ຫຼັກສູດ ສຳລັບຜູ້ບໍລິຫານ ເພື່ອຄວາມເປັນເລີດທາງດ້ານທຸລະກິດ “Super 100 Executive MBA Program”

ຫຼັກສູດ ສຳລັບຜູ້ບໍລິຫານ ເພື່ອຄວາມເປັນເລີດທາງດ້ານທຸລະກິດ “Super 100 Executive MBA Program”

Start date: 11/08/2018 - End date: 23/08/2018

Time: 9.00-16.00

Location: ປະເທດ ເກົາຫຼີໃຕ້

Download Application Form

ເຊີນເຂົ້າຮ່ວມຝຶກອົບຮົມໃນຫຼັກສູດ : Super 100 Executive MBA Program ( ຫຼັກສູດ ສຳລັບຜູ້ບໍລິຫານ ເພື່ອຄວາມ ເປັນເລີດທາງດ້ານທຸລະກິດ ), ໃນວນທີ 11 ຫາ 23 ສິງຫາ 2018 ທີ່ ປະເທດ ເກົາຫຼີໃຕ້

– ອີງຕາມການຮ່ວມມືລະຫວ່າງສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ມະຫາວິທະຍາໄລ ຊັງຢອງ( SANGMYUNG UNIVERSITY ) ຂອງ ປະເທດ ເກົາຫຼີໃຕ້.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອຮັບຊາບວ່າ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ໃນນາມອົງການຈັດຕັ້ງ ຂອງພາກທຸລະກິດ ໄດ້ຮ່ວມມື ກັບ ມະຫາວິທະຍາໄລ ຊັງຢອງ ( SANGM YUNG UNIVERSITY ) ເຊີ່ງເປັນມະຫາວິທະຍາໄລ ທີ່ມືຊື່ສຽງ ອັນດັບຕົ້ນ ຂອງ ປະເທດເກົາຫຼີໃຕ້ ໃນດ້ານ ການບໍລິຫານທຸລະກິດ ແລະ ເສດຖະກິດ ຈະໄດ້ ເປີດການຝຶກອົບຮົມຫຼັກສູດ Super 100 Executive MBA ( ຫຼັກສູດ ສຳລັບຜູ້ບໍລິຫານ ເພື່ອຄວາມ ເປັນເລີດທາງດ້ານທຸລະກິດ ), ໃນວັນທີ 13 ຫາ 25 ສິງຫາ 2018 ທີ່ ປະເທດ ເກົາຫຼີໃຕ້, ມີລາຍລະອຽດດັ່ງນີ້:

1.ພາບລວມໂດຍຫຍໍ້ກ່ຽວກັບຫຼັກສູດ

The Super 100 Executive MBA (ຫຼັກສູດ ສຳລັບຜູ້ບໍລິຫານ ເພື່ອຄວາມເປັນເລີດທາງດ້ານທຸລະກິດ) ແມ່ນ ຫຼັກສູດ ທີອອກແບບ ເພື່ອ ຜູ້ບໍລິຫານ ແລະ ນັກທຸລະກິດຄົນລາວໂດຍສະເພາະ, ເຊີ່ງຈະເນັ້ນການປະຕິບັດຕົວຈີງ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈງ່າຍ ແລະ ສາມາດນຳໄປໃຊ້ໄດ້ຈີງ, ບັນຍາຍ ແລະ ມາແລກປ່ຽນຄວາມຮູ້, ປະສົບການ ໂດຍ ອາຈານ ທີ່ ມີຊື່ສຽງ ແລະ ເປັນທີ່ຍອມຮັບ ຈາກສາກົນ ເຊີ່ງ ຈະເຮັດໃຫ້ ທ່ານ ກາຍເປັນ ຜູູບໍລິຫານຢ່າງມືອາຊີບໃນເວລາອັນສັ້ນໄດ້ ໂດຍບໍ່ຈຳເປັນຕ້ອງ ມີຄວາມຮູ້ພື້ນຖານ ການບໍລິຫານທຸລະກິດ ຫຼື ທັກສະໃນດ້ານນີ້ມາກ່ອນ.

ນອກຈາກນີ້, ບັນດາທ່ານ ທີ່ເຂົ້າຮ່ວມຝຶກອົບຮົມ ຍັງ ຈະໄດ້ພົບປະກັບນັກທຸລະກິດ ທີ່ມີຊື່ສຽງ ແລະ ປະສົບຜົນສຳເລັດໃນການດຳເນີນທຸລະກິດ ແລະ ບຸກຄົນທີ່ມືຊື່ສຽງໃນວົງການ ຂອງ ປະເທດເກົາຫຼີໃຕ້ ເຊີ່ງ ຈະມາແລກປ່ຽນປະສົບການ ແລະ ປຶກສາຫາລືການຮ່ວມທຸລະກິດ ກັບ ບັນດານັກທຸລະກິດຂອງລາວ.

2.ເນື້ອໃນຂອງຫຼັກສູດ

ຫຼັກສູດ The Super 100 Executive MBA (ຫຼັກສູດ ສຳລັບຜູ້ບໍລິຫານ ເພື່ອຄວາມເປັນເລີດທາງດ້ານທຸລະກິດ) ປະກອບດ້ວຍ 3 ຫົວຂ້ຫຼັກດັ່ງນີ້ :​

  • Module 1. Essence of Management Strategy ( ຍຸດທະສາດແຫ່ງການບໍລິຫານ) ເຊີ່ງຈະຊ່ວຍໃຫ້ທ່ານ :ຍົກລະດັບຄວາມຮູ້ ແລະ ຄວາມສາມາດສຳລັບຜູ້ບໍລິຫານຄົນລາວໃນດ້ານການວາງແຜນທຸລະກິດ ເພື່ອໃຫ້ ແທດເໝາະກັບເສດຖະກິດ ຂອງ ລາວ ແລະ ສາມາດເຊື່ຶອມໂຍງກັບສາກົນໄດ້, ໂດຍຈະເນັ້ນໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຍຸດທະສາດແຫ່ງການບໍລິຫານ,ຍຸດທະສາດການຕະຫຼາດ ແລະ ຂໍ້ມູນຂ່າວສານດ້ານ ເຕັກໂນໂລຊີ.
  • Module 2. Management Innovation ( ນະວັດຕະກຳ ແຫ່ງການບໍລິການ) ຈະຊ່ວຍໃຫ້ທ່ານ :ເຂົ້າໃຈເຖີງການຫັນປ່ຽນດ້ານອຸດສະຫະກຳ ແລະຂັ້ນຕອນການສ້າງຍຸດທະສາດ ແລະ ນະວັດຕະກຳ, ພັດທະນາຄວາມອາດສາມາດ ຂອງ ຜູ້ເຂົ້າຮ່ວມໃນດ້ານການຫັນປ່ຽ ຂອງທຸລະກິດ ຈາກປະຖົມປະຖານ ສູ່ ການປັບປຸງ ທີ່ ທັນສະໄໝ.
  • Module 3. Creation of Global Value ( ການສ້າງເຄື່ອຂ່າຍດ້ານທຸລະກິດໃນ ຍຸກໂລກາພິວັດ) ຈະຊ່ວຍໃຫ້ທ່ານ :ພັດທະນາຄວາມຮູ້ ແລະ ຄວາມສາມາດ ທັກສະທາງການຕະຫຼາດ ໂດຍສະເພາະ ການສ້າງເຄື່ອຄ່າຍທຸລະກິດໃນຍຸກໂລກາພິວັດ ສຳລັບບັນດາປະເທດອາຊຽນ ສູ່ຕະຫຼາດໂລກ.

ຈຳນວນຜູ້ເຂົ້າຮ່ວມ ແລະ ຄ່າທຳນຽມ

ເປົາໝາຍຜູ້ເຂົ້າຮ່ວມ 30 ຄົນ ເທົ່ານັ້ນ

ຄ່າທຳນຽມ :

  • ຄ່າທຳນຽມ ລາຄາ KRW 3,600,000 ຫຼື ເທົ່າກັບ 3,400 ໂດລາ

( ລວມທັງຄ່າປີ້ຍົນໄປ-ກັບ, ທີ່ພັກໂຮງແຮມ 5ດາວ ໃນໃຈການເມືອງ, ອາຫານເຊົ້້າ+ທ່ຽງ )

 ———–ລາຍລະອຽດ ແລະເອກະສານປະກອບການຝຶກອົບຮົມ:———-

  • ໄລຍະຂອງການຝຶກອົລຮົມ ແມ່ນ 11-23 ສິງຫາ 2018, ທີ່ ມະຫາໄລ ຊັງຢອງ, ປະເທດ ເກົາຫຼີໃຕ້
  • ເອກະສານ ພາສາລາວ ແລະ ພາສາອັງກິດ;
  • ການບັນຍາຍເປັນພາສາເກົາຫຼີ, ອັງກິດ ເຊີ່ງ ຈະມີການແປເປັນພາສາລາວ;
  • ມີອາຫານຫວ່າງ ແລະ ອາຫານທ່ຽງໃຫ້ຜູ່ເຂົ້າຮ່ວມ;
  • ຜູ່ທີ່ເຂົ້າຮ່ວມຈະໄດ້ໃບປະກາສະນິຍະບັດ MBA.

******ລາຍລະອຽດຂອງການສະໝັກ*******

ກະລຸນາສົ່ງຟອມສະໝັກໃຫ້ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ກ່ອນວັນທີ 25 ກໍລະກົດ 2018.

ຜູ້ປະສານງານ:

  • ນາງ ວິລັກ ບຸດສະບາ 020 29804379, ອີເມວ vilack_lncci@hotmail.com,vilack_lncci@hotmail.com
  • ທ້າວ ພອນທິບ ຜ່ອນແລວົງ   020 7772 9842 ອີເມວ phonethip.p@lncci.la, phonelevong1987@yahoo.com

Enter your keyword