ງານວາງສະແດງ ຜະລິດຕະພັນລາວ 2018

ງານວາງສະແດງ ຜະລິດຕະພັນລາວ 2018

Start date: 14/03/2018 - End date: 18/03/2018

Time: 9.00-20.00

Location: ສູນການຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ

ງານວາງສະແດງ ຜະລິດຕະພັນລາວ 2018 ( Made In Laos 2018 ) ຈັດຂື້ນບົນພື້ນຖານຄວາມຮຽກຮ້ອງຕ້ອງການຂອງພາກທຸລະກິດ, ສຄອຊ ໄດ້ນຳໃຊ້ປະສົບການຂອງຕົນ ຈາກການເຂົ້າຮ່ວມງານວາງສະແດງ ໃນລະດັບສາກົນຢູ່ຫຼາຍປະເທດ ແລະ ງານວາງສະແດງທີ່ ສຄອຊ ຈັດເອງ ຢູ່ພາຍໃນຫຼາຍຄັ້ງມາຈັດຕັ້ງງານວາງສະແດງຜະລິດຕະພັນລາວ 2017 ນີ້. ສຄອຊ ມີຄວາມຫວັງເປັນຢ່າງຍີ່ງວ່າ ຈະໄດ້ເຕົ້າໂຮມເອົາບັນດາສິນຄ້າທີ່ຜະລິດ,ມີຍີ່ຫໍ້ລາວ ມາເຕົ້າໂຮມກັນ ເພື່ອໂຄສະນາຕໍ່ສາຍຕາຊາວລາວ ແລະຊາວຕ່າງປະເທດ. ພ້ອມດຽວກັນນີ້ກໍຍັງເປັນການສົ່ງເສີມໃຫ້ມີການຜະລິດສິນຄ້າຍີ່ຫໍ້ລາວ ໃຫ້ຫຼາຍຂື້ນ ແລະ ມີການແລກປ່ຽນຊື້ຂາຍນຳກັນ.
ງານວາງສະແດງໃນຄັ້ງນີ້ຄາດຄະເນຜູ້ເຂົ້າຮ່ວມງານວາງສະແດງຫຼາຍກວ່າ 500 ຫົວໜ່ວຍທຸລະກິດຈາກທົ່ວປະເທດ ແລະ ມີຜູ້ເຂົ້າທ່ຽວຊົມປະມານ 5,000 – 10,000 ຄົນ

———ກິດຈະກຳໃນງານວາງສະແດງ———
– ງານວາງສະແດງສິນຄ້າເປັນກິດຈະກຳຫຼັກ
– ການສຳມະນາ ແລະ ພົບປະນັກທຸລະກິດ
– ກອງປະຊຸມສໍາມະນາ ແລະ ພົບປະນັກທຸລະກິດ ແມ່ນການຈັດກິດຈະກຳໃຫ້ຄວາມຮູ້ແກ່ຜູ້ຜະລິດ ແລະ ຜູ້ຂາຍ

———-ຂະແໜງການທີ່ເຂົ້າຮ່ວມງານວາງສະແດງ———-
ຂະແໜງ ອຸດສາຫະກຳປຸງແຕ່ງ
ຂະແໜງ ເງິນ, ຄຳ ວັດຖຸມີຄ່າ
ຂະແໜງ ເຟີນິເຈີ້, ໄມ້ແກະສະຫຼັກ
ຂະແໜງ ຈັກສານ, ຫວາຍ ແລະ ໄມ້ປ່ອງ
ຂະແໜງ ປຸງແຕ່ງກະສິກຳ
ຂະແໜງ ການຢາ
ຂະແໜງ ໂຮງແຮມ, ຮ້ານອາຫານ ແລະ ເຄື່ອງດື່ມ
ຂະແໜງ ຕັດຫຍິບ
ຂະແໜງ ທ່ອງທຽ່ວ ແລະບໍລິການ
ຂະແໜງ ກະສິກຳ
ຂະແໜງ ທຸລະກິດການສຶກສາ
ຂະແໜງ ສື່ສານມວນຊົນ
ຂະແໜງ ສິນຄ້າໃຊ້ສອຍ
ຂະແໜງ ອຸດສາຫະກຳຍານພາຫະນະ
ຂະແໜງ logistic
ຂະແໜງ ທະນາຄານ
ຂະແໜງ ວັດສະດຸກໍ່ສ້າງ ( ເຫຼັກ, ສີມັງ, ສັງກະສີ, ສີແພກ, ທໍ່ນ້ຳ ແລະ ອື່ນໆ …. )
ບໍລິສັດ ແລະ ຫ້າງຮ້ານໃນທົ່ວປະເທດ

————————–———————
ຂໍເຊີນລົງທະບຽນ ໄດ້ທີ່ : ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
( ພະແນກພັດທະນາທຸລະກິດ ແລະ ວາງສະແດງ ) ໃນໂມງລັດຖະການ
ໂທ: 021 453 312, 452 579 ຕໍ່ 102, 125, 126
ມືຖື: 020 9999 7451, 020 5651 3420
020 2245 1434, 020 2855 0124
ອີເມວ : lncci.bde@gmail.com

Enter your keyword