ສຳມະນາ ໃນຫົວຂໍ້: “Building Future Ready Leaders Today” on 18 Mar 2019 at Crowne Plaza Hotel

ສຳມະນາ ໃນຫົວຂໍ້: “Building Future Ready Leaders Today” on 18 Mar 2019 at Crowne Plaza Hotel

Date: 18/03/2019

Time: 8.30-12.00

Location: Crown Plaza Hotel, Vientiane Capital

ຮຽນ : ທ່ານ ຄະນະປະທານ ແລະ ທ່ານຄະນະບໍລິຫານງານ ສຄອ ແຫ່ງຊາດລາວ ແລະ ປະທານ ສະມາຄົມ ,ກຸ່ມທຸລະກິດ ທ່ານ ອຳນວຍການ ບໍລິສັດ /ໂຮງງານ ທີແມ່ນ ສະມາຊິກ ແລະ ບໍແມ່ນສະມາຊິກ ສຄອ ແຫ່ງຊາດລາວ
ເລືອງ :ຂໍເຊີນທ່ານເຂົ້າຮ່ວມການສຳມະນາ ໃນຫົວຂໍ້: Building Future Ready Leaders Today, 18 Mar 2019 , Crowne Plaza , Hotel

ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ລາວ ຮ່ວມມືກັບ ບໍລິສັດເຄພີ ຈໍາກັດ ຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມການສຳມະນາໃນຫົວຂໍ້: “Building Future Ready Leaders Today” ໃນວັນທີ 18 ມີນາ 2019 ,ເວລາ 08:30 – 12:00 ໂມງ ທີ່ໂຮງແຮມ Crowne Plaza. ຈຸດປະສົງ: ເພືອໃຫ້ຜູ້ບໍລິຫານລະດັບສູງ ແລະ ຜູ້ບໍລິຫານງານບຸກຄົນ ເພື່ອພົບປະ ແລະ ແລກປ່ຽນຄວາມຄິດເຫັນ, ປະສົບການ ຕໍ່ກັບສີ່ງທ້າທາຍໃໝ່ໆ ຂອງຜູ້ນໍາໃນໂລກທີ່ມີການປ່ຽນແປງ ແລະ ແນວຄິດ, ເຄື່ອງມື ແລະ ທັກສະໃໝ່ສໍາລັບຜູ້ນໍາໃນສະຕະວັດ ທີ 21. ການສໍາມະນາໃນຄັ້ງນີ້ ບໍ່ໄດ້ມີຄ່າໃຊ້ຈ່າຍ. ( ບັນດາທ່ານ ສົນໃຈກະລຸນາສົ່ງແບບຟອມສະໝັກ ກ່ອນວັນທີ 13 ມີນາ 2019 , ບໍລິສັດ KP ໂທ: ທ່ານນາງ ໂພເພັດ ພິລາພັນເດຊມ020 22226592, ອີເມວ phophet@kplaocompany.com , ທ່ານ ພຸດທະສອນ ນ້ອຍຍອດ, 020 55454137, ອີເມວ n-phoutthasone@kpslao.com ) ຫຼື ພະແນກພັດທະນາແວດລ້ອມທຸລະກິດ ແລະຕ່າງໜ້າຜູ້ໃຊ້ແຮງງານ , ສຄອ ແຫ່ງຊາດລາວ ໂທ : 020 28140797 ອີເມວ lnccieba2005@gmail.com . ( ໄດ້ຂັດຕິດ ບັດເຊີນ ແລະລາຍລະອຽດມາພ້ອມນີ້ດວ້ຍ)

ຂໍຮຽນສະເໜີມາຍັງບັນດາທ່ານ ຊ່ວຍພິຈາລະນາ ເຂົ້າຮ່ວມ ຕາມນີ້ດ້ວຍ

 

 

Enter your keyword