ງານພົບປະ MSME 2019

ງານພົບປະ MSME 2019

Date: 20/06/2019

Time: 13.00-16.30

Location: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ອົງການແຮງງານສາກົນ

ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ, ຂໍຖືເປັນກຽດ ເຊີນເຂົ້າຮ່ວມເປີດໂຕະວາງສະແດງໃນງານພົບປະການລົງທຶນ ຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ຫຼື MSME ປີ 2019, ເວລາ 13:30-16:30 ວັນທີ 20 ມິຖຸນາ 2019 ທີ່ ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ຈຸດປະສົງ ເພື່ອສ້າງເຄືອຂ່າຍທຸລະກິດໃຫ້ບັນດາຜູ້ເຂົ້າຮ່ວມໂຄງການຝຶກອົບຮົມ Laos In Business, ຜູ້ສະໜອງການບໍລິການໃຫ້ແກ່ທຸລະກິດ, ສະຖາບັນການເງິນ ແລະ ລັດຖະບານ. ພິເສດໃນຊ່ວງຕອນບ່າຍຈະມີການສຳມະນາຢູ່ໃນງານເຊິ່ງສາມາດເຂົ້າຮ່ວມໄດ້ຟຣີ(ແຕ່ມີຈຳນວນຈຳກັດ)
ໝາຍເຫດ: ມີຄ່າລົງທະບຽນເປີດໂຕະວາງສະແດງ,
ກະລຸນາແຈ້ງຊື່ກ່ອນວັນທີ 18 ມິຖຸນາ 2019.
#ຮ່ວມເປີດໂຕະວາງສະແດງສິນຄ້າໄດ້ຕິດຕໍ່
020 9916 5564
020 9717 1761
020 2322 2004
020 5838 8885
ຫຼື ສາມາດເຂົ້າມາພົວພັນໄດ້ທີ່ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຫຼັກ 5
ຖະໜົນໄກສອນພົມວິຫານ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ, ສ.ປ.ປລາວ
ໂທ : (856-21) 416 266-7; ແຟັກ : (856-21) 720 456; EMAIL: SMESERVICECENTER.LAOS@GMAIL.COM

Enter your keyword