ຂໍເຊີນເຂົ້າຮ່ວມຝຶກອົບຮົມ ຫົວຂໍ້ ຄູຝຶກຂອງສະຖານປະກອບການ

ຂໍເຊີນເຂົ້າຮ່ວມຝຶກອົບຮົມ ຫົວຂໍ້ ຄູຝຶກຂອງສະຖານປະກອບການ

Start date: 26/10/2022 - End date: 28/10/2022

Time: 08.30-16.00

Location: The Academy Training Hotel & Restaurant

📌ຂໍເຊີນເຂົ້າຮ່ວມຝຶກອົບຮົມ ຫົວຂໍ້ ຄູຝຶກຂອງສະຖານປະກອບການ

ຈຸດປະສົງຂອງຊຸດຝຶກອົບຮົມ
ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຂີດຄວາມສາມາດ ໃນດ້ານບົດບາດ ແລະ ໜ້າທີ່ການເປັນຄູຝຶກໃນສະຖານປະກອບການ, ການບໍລິຫານຈັດການ ການຮຽນ-ການສອນຂອງຜູ້ໃຫ່ຍ, ການວິເຄາະໜ້າວຽກ ແລະ ຄວາມຕ້ອງການການຮຽນຮູ້, ການວາງແຜນ ແລະ ກະກຽມການຝຶກອົບຮົມ, ທັກສະໃນການດໍາເນີນການຝຶກອົບຮົມ, ການປະເມີນຜົນ ແລະ ພັດທະນາການຝຶກອົບຮົມ ຢ່າງມີປະສິດທິຜົນ.

ກຸ່ມເປົ້າໝາຍ
ຈໍານວນ 15 ທ່ານ ທີ່ເຮັດວຽກຮັບຜິດຊອບໃນຕໍາແໜ່ງ ຜູ້ຈັດການທົ່ວໄປ, ຜູ້ຈັດການຝ່າຍບຸກຄົນ, ຫົວໜ້າງານ, ຫົວໜ້າແຖວ, ວິທະຍາກອນ (ຄູຝຶກ), ຜູ້ຖ່າຍທອດຄວາມຮູ້, ນາຍຊ່າງເຕັກນິກ ແລະ ຜູ້ຕ້ອງການຮຽນຮູ້ທັກສະການຖ່າຍທອດຄວາມຮູ້ ເພື່ອຝຶກອົບຮົມບຸກຄະລາກອນໃນສະຖານປະກອບການ.

🗓 ລະຫວ່າງວັນທີ 26 ຫາ 28 ຕຸລາ 2022

🕘ເວລາ 08:30 ຫາ 16:00ໂມງ,
📍ທີ່ ໂຮງແຮມຝຶກປະຕິບັດ The Academy Training Hotel & Restaurant ( ບ້ານ ວຽງແກ້ວ ເມືອງ ວັງວຽງ )

📲 020 5644 4597, 5594 6471
dct.lncci.la

Enter your keyword