ຝຶກອົບຮົມໃນຫົວຂໍ້ : “ Professional Employee Development Program ” ວັນທີ 17-21 ກັນຍາ 2018

ຝຶກອົບຮົມໃນຫົວຂໍ້ : “ Professional Employee Development Program ” ວັນທີ 17-21 ກັນຍາ 2018

Start date: 17/09/2018 - End date: 21/09/2018

Time: 9.00-16.00

Location: ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ

ດາວໂຫຼດຟອມສະໝັກຮຽນໄດ້ທີ່: https://goo.gl/BmCNYh

ຮຽນ:    ທ່ານ ຜູ້ອຳນວຍການບໍລິສັດ ແລະ ສະມາຊິກ ສຄອ ແຫ່ງຊາດລາວ ທີ່ ນັບຖື !

ເລື່ອງ:    ເຊີນເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ :   “ Professional Employee Development Program ”    ຫຼັກສູດ
ການພັດທະນາບຸກຄະລາກອນ ຢ່າງມືອາຊີບໃນວັນທີ 17-21/09/2018, ທີ່ ສະພາການຄ້າ ແລະ ອຸດສະຫະກຳ
ແຫ່ງຊາດລາວ.

–  ອີງຕາມການຮ່ວມມືລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສະມາຄົມສົ່ງເສີມດ້ານວິຊາການ ເພື່ອການຮ່ວມມືແບບຍືນຍົງ ຂອງປະເທດຍີ່ປຸ່ນ ປະຈຳບາງກອກ AOTS ສົກປີ 2018.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຂໍຖືເປັນກຽດແຈ້ງເຊີນມາຍັງທ່ານເພື່ອຄັດເລືອກພະນັກງານເຂົ້າຮ່ວມຝຶກອົບຮົມ ຫົວຂໍ້  “ Professional Employee Development Program ”    ບັນຍາຍໂດຍອາຈານທີ່ມີປະສົບການສູງຈາກປະເທດໄທ, ເຊິ່ງຈະໄດ້ລົງເລິກກ່ຽວວິທີການນຳໃຊ້ລະບົບ 5s for Productivity, Kaizen for Productivity, 7 QC Tools ແລະ ກໍລະນີສຶກສາຕ່າງໆ. (ລາຍລະອຽດຄັດຕິດມາພ້ອມນີ້).

ຈຸດປະສົງ:

  • ພັດທະນາໃນການສ້າງຂີດຄວາມສາມາດພະນັກງານ, ການຈັດລະບຽບໃນສະຖານທີ່ເຮັດວຽກ, ການປະຫຍັດເວລາ ແລະຕົ້ນທຶນ, ຫຼຸດຂັ້ນຕອນການຜະລິດ ແລະ ຈັດການກັບສິ່ງເສດເຫຼືອຢ່າງເປັນລະບົບ, ການກວດກາຄຸນນະພາບສິນຄ້າ, ເພື່ອເພີ່ມການຜະລິດໃຫ້ໄດ້ປະສິດທິພາບ ແລະ ປຶກສາຫາລືຕົວຈິງທີ່ເກີດຂື້ນໃນອົງກອນຂອງທ່ານ, ກໍລະນີສຶກສາໃນປະເທດຍີ່ປຸ່ນ, ປະເທດໄທ ແລະ ໃນ ສປປ ລາວ.

ເປົ້າໝາຍ ຜູ່ເຂົ້າຮ່ວມ: ຫົວໜ້າພະແນກ/ຂະແໜງ/ໜ່ວຍງານ, ຜູ່ຄຸ້ມຄອງສາງເກັບມ້ຽນ, ຜູ່ກວດກາການຜະລິດ, ຜູ່ບໍລິຫານລະດັບກາງ – ສູງ, ຄະນະອໍານວຍການ, ຜູ່ທີ່ມີປະສົບການໃນຂົງເຂດວຽກງານທີ່ກ່ຽວຂ້ອງສາຍການຜະລິດ ແລະ ບຸກຄົນທົ່ວໄປທີ່ມີຄວາມສົນໃຈ ແລະ ຍາກພັດທະນາຄວາມຮູ້ ຄວາມສາມາດຂອງຕົນເອງ.

ລາຍລະອຽດ ແລະ ເອກະສານປະກອບການຝຶກອົບຮົມ:

  • ເອກະສານ ພາສາລາວ ແລະ ພາສາອັງກິດ;
  • ການບັນຍາຍເປັນພາສາໄທ;
  • ມີອາຫານຫວ່າງ ແລະ ອາຫານທ່ຽງໃຫ້ຜູ່ເຂົ້າຮ່ວມ;
  • ຜູ້ທີ່ເຂົ້າຮ່ວມເຕັມຊົ່ວໂມງ ຈຶ່ງຈະໄດ້ຮັບໃບຢັ້ງຢືນການຝຶກອົບຮົມ;
  • ຮັບຈຳນວນຈຳກັດ ພຽງແຕ່ 50 ທ່ານ ເທົ່ານັ້ນ (ເຂົ້າຮ່ວມຟຣີ ບໍ່ມີຄ່າໃຊ້ຈ່າຍໃນການສະໝັກ ສະເພາະຜູ້ທີ່ເປັນ ສະມາຊິກ ສຄອ ແຫ່ງຊາດລາວ).
  • ຜູ້ທີ່ເຄີຍເຂົ້າຮ່ວມແລ້ວຈະບໍ່ສາມາດເຂົ້າຮ່ວມໄດ້ອີກ.

ກະລຸນາສົ່ງຟອມສະໝັກ ໃຫ້ພະແນກພັດທະນາແວດລ້ອມທຸລະກິດ ແລະ ວຽກງານຕາງໜ້າຜູ່ໃຊ້ແຮງງານກ່ອນວັນທີ 10 ກັນຍາ 2018. ຜູ້ສະໝັກທີ່ສົ່ງຟອມຕາມກໍານົດເທົ່ານັ້ນຈະຖືກພິຈາລະນາເຂົ້າຮ່ວມຝຶກອົບຮົມ.

ຜູ່ປະສານງານ:

ດັ່ງນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານໄດ້ພິຈາລະນາເຂົ້າຮ່ວມຕາມການເຊີນໃນຄັ້ງນີ້ດ້ວຍ.

Enter your keyword