປາກງື່ມ

ພິທີປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານ ສຄອ ເມືອງປາກງື່ມ

ໃນຕອນບ່າຍຂອງວັນທີ 16 ສິງຫາ 2021 ທີ່ ຫ້ອງວ່າການປົກຄອງເມືອງປາກງື່ມ ໄດ້ຈັດ ພິທີປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ເມືອງປາກງື່ມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳໜູນ ຕຽງທະລາດ ເຈົ້າເມືອງ ເມືອງປາກງື່ມ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)

ທ່ານ ນາງ ວັນມະນີ ພິມມະສອນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກທີ່ຖຶກເຊີນຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 0054/ສຄອ.ນວ, ລົງໃນວັນທີ 05 ສິງຫາ 2021  ວ່າດ້ວຍການຮັບຮອງການສ້າງຕັ້ງ ສຄອ ເມືອງປາກງື່ມ ແລະ ແຕ່ງຕັ້ງຄະນະບໍລະຫານງານ ສຄອ ເມືອງປາກງື່ມ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເຊິ່ງມີລາຍຊື່ລະອຽດດັ່ງລຸ່ມນີ້:

  1. ທ່ານ ຊ້ວນ ແກ້ວຕາ, ກຸ່ມໂຮງສີເຂົ້າບ້ານ ດອນວັງໂພ ເປັນປະທານ
  2. ທ່ານ ສຸລິຍົງ ພິມມະໄກສອນ, ຕະຫຼາດສົດ ບ້ານ ໜອງບົວທອງ ເປັນຮອງປະທານ
  3. ທ່ານ ນາງ ພູເພັດ, ໂຮງງານເຂົ້າຈີ່ແຊບ ບ້ານພ້າວ ເປັນຮອງປະທານ
  4. ທ່ານ ສຸພາລັກ, ສວນໄຜ່ຄຳ ເປັນຄະນະ
  5. ທ່ານ ອົ້ມຄຳ ທຳມະວົງ, ໂຮງແຮມບົວວັນ ເປັນຄະນະ
  6. ທ່ານ ນາງ ບົວຈັນ, ຟາມ ເປັນຄະນະ
  7. ທ່ານ ນາງ ບຸນສີ ສິລິວົງ ຕະຫຼາດບ້ານພ້າວ ເປັນຄະນະ
  8. ທ່ານ ແຊກ ອະພິວົງ ໂຮງງານຜະລິດນ້ຳຢາລ້າງຈານ ເປັນຄະນະ
  9. ທ່ານ ສຸກສາຄອນ ຫຼວງລາດ, ໂຮງງານ ນ້ຳດື່ມກົກໄຮ່ຫອມ ເປັນຄະນະ
  10. ທ່ານ ນາງ ວຽງຟ້າ, ໂຮງງານເຂົ້າຈີ່ແຊບ ບ້ານພ້າວ ເປັນຄະນະ
  11. ທ່ານ ນາງ ຂັນທອງ ວົງລໍຄຳ, ຜູ້ອຳນວຍການໂຮງຮຽນ ລ້ຽງເດັກ-ອະນຸບານ ແລະ ປະຖົມຕົ້ນກ້າ ເປັນຄະນະ

ເພື່ອເຮັດໃຫ້ເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບພາລະບົດບາດ ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ນໍາສະເໜີໂດຍຫຍໍ້ກ່ຽວກັບ ແຜນຍຸດທະສາດ 5ປີ ຂອງ ສຄອຊ 2021-2025 ໂດຍມີ 6 ເສົ້າຄໍ້າຄື:

  1. ພົບປະພາກລັດ ແລະ ປັບປຸງແວດລ້ອມທຸລະກິດ
  2. ຊຸກຍູ້ຊ່ວຍເຫຼືອ SME ແລະ ສູນບໍລິການ SME
  3. ການ​ສົ່ງ​ເສີມ​ຜະ​ລິດ​ຕະ​ພັນ​ລາວ
  4. ການ​ເຊື່ອມ​ໂຍງ​ພາກ​ພື້ນ ແລະ ການ​ສົ່ງ​ເສີມ​ການລົງທຶນ
  5. ພັດ​ທະ​ນາ​​ຜູ້​ປະ​ກອບ​ການ ແລະ ກິດຈະການຜູ້ໃຊ້ແຮງງານ
  6. ພັດທະນາການຈັດຕັ້ງທຸລະກິດ, ສະມາຊິກ ແລະ ປະຊາສໍາພັນ

ກ່ອນການປິດກອງປະຊຸມ, ທ່ານ ຄຳໜູນ ຕຽງທະລາດ ເຈົ້າເມືອງ ເມືອງປາກງື່ມ ກໍ່ໄດ້ໃຫ້ຄຳໂອວາດ ແລະ ໃຫ້ທິດຊີ້ນຳແກ່ ຄະນະບໍລິຫານງານ ສຄອ ເມືອງປາກງື່ມ  ເພື່ອເປັນບ່ອນອິງໃນການສືບຕໍ່ນຳພາໃນຕໍ່ໜ້າ ດັ່ງນີ້:

  1. ຍົກສູງຄວາມຮັບຜິດຊອບຕໍ່ແນວຄິດການເມືອງ,ເຄື່ອນໄຫວຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
  2. ປຸກລະດົມຂົນຂວາຍ, ຈັດຕັ້ງ, ເຕົ້າໂຮມບັນດາຫົວໜ່ວຍທຸລະກິດໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດທີ່ເປັນສະມາຊິກຂອງຕົນໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ພ້ອມກັນພັດທະນາການດຳລົງຊີວິດການເປັນຢູ່ຂອງ ປະຊາຊົນເມືອງປາກງື່ມໃຫ້ດີຍິ່ງຂື້ນ.
  3. ເອົາໃຈໃສ່ປະສານງານກັບພະແນກອຸດສາຫະກຳ ແລະ ການຄ້າ ເມືອງປາກງື່ມ, ກໍຄືພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ພະແນກການທີ່ກ້ຽວຂ້ອງ ພ້ອມກັນປະຕິບັດວຽກງານໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ ແລະ ພັດທະນາຫ້ອງການໃຫ້ມີຄວາມເຂັ້ມເເຂງ ແລະ ມີຄວາມຍືນຍົງ.
  4. ທ່ານປະທານ ສຄອ ເມືອງປາກງື່ມ ທີ່ຫາກໍ່ໄດ້ຮັບການເລືອກຕັ້ງມາໃໝ່ຕ້ອງເປັນຫົວຈັກຫຼັກແຫຼ່ງ, ເປັນຜູ່ມີຄວາມເສຍສະຫຼະສູງ, ເປັນໃຈກາງການເຕົ້າໂຮມຄວາມສາມັກຄີ ແລະ ມີການປຶກສາຫາລືແກ້ໄຂບັນຫາຕັດສິນເປັນຫມູ່ຄະນະໃນໝູ່ຄະນະ, ຄະນະບໍລິຫານງານ ສຄອ ເມືອງປາກງື່ມ  ຕ້ອງໄດ້ມີແບບແຜນວິທີການນເຮັດວຽກ ແລະ ປຶກສາຫາລືແລກປ່ຽນນຳກັນເປັນປະຈຳ.

ນອກຈາກນີ້, ທ່ານ ຄຳໜູ ເຈົ້າເມືອງ ເມືອງປາກງື່ມ ຍັງມີຄຳເຫັນສຳລັບ ສະພາການຄ້າ ແລະ ອຸດສາຫະກຳ ເມືອງປາກງື່ມ ວ່າ: “ຫ້ອງວ່າການປົກຄອງເມືອງປາກງື່ມເຮົາ ພ້ອມໃຫ້ການສະໜັບສະໜູນທຸກດ້ານໃຫ້ ສຄອ ເມືອງ ມີຄວາມເຂັ້ມແຂງ ແລະ ມີຄວາມຍືນຍົງ”

ກອງປະຊຸມໄດ້ປິດລົງໃນເວລາ 16:30ໂມງ ຂອງມື້ດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword