ງານພົບປະອາຫານເຊົ້າ (Breakfast Talk #2) ວົງການທຸລະກິດແມ່ຍິງລາວ

ງານພົບປະອາຫານເຊົ້າ (Breakfast Talk #2) ວົງການທຸລະກິດແມ່ຍິງລາວ

Date: 27/03/2019

Time: 7.30-10.00

Location: ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ

SSC Breakfast Talk #2

ແມ່ຍິງໃນວົງການທຸລະກິດ, ແມ່ຍິງໃນວົງການການຄ້າແມ່ຍິງໃນການສ້າງແຮງບັນດານໃຈ

ຈາກເປົ້າໝາຍສູ່ຄວາມເປັນຈິງ : ຜູ້ປະກອບການຍິງ ແລະ ຜູ້ເປັນຕົວແບບ ໃນການແບ່ງປັນເລື່ອງລາວ

ສ້າງວິໄສທັດ ໃຫ້ກາຍເປັນຮູບແບບທຸລະກິດທີ່ປະສົບຜົນສຳເລັດ

07:30 ໂມງ – 10:00 ໂມງ, 27 ມີນາ 2019

ທີ່ ຫ້ອງປະຊຸມ, ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ , ນະຄອນຫຼວງວຽງຈັນ

SSC Breakfast Talk Series ແມ່ນງານຫຍັງ?

SSC Breakfast Talk ແມ່ນງານພົບປະ ປະຈໍາໄຕມາດ ເຊີ່ງຈັດຂື້ນໂດຍ ສູນບໍລິການວິສາຫະກິດຂະຫນາດນ້ອຍ ແລະ ກາງ (SME Service Center) ພາຍໃຕ້ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ (LNCCI). Breakfast Talk ຖືກ ຂຶ້ນເປັນກິດຈະກຳໃໝ່ຂອງ ສູນບໍລິການວິສາຫະກິດຂະຫນາດນ້ອຍແລະກາງ (SME Service Center), ຊຶ່ງວ່າບັນດາສະມາຊິກ ແລະ ຜູ້ທີ່ບໍ່ແມ່ນສະມາຊິກກໍ່ສາມາດເຂົ້າຮ່ວມ ແລະ ມາພົບກັນໄດ້ໃນຕອນເຊົ້າ ແລະ ໄດ້ຮັບຟັງບັນດາຜູ້ຊ່ຽວຊານໃນຂະແໜງການຕ່າງໆມາແບ່ງບັນປະສົບການ, ມູມມອງແນວຄວາມຄິດຄວາມສຳເລັດ ແລະ ຄວາມຜິດຫວັງຂອງແຕ່ລະທ່ານ ລວມໄປເຖິງການປັບປຸງທີ່ກ່ຽວຂອງກັບການພັດທະນາທາງເສດຖະກິດໃນລາວ. ກິດຈະກຳດັ່ງກ່າວ ຈະໄດ້ຮັບການອອກແບບໃນຮູບແບບການສົນທະນາ ເພື່ອໃຫ້ເກີດການແລກປ່ຽນມຸມມອງລະຫວ່າງຜູ້ດຳເນີນລາຍການ ແລະ ຜູ້ຊ່ຽວຊານທີ່ໄດ້ຖືກຮັບເຊີນມາ.

ຮູບແບບຂອງງານ SSC Breakfast Talk #2 ໃນຄັ້ງນີ້ແມ່ນຫຍັງ?

ໃນເດືອນຂອງວັນແມ່ຍິງສາກົນ, ສູນບໍລິການວິສາຫະກິດຂະຫນາດນ້ອຍແລະກາງ (SME Service Center) ຕ້ອງການໃຊ້ Breakfast Talk ເພື່ອເປັນການໂຄສະນາ ແລະ ສະເຫຼີມສະຫຼອງຄວາມສຳເລັດໃຫ້ແກ່ບັນດາທຸລະກິດທີ່ມີເຈົ້າຂອງເປັນແມ່ຍິງ. ການເຊື່ອມໂຍງຄວາມເຂົ້າໃຈກ່ຽວກັບບົດບາດຍິງ – ຊາຍໃນການພັດທະນາພາກເອກະຊົນເປັນສິ່ງຈໍາເປັນສໍາລັບການຂະຫຍາຍຕົວຂອງເສດຖະກິດໃນໄລຍະຍາວ, ຄວາມສະເຫມີພາບໃນສັງຄົມ ແລະ ການພັດທະນາແບບຍືນຍົງ. ໃນ ສປປ ລາວ, ຂະແໜງການທຸລະກິດເປັນອົງປະກອບອັນສໍາຄັນໃນການສະຫນັບສະຫນູນການສ້າງຄວາມເຂັ້ມແຂງຂອງແມ່ຍິງ, ເປັນໂອກາດສໍາລັບການມີສ່ວນຮ່ວມຂອງເຂົາເຈົ້າໃນເສດຖະກິດທ້ອງຖິ່ນ. ໃນຄວາມເປັນຈິງ, ອັດຕາການຈ້າງແຮງງານຍິງ ແມ່ນມີສູງທຽບເທົ່າກັບ 78% ຂອງແມ່ຍິງທີ່ເປັນສ່ວນຫນຶ່ງຂອງແຮງງານ, ສ່ວນຫຼາຍແມ່ນໃນດ້ານການກະສິກໍາ, ການຜະລິດຜະລິດຕະພັນຫັດຖະກຳ ແລະບໍລິການຕ່າງໆເຊັ່ນ: ການຂາຍຍ່ອຍ ແລະ ການທ່ອງທ່ຽວ. ນອກຈາກນັ້ນ, 43% ຂອງບໍລິສັດທັງຫມົດໃນທົ່ວປະເທດແມ່ນເປັນເຈົ້າຂອງສ່ວນຫນຶ່ງ ຫຼື ເຕັມສ່ວນ ແລະ ດໍາເນີນງານໂດຍແມ່ຍິງ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າແມ່ຍິງຈະມີບົດບາດສໍາຄັນໃນການຂັບເຄື່ອນການປ່ຽນແປງທາງດ້ານສັງຄົມ ແລະ ການພັດທະນາເສດຖະກິດກໍ່ຕາມ, ພວກເຂົາຍັງຂາດການເຂົ້າເຖິງແຫຼ່ງທຶນ, ເຄືອຂ່າຍແລະ ການຝຶກອົບຮົມທັກສະ. ໃນປະເທດຂະໜາດນ້ອຍເຊັ່ນ ສປປ ລາວ, ການຂາດແຫຼ່ງທຶນແມ່ນເປັນບັນຫາປົກກະຕິສໍາລັບເຈົ້າຂອງທຸລະກິດຂະຫນາດນ້ອຍ ແລະ ກາງ (SMEs). ໃນສະພາບການນີ້, ແມ່ຍິງມີອຸປະສັກຫຼາຍກວ່າເກົ່າ ເນື່ອງຈາກພວກເຂົາມັກຈະຂາດຫຼັກຊັບ, ແລະ ຜູ້ໃຫ້ກູ້ຈຶ່ງເຫັນວ່າພວກເຂົາເປັນລູກຄ້າທີ່ມີຄວາມສ່ຽງ ແລະ ມີລາຍໄດ້ຫນ້ອຍ. ໂດຍປົກກະຕິແລ້ວ, ຜູ້ປະກອບການຍິງ ເງິນທີ່ຕົນເອງທ້ອນໂຮມມາ ຫຼື ກູ້ເງິນນອກລະບົບ, ຊຶ່ງເຮັດໃຫ້ທ່າແຮງການຂະຫຍາຍຕົວຂອງທຸລະກິດຂອງພວກເຂົາຖືກຈຳກັດ. ດັ່ງນັ້ນ, ເຖິງວ່າບັນດາທຸລະກິດທີ່ເປັນເຈົ້າຂອງໂດຍແມ່ຍິງ ຫຼື ມີແມ່ຍິງເປັນຜູ້ດຳເນີນງານຈະໄດ້ຮັບການຂະຫຍາຍຕົວໄວ, ແຕ່ກໍ່ມີແນວໂນ້ມທີ່ຈະມີຂະຫນາດນ້ອຍລົງໃນແງ່ຂອງຈໍານວນພະນັກງານ ແລະ ລາຍຮັບ ເມື່ອທຽບໃສ່ກັບທຸລະກິດທີ່ດໍາເນີນໂດຍຜູ້ຊາຍ. ເມື່ອພິຈາລະນາສິ່ງເຫຼົ່ານີ້, SSC Breakfast Talk #2 ຈຶ່ງໄດ້ເລືອກຫົວຂໍ້ “ຜູ້ປະກອບການຍິງ ແລະ ຜູ້ເປັນຕົວແບບ ໃນການແບ່ງປັນເລື່ອງລາວສ້າງວິໄສທັດ ໃຫ້ກາຍເປັນຮູບແບບທຸລະກິດທີ່ປະສົບຜົນສຳເລັດ”. ພວກເຮົາເຊີນບຸກຄົນສໍາຄັນທີ່ເປັນຕົວແບບຂອງນັກທຸລະກິດແມ່ຍິງລາວ ໃຫ້ມາແບ່ງປັນປະສົບການ ແລະ ຜົນສໍາເລັດຂອງພວກເຂົາເພື່ອສະທ້ອນໃຫ້ເຫັນເຖິງການຕໍ່ສູ້ ແລະ ຄວາມຫຍຸ້ງຍາກຂອງພວກເຂົາ ແລະ ແບ່ງປັນສິ່ງທີ່ພວກເຂົາໄດ້ຮຽນຮູ້ໂດຍເລີ່ມຕົ້ນທຸລະກິດຂອງຕົນເອງໃນສະພາບແວດລ້ອມທຸລະກິດທີ່ທ້າທາຍຫຼາຍ. ກິດຈະກຳນີ້, ບໍ່ພຽງແຕ່ຈະໃຫ້ແຮງບັນດານໃຈແກ່ແມ່ຍິງທີ່ມີຄວາມສາມາດເພື່ອສົ່ງເສີມໃຫ້ພວກເຂົາກາຍເປັນຜູ້ນຳທາງທຸລະກິດ ແລະ ເປັນຕົວແບບຂອງຄົນຮຸ່ນໃໝ່, ກິດຈະກຳນີ້ ຍັງເປັນໂອກາດໃຫ້ນັກທຸລະກິດແມ່ຍິງລາວ ໄດ້ແລກປ່ຽນຂໍ້ມູນກ່ຽວກັບການດຳເນີນທຸລະກິດ, ການພັດທະນາຄວາມສາມາດ ແລະ ການຂະຫຍາຍທຸລະກິດອີກດ້ວຍ

ຄ່າລົງທະບຽນ 170,000 ກີບ/ທ່ານ
(ພິເສດ ສໍາລັບສະມາຊິກ 150,000 ກີບ/ທ່ານ ແລະ ນັກຮຽນ-ນັກສຶກສາ 50,000 ກີບ)
ວີທີການຊຳລະ:
ຊຳລະເງິນສົດ ທີ່ ສູນ ສບວ, ສອຄ ແຫ່ງຊາດລາວ (ຫຼັກ 05) ແລະ
ຫ້ອງການ ໂຕະລາວ – ແຄມຂອງ
ໂອນຜ່ານບັນຊີທະນາຄານການຄ້າຕ່າງປະເທດລາວ
ເລກບັນຊີ ( ເງິນກີບ ): -010110001327829001-
ຊື່ບັນຊີ: LNCCI_SSC
ລົງທະບຽນ: ທ່ານ ສະເຫຼີມໄຊ 020 7701 0655, ທ່ານ ນາງ ເທບພະພອນ 020 5838 8885/020 9916 5564
ດ່ວນ!!ມີທີ່ນັ່ງຈໍານວນຈໍາກັດ

ເວລາ ລາຍການ ໝາຍເຫດ
7:30-8:00 ລົງທະບຽນ ຄະນະຈັດຕັ້ງງານ
8:00-8:30 Casual Meet & Greet:

ບຸບເຟ່ອາຫານເຊົ້າຈະເປີດຢູ່ທີ່ 8:00 ແລະ ສາມາດຮັບປະທານອາຫານໄດ້ຕະຫຼອດເວລາ.

ຜູ້ເຂົ້າຮ່ວມສາມາດໃຊ້ເວລາເພື່ອການສົນທະນາກັບຄະນະກໍາມະການສໍາລັບການສ້າງເຄືອຂ່າຍ.

8:30-8:35 ກ່າວຕ້ອນຮັບ – ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
8:35-8:50 ນຳສະເໜີຈາກ ທະນາຄານ ລາວ – ຝຣັ່ງ: “ທະນາຄານສໍຳລັບແມ່ຍິງ – ການນໍາສະເໜີຜະລິດຕະພັນ ແລະ ຜົນປະໂຫຍດສຳລັບລູກຄ້າໂດຍຫໍ້ຍ”
8:50-9:00 ຖ່າຍພາບລວມ ທຸກທ່ານ
9:00-9:55 ເວທີສົນທະນາ ຫົວຂໍ້ ວົງການທຸລະກິດແມ່ຍິງລາວ

#ວິທະຍາກອນ ໂດຍ:

– ທ່ານ ນາງ ປາດຖະຫນາ ປັນຍາທິບ (ເບ) ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ ໂຮງຮຽນນາໆຊາດປັນຍາທິບ.

– ທ່ານນາງ ກີ່ງແກ້ວ ດວງສະຫວັນ – ຜູ້ບໍລິຫານ ບໍລິສັດ ດາຕາຄອມ.

– ທ່ານ ນາງ ດວງມະນີ ເຮືອງຄຳແສນ (ຕຸກຕາ) – ຜູ້ກໍ່ຕັ້ງ ເຮີເວິກ

– ທ່ານ ນາງ ມະໂນລີ ສີສະຫວັນ – ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ ຮ້ານປັກດີ້ງ ເມືອງຊວາ

#ດຳເນີນລາຍການ ໂດຍ:

ທ່ານ ນາງ ສຸນິພາ ເດດວົງສາ – ທີ່ປຶກສາອິດສະຫຼະ

 

9:55-10:00 ກ່າວຂອບໃຈ ແລະ ປິດງານ

Enter your keyword