ການຝຶກອົບຮົມໃນຫົວຂໍ້: “ການບໍລິຫານບຸກຄະລາກອນ, ຂໍ້ຫຍຸ້ງຍາກ ແລະ ສີ່ງທ້າທາຍ ( ກໍລະນີສຶກສາຈາກປະເທດຍີ່ປຸ່ນ)” ວັນທີ 06 ກຸມພາ 2019 ທີ ສຄອຊ

ການຝຶກອົບຮົມໃນຫົວຂໍ້: “ການບໍລິຫານບຸກຄະລາກອນ, ຂໍ້ຫຍຸ້ງຍາກ ແລະ ສີ່ງທ້າທາຍ ( ກໍລະນີສຶກສາຈາກປະເທດຍີ່ປຸ່ນ)” ວັນທີ 06 ກຸມພາ 2019 ທີ ສຄອຊ

Date: 06/02/2019

Time: 13.00-16.00

Location: ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ

ຮຽນ: ທ່ານຜູ້ອຳນວຍການບໍລິສັດ ແລະ ສະມາຊິກ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ທີ່ ນັບຖື !
ເລື່ອງ: ເຊີນເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້: “ການບໍລິຫານບຸກຄະລາກອນ, ຂໍ້ຫຍຸ້ງຍາກ ແລະ ສີ່ງທ້າທາຍ ( ກໍລະນີສຶກສາຈາກປະເທດຍີ່ປຸ່ນ)” ໃນວັນທີ 06/02/2019 ທີ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

– ອີງຕາມການຮ່ວມມື ລະຫວ່າງ ສຄອ ແຫ່ງຊາດລາວ ແລະ ບໍລິສັດຮັບພັດທະນາລາວ ແລະ ທີ່ປຶກສາ ຈຳກັດຜູ້ດຽວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ບໍລິສັດຮັບພັດທະນາລາວ ແລະ ທີ່ປຶກສາ ຈຳກັດຜູ້ດຽວຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: “ການບໍລິຫານບຸກຄະລາກອນ, ຂໍ້ຫຍຸ້ງຍາກ ແລະ ສີ່ງທ້າທາຍ ( ກໍລະນີສຶກສາຈາກປະເທດຍີ່ປຸ່ນ)” ເຊີ່ງຈະໄກດ້ຈັດຂື້ນໃນວັນທີ 06/02/2019 ທີ່ສະພາການຄ້າ ແລະ
ອຸດສາຫະກໍາ ແຫ່ງຊາດລາວ, ລາຍລະອຽດດັ່ງລຸ່ມນີ້:
ບັນຍາຍ ແລະ ຖ່າຍທອດບົດຮຽນໂດຍ:
• ທ່ານ ໄດຊູເກະ ຊາໂຕ (Daisuke Sato) ຜູບໍລິຫານ ແລະ ທີ່ປຶກສາ ບໍລິສັດ Asia Dynamic communication Co.,Ltd
• ທ່ານ ອິວາວ ໂກບາຢາຊິ (Iwao Kobayashi) ຫົວໜ້າການຕະຫຼາດ ຈາກບໍລິສັດ Nisseiken. Inc. (Japan)
• ທ່ານ ຮິໂລຊິ ອິໂຊຈິມາ (Hiroshi Isojima) ກຳມະການຜູ້ຈັດການບໍລິສັດທີ່ປຶກສາດ້ານທຸລະກິດໃນອາຊີຕະເວັນອອກສຽງໃຕ້, ປະທານບໍລິຫານ ບໍລິສັດທີ່ປຶກສາດ້ານເຕັກໂນໂລຢີການຕະຫຼາດອຸດສະຫະກຳ.
—–ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮຽນຮູ້—–
1, ການບໍລິຫານບຸກຄະລາກອນຢ່າງມີປະສິດທິພາບ, ສີ່ງທ້າທາຍ ແລະ ວິທີການແກ້ໄຂບັນຫາ
2, ກໍລະນີສຶກສາ ຈາກປະເທດຍີ່ປຸ່ນ ໃນການບໍລິຫານ ບຸກຄະລາກອນຢ່າງມີອາຊີບ
3, ບົດຮຽນ ແລະ ການສອບເສັງ ອຸຈິດະ-ແກຣເປລີນເຊີ່ງເປັນການວັດແທກ IQ EQ
—–ເປົ້າໝາຍ ແລະ ເຊື່ອນໄຂຂອງຜູ້ເຂົ້າຮ່ວມຝຶກອົບຮົມ—–
=> ຜູ້ບໍລິຫານລະດັບຕົ້ນ, ກາງ ແລະ ສູງ, ຜູ້ຄຸມງານ, ຫົວໜ້າໜ່ວຍງານ ແລະ ບຸກຄົນທົ່ວໄປທີ່ມີຄວາມສົນໃຈ
=> ບໍລິສັດ/ສະມາຊິກ ສຄອ ແຫ່ງຊາດລາວ

—–ໄລຍະເວລາ ແລະ ສະຖານທີ່—–
ວັນທີ 06/02/2019, ເວລາ 13.00 ຫາ 16.00 ໂມງ , ທີ່ ສະພາການຄ້າ ແລະອຸດສາຫະກຳ ແຫ່ງຊາດ
ເອກະສານປະກອບການຝຶກອົບຮົມ:
• ເອກະສານ ແລະ ບົດຮຽນ
• ເອກະສານອື່ນໆ
ຮູບແບບການຝຶກອົບຮົມ:
• ເອກະສານ ແລະ ການບັນຍາຍ ແປເປັນພາສາລາວ
• ການສົນທະນາ ແລະ ແລກປ່ຽນຂໍ້ມູນຂ່າວສານ
ຄ່າທຳນຽມ:
• ການເຂົ້າຮ່ວມຟີ ບໍໄດ້ເສຍຄ່າທຳນຽມ
• ຮັບຈຳນວນ 50 ທ່ານ

ໝາຍເຫດ: ກະລຸນາສົ່ງແບບຟອມສະໜັກ ມາຍັງ ສຄອ ແຫ່ງຊາດລາວ ກ່ອນວັນທີ 05 ກຸມພາ 2019, ສອບຖາມຂໍ້ມູນເພີ່ມເຕີມຕິດຕໍ່ ນາງ ວິລັກ , ໂທ : 020 29804379, ອີເມວ : vilack_lncci@hotmail.com, , ທ້າວ ຄໍາສອນ 020 55946471, ອີເມວ:khamsonesili@gmail.com, ນາງ ແກ້ວມະນີວອນ, ໂທ: 020 28140797, ແຟັກ : 021 452580.
ດັ່ງນັ້ນ, ຈິ່ງຮຽນເຊີມາຍັງທ່ານ ເພື່ອ ພິຈາລະນາ ແລະ ຕອບຮັບຕາມຄຳເຊີນດ້ວຍ.

DOWNLOAD: Application Form

Enter your keyword