ຫຼັກສູດຝຶກອົບຮົມ ຫົວຂໍ້ ການຫັນປ່ຽນຮູບແບບທຸລະກິດ

ຫຼັກສູດຝຶກອົບຮົມ ຫົວຂໍ້ ການຫັນປ່ຽນຮູບແບບທຸລະກິດ

Date: 04/02/2021

Time: 13.30-16.30

Location: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ສະບາຍດີ MSME Clinic ພູມໃຈນຳສະເໜີ ຫຼັກສູດຝຶກອົບຮົມ ຫົວຂໍ້ ການຫັນປ່ຽນຮູບແບບທຸລະກິດ. ການຝຶກອົບຮົມນີ້ແມ່ນຈະພາບັນດາທ່ານໄປພົບກັບເຄື່ອງມືວິເຄາະຄົ້ນຫາບັນຫາ ແລະ ຊອກຫາຂຸດຄົ້ນໂອກາດຄວາມເປັນໄປໄດ້ໃຫມ່ຂອງອົງກອນທຸລະກິດຂອງທ່ານ ທ່ານເປັນໄດ້ຫລາຍກວ່າທີ່ທ່ານເຄີຍເປັນ ແລະ ທີ່ທ່ານເຄິຍເຫັນ. ພາກທິດສະດີ ຂອງ Business Model Canvas ແລະ Innovation Canvas ພ້ອມທັງຕົວຢ່າງຈາກແຫລ່ງຕ່າງໆ​ຈະພາໃຫ້ທ່ານໄດ້ສະທ້ອນ ແຍງເບິ່ງ ສະທ້ອນຄືນຫາທຸລະກິດຂອງຕົນເອງວ່າກ້າວຕໍ່ໄປຂອງທ່ານຄວນປັບໂຕຄືແນວໃດແດ່.
Innovation Pyramid -ເຄື່ອງມືສ້າງຄວາມຄິດໃຫມ່ໆ
– ເປັນເຄື່ອງມືໃນການຊ່ວຍຜູ້ນຳ, ພະນັກງານແລະທຸລະກິດຂອງພວກເຂົາໃຫ້ມີຄວາມສາມາດໃນດ້ານນະວັດຕະກຳເພີ່ມຂຶ້ນ.
– ເປັນເຄື່ອງມືໃນການພັດທະນາພາສາທີ່ໃຊ້ເຂົ້າໃຈກັນ, ຄວາມເຂົ້າໃຈຮ່ວມກັນແລະການປະຕິບັດໂຕຈິງຮ່ວມກັນກ່ຽວກັບນະວັດຕະກຳ.
– ເປັນທັງເຄື່ອງມືຍຸດທະສາດແລະຂະບວນການທີ່ມ່ວນໃນການທ້າທາຍທຸລະກິດໃຫ້ມີຄວາມຝັນທີ່ຍິ່ງໃຫຍ່, ຂັບເຄື່ອນການປ່ຽນແປງ ແລະ ສ້າງໃຫ້ນະວັດຕະກຳເກີດຂື້ນ.
– ເປັນເຄື່ອງມືທີ່ມີພາບຊັດເຈນ, ສະນັ້ນຈຶ່ງສາມາດຊ່ວຍໃຫ້ທຸລະກິດມີນະວັດຕະກໍາໃນການສ້າງນະວັດຕະກໍາ.

ການຝຶກອົບຮົມຈະຈັດຂຶ້ນໃນວັນທີ 04/02/2021 (ວັນພະຫັດ) ເວລາ 13:30 – 16: 30. ສະຖານທີ່: ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ Laos SME Service Center.

ຄ່າລົງທະບຽນ: 50.000 ກີບ/ທ່ານ

ພິເສດ: ສຳລັບສູນ SSC ປະຈຳແຂວງ ແມ່ນເຂົ້າຮ່ວມຟຣີ
ທ່ານໃດສົນໃຈ ສາມາດລົງທະບຽນ ຫຼື ສອບຖາມຂໍ້ມູນເພີ່ມ: ໂທ/ວັອດແອັບ 020 5223 1575 ຫຼື 021 416 266-7

Enter your keyword