ເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລື ພາກທຸລະກິດ ຂະແໜງກະສິກໍາ.

ເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລື ພາກທຸລະກິດ ຂະແໜງກະສິກໍາ.

Date: 01/11/2022

Time: 08.30-12.00

Location: ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລື ພາກທຸລະກິດ ຂະແໜງກະສິກໍາ.

ເພື່ອເປັນການລາຍງານຜົນຂອງ ກອງປະຊຸມທຸລະກິດລາວໃນຄັ້ງທີ່ຜ່ານມາ ໃຫ້ແກ່ພາກທຸລະກິດຊາບ ແລະ ເພື່ອເປີດໂອກາດໃນການນຳສະເໜີບັນຫາໃໝ່ ທີ່ເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຂອງທ່ານ ພ້ອມດ້ວຍວິທີແກ້ໄຂໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ໂດຍຜ່ານກົນໄກກອງປະຊຸມທຸລະກິດລາວ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃນນາມກອງເລຂາກອງປະຊຸມທຸລະກິດລາວ (LBF) ຂໍຖືເປັນກຽດ ເຊີນ ທ່ານ ເຂົ້າຮ່ວມກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງກະສິກໍາ ໃນວັນທີ 01 / 11 / 2022, ເວລາ: 08:30 ຫາ 12:00 ໂມງ ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.
ກະລຸນາແຈ້ງການເຂົ້າຮ່ວມກອງປະຊຸມຂອງ ທ່ານ ມາຍັງກອງເລຂາກອງປະຊຸມທຸລະກິດລາວ ນາງ ທະນາທິບ 020 54043603, ຫຼື ນາງ ຕຸ້ມຄໍາ 02052294423 toumkham.k@laosaft.org ກ່ອນວັນທີ 31/10/2022.

Enter your keyword