ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ

ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ

Start date: 14/05/2018 - End date: 18/05/2018

Time: 8.30-16.00

Location: ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ

ລົງທະບຽນທີ່: https://goo.gl/Vor5gS

ເຊີນເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ : “ Professional Employee Development Program ” ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບໃນວັນທີ 14-18/05/2018, ທີ່ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຂໍຖືເປັນກຽດແຈ້ງເຊີນມາຍັງທ່ານເພື່ອຄັດເລືອກພະນັກງານເຂົ້າຮ່ວມຝຶກອົບຮົມ ຫົວຂໍ້ “ Professional Employee Development Program ” ບັນຍາຍໂດຍອາຈານທີ່ມີປະສົບການສູງຈາກປະເທດໄທ, ເຊິ່ງຈະໄດ້ລົງເລິກກ່ຽວວິທີການນຳໃຊ້ລະບົບ 5s for Productivity, Kaizen for Productivity, 7 QC Tools ແລະ ກໍລະນີສຶກສາຕ່າງໆ. (ລາຍລະອຽດຄັດຕິດມາພ້ອມນີ້).

ຈຸດປະສົງ: ພັດທະນາໃນການສ້າງຂີດຄວາມສາມາດພະນັກງານ, ການຈັດລະບຽບໃນສະຖານທີ່ເຮັດວຽກ, ການປະຫຍັດເວລາ ແລະຕົ້ນທຶນ, ຫຼຸດຂັ້ນຕອນການຜະລິດ ແລະ ຈັດການກັບສິ່ງເສດເຫຼືອຢ່າງເປັນລະບົບ, ການກວດກາຄຸນນະພາບສິນຄ້າ, ເພື່ອເພີ່ມການຜະລິດໃຫ້ໄດ້ປະສິດທິພາບ ແລະ ປຶກສາຫາລືຕົວຈິງທີ່ເກີດຂື້ນໃນອົງກອນຂອງທ່ານ, ກໍລະນີສຶກສາໃນປະເທດຍີ່ປຸ່ນ, ປະເທດໄທ ແລະ ໃນ ສປປ ລາວ.

ເປົ້າໝາຍ ຜູ່ເຂົ້າຮ່ວມ: ຫົວໜ້າພະແນກ/ຂະແໜງ/ໜ່ວຍງານ, ຜູ່ຄຸ້ມຄອງສາງເກັບມ້ຽນ, ຜູ່ກວດກາການຜະລິດ, ຜູ່ບໍລິຫານລະດັບກາງ – ສູງ, ຄະນະອໍານວຍການ, ຜູ່ທີ່ມີປະສົບການໃນຂົງເຂດວຽກງານທີ່ກ່ຽວຂ້ອງສາຍການຜະລິດ ແລະ ບຸກຄົນທົ່ວໄປທີ່ມີຄວາມສົນໃຈ ແລະ ຍາກພັດທະນາຄວາມຮູ້ ຄວາມສາມາດຂອງຕົນເອງ.

ລາຍລະອຽດ ແລະ ເອກະສານປະກອບການຝຶກອົບຮົມ:
• ເອກະສານ ພາສາລາວ ແລະ ພາສາອັງກິດ;
• ການບັນຍາຍເປັນພາສາໄທ;
• ມີອາຫານຫວ່າງ ແລະ ອາຫານທ່ຽງໃຫ້ຜູ່ເຂົ້າຮ່ວມ;
• ຜູ້ທີ່ເຂົ້າຮ່ວມເຕັມຊົ່ວໂມງ ຈຶ່ງຈະໄດ້ຮັບໃບຢັ້ງຢືນການຝຶກອົບຮົມ;
• ຮັບຈຳນວນຈຳກັດ ພຽງແຕ່ 40 ທ່ານ ເທົ່ານັ້ນ (ເຂົ້າຮ່ວມຟຣີ ບໍ່ມີຄ່າໃຊ້ຈ່າຍໃນການສະໝັກ ສະເພາະຜູ້ທີ່ເປັນ ສະມາຊິກ ສຄອ ແຫ່ງຊາດລາວ).
• ຜູ້ທີ່ເຄີຍເຂົ້າຮ່ວມແລ້ວຈະບໍ່ສາມາດເຂົ້າຮ່ວມໄດ້ອີກ.
ກະລຸນາສົ່ງຟອມສະໝັກ ໃຫ້ພະແນກພັດທະນາແວດລ້ອມທຸລະກິດ ແລະ ວຽກງານຕາງໜ້າຜູ່ໃຊ້ແຮງງານກ່ອນວັນທີ 03 ພຶດສະພາ 2018. ຜູ້ສະໝັກທີ່ສົ່ງຟອມຕາມກໍານົດເທົ່ານັ້ນຈະຖືກພິຈາລະນາເຂົ້າຮ່ວມຝຶກອົບຮົມ.

—ຜູ້ປະສານງານ—
• ນາງ ວິລັກ ບຸດສະບາ 020 2980 4379, ອີເມວ vilack_lncci@hotmail.com
• ນາງ ຄອນສະຫວັນ 020 5526 1789, ອີເມວ kit_khone@hotmail.com
• ທ່ານ ຄຳສອນ 020 5594 6471, ອີເມວ khamsonesili@gmail.com
• ທ່ານ ສຸວິນນາ ອຸມມີລາ 020 9941 9186 , ອີເມລ souvinna.o@lncci.la

Enter your keyword