ງານສຳມະນາ ໃນຫົວຂໍ້: ” ການພັດທະນາຄວາມເປັນຜູ້ນຳໃນການບໍລິຫານທຸລະກິດ “

ງານສຳມະນາ ໃນຫົວຂໍ້: ” ການພັດທະນາຄວາມເປັນຜູ້ນຳໃນການບໍລິຫານທຸລະກິດ “

Date: 06/08/2019

Time: 8.30-16.00

Location: ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ

Download Registration Form: http://bit.ly/2Gr6fZS

ຮຽນ: ທ່ານ ອຳນວຍການບໍລິສັດ ແລະ ສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທີ່ນັບຖື.
ເລື່ອງ: ເຊີນທ່ານເຂົ້າຮ່ວມງານສຳມະນາ ໃນຫົວຂໍ້ ການພັດທະນາຄວາມເປັນຜູ້ນຳໃນການບໍລິຫານທຸລະກິດ((BLD) Programme).

– ອີງຕາມດຳລັດ ສະບັບເລກທີ 316/ນຍ, ລົງວັນທີ 20 ພະຈິກ 2009 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
– ອີງຕາມແຜນການຮ່ວມມື ລະຫວ່າງ ສະຖາບັນວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມ ກັບ ສະພາການຄ້າ ແລະອຸ ດສາຫະກຳແຫ່ງຊາດລາວ.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບຫ້ອງການກະຊວງພາຍໃນ ຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມງານສຳມະນາ ໃນຫົວຂໍ້ ການພັດທະນາຄວາມເປັນຜູ້ນຳໃນການບໍລິຫານທຸລະກິດ(Business Leadership Development (BLD) Programme).

ບັນຍາຍ ແລະ ຖ່າຍທອດບົດຮຽນໂດຍ :

• ທ່ານ ຟຣານຊິດສ໌ ແທນ (Francis Tan), ຊ່ຽວຊານ ທີ່ປຶກສາດ້ານການຝຶກອົບຮົມ, ພັດທະນາອົງກອນ, ການສ້າງທີມງານ, ທັກສະການສື່ສານ ແລະ ມະນຸດສຳພັນ, ການສ້າງໂປຣໄຟລ໌ ແລະ ການສ້າງບຸກຄະລິກກະພາບ. ທ່ານ ມີປະສົບການໃນການຈັດສຳມະນາກ່ຽວກັບ ຍຸດທະສາດການວາງແຜນ, ການພັດທະນາທຸລະກິດ, ການບໍລິຫານຄວາມແຕກຕ່າງ, ການສ້າງວັດທະນາທຳ ແລະ ຄຸນຄ່າ, ການບໍລິຫານການປ່ຽນແປງ.

ທ່ານ ຟຣານຊິດສ໌ ຍັງເຄີຍຮ່ວມງານກັບ ສະມາຄົມຝຶກອົບຮົມ ແລະ ພັດທະນາຂອງສິງກະໂປ ພາຍໃຕ້ຕຳແໜ່ງອຳນວຍການຝ່າຍການພັດທະນາທຸລະກິດ, ແລະ ເປັນທີ່ປຶກສາອາວຸໂສໃນຝ່າຍ ຂໍ້ມູນຂ່າວສານ, ປະກັນໄພ, ທຸລະກິດ ແລະ ຊັບພະຍາກອນມະນຸດ ກັບບໍລິສັດທີ່ປຶກສາ Coopers & Lybrand and Ernst & Whinney.

ຫົວຂໍ້ ຂອງການສຳມະນາ:

• ຄວາມແຕກຕ່າງໃນອົງການຈັດຕັ້ງ.
• ແບບແຜນການຮ່ວມມືພາຍໃຕ້ຕົວແບບສ້າງສັນ.
• ການເຊື່ອມໂຍງແນວຄິດການຮ່ວມມື, ການມີສ່ວນຮ່ວມ, ການແບ່ງປັນ ແລະ ການຈັດຕັ້ງປະຕິບັດ.
• ແນວຄິດສ້າງສັນ ແລະ ການສົນທະນາແບບສ້າງສັນ.
• ການປະເມີນຄວາມຕ້ອງການໃນການຝຶກອົບຮົມສຳລັບອົງການຈັດຕັ້ງ.

ຜູ້ເຂົ້າຮ່ວມສຳມະນາ ຈະໄດ້ຮຽນຮູ້:

• ຮຽນຮູ້ວິທີການສ້າງເອກະລັກ ແລະ ແບບແຜນວິທີເຮັດວຽກຂອງອົງການຈັດຕັ້ງຜ່ານຄວາມຄິດສ້າງສັນ ແລະ ການຮ່ວມມື, ໂດຍນຳໃຊ້ LEGO® SERIOUS PLAY.
• ຮັບຮູ້ແນວຄວາມຄິດສ້າງສັນຢ່າງເລິກເຊິ່ງ ແລະ ນຳໃຊ້ຕົວແບບການຮ່ວມມື ເພື່ອແກ້ໄຂບັນຫາ.
• ມີສ່ວນຮ່ວມໃນບົດສົນທະນາທີ່ມີຄວາມໝາຍສຳຄັນ “World Café” ໂດຍເນັ້ນໃສ່ສິ່ງທີ່ມີຄຸນຄ່າ ແລະ ຈໍາເປັນຕໍ່ການພັດທະນາ ຕົນເອງ ແລະ ອົງການຈັດຕັ້ງ.

ເປົ້າໝາຍຜູ້ເຂົ້າຮ່ວມຝຶກອົບຮົມ:

• ຜູ້ບໍລິຫານ, ຜູ້ຈັດການທົ່ວໄປ, ຫົວໜ້າໜ່ວຍງານ / ຄຸມສາຍງານ, ຜູ້ຈັດການຝ່າຍບຸກຄະລາກອນ ແລະ ບຸກຄົນທົ່ວໄປທີ່ມີຄວາມສົນໃຈການພັດທະນາ ການເປັນຜູ້ນຳ.

ຮູບແບບການສຳມະນາ:
• ມີເອກະສານປະກອບການສຳມະນາ.
• ການບັນຍາຍ ເປັນພາສາອັງກິດ ແປເປັນພາສາລາວ.

ໄລຍະເວລາ ແລະ ສະຖານທີ່:

• ວັນທີ 06 ສິງຫາ, 2019 (ວັນອັງຄານ)
• ເວລາ 08:30 – 16:00 ໂມງ
• ໂຮງແຮມ ຄຣາວ ພລາຊາ, ວຽງຈັນ (Crown Plaza Hotel)

ຄ່າລົງທະບຽນ:
• 60 ໂດລາ US ຕໍ່ 01ຄົນ (ລວມອາຫານຫວ່າງ 02 ຄາບ ແລະ ອາຫານທ່ຽງ)
ທ່ານສາມາດຊຳລະເປັນເງິນສົດ ຫຼື ໂອນເຂົ້າເລກບັນຊີ 070-12-01-00896704-001
ຊື່ບັນຊີ ATTANAKHONE VONGSANA MR

ກະລຸນາສົ່ງແບບຟອມສະໝັກ ໃຫ້ກອງເລຂາ ກ່ອນວັນທີ 02 ສິງຫາ 2019, ສອບຖາມຂໍ້ມູນເພີ່ມ ຕິດຕໍ່:
ທ່ານ ອັດຕະນະຄອນ ວົງຊະນະ 020 2221 6681, ທ່ານ ອຳພົນ ວິພົງໄຊ 020 5959 9977 ແລະ ນາງ ຄອນສະຫວັນ 020 55261789.

ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ເພື່ອພິຈາລະນເຂົ້າຮ່ວມ ຕາມທາງຄວນດ້ວຍ.

Enter your keyword