ຝຶກອົບຮົມ #BFLກ້າວໜ້າ ຄັ້ງທີ V ພາຍໃຕ້ຫົວຂໍ້ “ການສ້າງແຜນທຸລະກິດ ແລະ ການວາງແຜນທາງດ້ານການເງິນ”

ຝຶກອົບຮົມ #BFLກ້າວໜ້າ ຄັ້ງທີ V ພາຍໃຕ້ຫົວຂໍ້ “ການສ້າງແຜນທຸລະກິດ ແລະ ການວາງແຜນທາງດ້ານການເງິນ”

Start date: 17/01/2024 - End date: 19/01/2024

Time: 08.00-17.00

Location: ທະນາຄານ ລາວ-ຝຣັ່ງ ສໍານັກງານໃຫຍ່ - ຊັ້ນ 6

📈ເພີ່ມໂອກາດໃຫ້ທຸລະກິດຂອງທ່ານກ້າວສູ່ຄວາມສໍາເລັດ!

ທະນາຄານ ລາວ-ຝຣັ່ງ ມີຄວາມຍິນດີທີ່ຈະເຊີນທ່ານເຂົ້າຮ່ວມງານຝຶກອົບຮົມ #BFLກ້າວໜ້າ ຄັ້ງທີ V ພາຍໃຕ້ຫົວຂໍ້ “ການສ້າງແຜນທຸລະກິດ ແລະ ການວາງແຜນທາງດ້ານການເງິນ” ເຊິ່ງມີຈຸດປະສົງ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ຮູ້ຈັກວິທີວິເຄາະແຜນທຸລະກິດ ແລະ ສະຖານະທາງດ້ານການເງິນຂອງຕົນເອງໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດນໍາໃຊ້ໃນການດໍາເນີນທຸລະກິດຂອງຕົນເອງຢ່າງຄ່ອງຕົວ, ຫາທາງອອກໃຫ້ເໝາະສົມ ແລະ ກຽມການເຂົ້າຫາແຫຼ່ງທຶນກູ້ຢືມຕາມຄວາມສາມາດຂອງທຸລະກິດ.

ລາຍລະອຽດຂອງການຝຶກອົບຮົມ:

📅 ວັນທີ: 17 – 19 ມັງກອນ 2024

⏱ ເວລາ: 8.30 – 17.00

📌ສະຖານທີ່: ທະນາຄານ ລາວ-ຝຣັ່ງ ສໍານັກງານໃຫຍ່ – ຊັ້ນ 6 (ບ້ານ ຫັດສະດີ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ)

💸ຄ່າທໍານຽມ: 500,000 ກີບ / ຄົນ

*ການຝຶກອົບຮົມຈະດໍາເນີນເປັນພາສາລາວ

ຫົວຂໍ້ທີ່ຈະເວົ້າເຖິງມີຫຍັງແດ່?

🔵ພາກທີ 1: ການວາງແຜນທຸລະກິດ (ການຂຽນແຜນທຸລະກິດ; ສະພາບແວດລ້ອມຂອງທຸລະກິດ; ແຜນດໍາເນີນງານ; ແຜນຄຸ້ມຄອງບໍລິຫານ)

🔵 ພາກທີ 2: ການວາງແຜນທາງດ້ານການເງິນ (ແຜນການລົງທຶນ ແລະ ແຜນການປະກອບທຶນ; ຍອດເຫຼືອເງິນສົດ ແລະ ຊັບສິນຕ່າງໆ; ການຄາດຄະເນລາຍຈ່າຍ; ຜົນໄດ້ຮັບ ແລະ ຖານະການເງິນ; ການຄາດຄະເນກະແສເງິນສົດ)

✔️ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການຝຶກອົບຮົມ, ທ່ານສາມາດລົງທະບຽນດ້ວຍການສະແກນ QR ຫຼື ລິ້ງທີ່ຂ້າງລຸ່ມນີ້: https://forms.office.com/e/S2zXs7j3hK?origin=lprLink

ສໍາລັບຜູ້ທີ່ມີຄໍາຖາມເພີ່ມຕື່ມສໍາລັບການຝຶກອົບຮົມ, ທ່ານສາມາດຕິດຕໍ່ຫາທີມງານຂອງພວກເຮົາໄດ້ທີ່: 021 285 444 ຫຼື contact@bfl.la

Enter your keyword