ງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8

ງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8

Date: 10/05/2019

Time: 9.00-16.00

Location: ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ (ເຂດໂຊກປ່າຫຼວງ), ນະຄອນຫຼວງວຽງຈັນ

Dowload Registration from

ຮຽນ:  ທ່ານປະທານ/ຜູ່ອຳນວຍການ ບໍລິສັດ ທີ່ເປັນສະມາຊິກ ແລະ ບໍ່ເປັນສະມາຊິກ ສຄອຊ ທີ່ນັບຖື!

ເລື່ອງ: ຂໍເຊີນເຂົ້າຮວ່ມງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8 ໃນວັນທີ 10/5/2019,ເວລາ 9.00-16.00 ໂມງ ທີ່ຄະນະວິສາວະກຳສາດ(ຄວສ) ເຂກໂຊກປ່າຫຼວງ

  • ອີງຕາມດຳລັດ ວ່າດວ້ຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສະພາການຄ້າ ແລະ ອຸດສະຫາກຳ ແຫ່ງຊາດລາວ ສະບັບເລກທີ 316/ນຍ, ລົງວັນທີ20 ພະຈິກ 2009 , ໃນນາມເປັນຕົວແທນໃຫ້ແກ່ຫົວໜວ່ຍທຸລະກິດ ແລະ ຕາງໜ້າຜູ້ໃຊແຮງງານ

ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ​ແຫ່ງ​ຊາດ​ລາວ ຮວ່ມມື ກັບ ຄະນະວິສາວະກຳສາດ (ຄວສ) ,ມະຫາໄລແຫ່ງຊາດ ແລະ   ສະພາການຄ້າ ແລະ ອຸດສະຫາກຳເອີລົບປະຈຳລາວ ຂໍຖືເປັນກຽດຮຽນເຊີນທ່ານເພື່ອເຂົ້າຮວ່ມງານຕະຫລາດນັດແຮງງານ ແລະການສຶກສາ ຄັ້ງທີ 8  ຊຶ່ງຈະໄດ້ຈັດຂຶ້ນທີ່່ ຄະນະວິສາວະກຳສາດ (ຄວສ) ໂຊກປ່າຫຼວງ ໃນ ວັນທີ 10 /5 / 2019.       ຈຸດປະສົງ: ເພື່ອຊວ່ຍໃຫ້ຫົວໜວ່ຍທຸລະກິດໄດ້ຊອກຫາແຮງງານທີ່ຖືກກັບ   ຄວາມຕ້ອງການ ນອກຈາກນີ້ ເພື່ອເປັນການສ້າງສາຍພົວພັນທີ່ດີລະຫວ່າງບັັັນດາບໍລິສັດ ກັບ ມະຫາວິທະຍາໄລ ແລະ ໂຮງຮຽນວິຊາຊີບຕ່າງໆ, ເພືອເປັນເວທີ ປືກສາຫາລື ສະພາບຄວາມຕ້ອງການຂອງຕະຫຼາດແຮງງານ ໃນອານາຄົດ  , ນອກນັ້ນຍັງສ້າງໂອກາດນັກສຶກສາກຳລັງຮຽນ  ຫຼາຍກວ່າ ສີ່ພັນຄົນ  ແລະ ນັກສຶກສາ ກໍາລັງຈົບການສຶກສາ ຫຼາຍກວ່າ ໜື່ງພັນຄົນ ໃນຄະນະວິສາວະກຳສາດ (ຄວສ) ແລະ ຍັງມີນັກສຶກສາຫລາຍພັນຄົນທີ່ກຳລັງຈະຈົບຈາກສະຖາບັນການສຶກສາອຶ່ນໆ

ນັກສຶກສາທີຮຽນໃນສາຂາ ເຊັ່ນ: ກົນຈັກ, ກໍໍ່ສ້າງ,ໄຟຟ້າ,ບໍແຮ,ສ້ອມແປງລົດຍົນ,ໂລຫະ,ສິ່ງແວດລ້ອມ , ໄອທີIT,ເອເລັກໂຕຼນິກ, ການສື່ສານ,ຂົວທາງ,ຊັບພະຍາກອນນ້ຳ, ບໍລິຫານທຸລະກິດ ແລະ ຫຼາກຫຼາຍຂະແໜ່ງການທີກຳລັງຈົບການສຶກສາ ເຂົ້າຮ່ວມງານ

ຄ່າໃຊ້ຈ່າຍໃນການຕັ້ງຮ້ານວາງສະແດງແມ່ນ 1.100.000 ກີບສຳລັບສະມາຊິກ/ 1.650.000 ບໍ່ແມ່ນສະມາຊິກ, ຫ້ອງຂະໜາດ 14 ມ x 9ມ ແລະກາງແຈ້ງ . ກະລຸນາສົ່ງໃບສະໝັກ ກ່ອນວັນທີ 30/4/2019

*  ທ່ານສົນໃຈ ໂຄສະນາ ຫຼື ສະໜັບສະໜູນງານ ທ່ານ ສາມາດ ແຈ້ງ ທາງ ຄະນະຈັດຕັ້ງກ່ອນ ວັນທີ 23/4/2019

ດັ່ງນັ້ນ, ສຄອ ແຫ່ງຊາດລາວ ຈຶ່ງຮຽນສະເໜີມາຍັງທ່ານເພື່ອພິຈາລະນາເຂົ້າຮວ່ມໃນງານທີ່ສຳຄັນໃນຄັ້ງນີ້ດວ້ຍ.

ຕິດຕໍ່: ພ/ນພັດທະນາແວດລ້ອມທຸລະກິດຕ່າງໜ້າຜູ້ໃຊແຮງງານ ສຄອ ແຫ່ງຊາດລາວ

​ໂທ: 020 28140979,020 55946471,​ແຟັກ: 021 452580

Enter your keyword