ງານສຳມະນາ: “ການດູແລສຸຂະພາບ ແບບບູລະນາການ”

ງານສຳມະນາ: “ການດູແລສຸຂະພາບ ແບບບູລະນາການ”

Date: 04/09/2019

Time: 12.30-16.00

Location: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

Download Registration Form: http://bit.ly/343T4bl
ຮຽນ: ທ່ານ ຜູ້ອຳນວຍການ ບໍລິສັດ ແລະ ສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທີ່ນັບຖື.
ເລື່ອງ: ເຊີນທ່ານເຂົ້າຮ່ວມງານ “ການດູແລສຸຂະພາບ ແບບບູລະນາການ” ໃນວັນທີ 04 ກັນຍາ 2019, ທີ່ ສຄອຊ.

– ອີງຕາມດຳລັດ ສະບັບເລກທີ 316/ນຍ, ລົງວັນທີ 20 ພະຈິກ 2009 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
– ອີງຕາມໜັງສືສະເໜີຂອງບໍລິສັດ ວຽງທອງການຢາ ສະບັບເລກທີ 1774/ວທກ, ລົງວັນທີ 06 ສິງຫາ 2019.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຮ່ວມກັບບໍລິສັດວຽງທອງການຢາ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມງານສຳມະນາ “ການດູແລສຸຂະພາບ ແບບບູລະນາການ” ໃນວັນທີ 04 ກັນຍາ 2019, ເວລາ 12:30 – 16:00 ໂມງ ທີ່ ຫ້ອງການ ສຄອຊ.

ພາຍໃນງານຜູ້ເຂົ້່າຮ່ວມຈະໄດ້ພົບກັບ ບູ໊ດວາງສະແດງຜະລິດຕະພັນ, ສິນຄ້າ ບຳລຸງສຸຂະພາບ, ກິດຈະກຳສົ່ງເສີມສຸຂະພາບ ພ້ອມທັງໄດ້ຮັບການບໍລິການພິເສດ ດັ່ງນີ້:

1. ເຜີຍແຜ່ຄວາມຮູ້ກ່ຽວກັບການເບີ່ງແຍງ ສຸຂະພາບແບບບູລະນາການ
2. ກວດເຊັກສຸຂະພາເບື້ອງຕົ້ນ (ໂດຍບໍ່ເສຍຄ່າ)
3. ກວດກາຍະພາບ, ຮັກສາ, ອາການເຈັບປວດຂອງ ຂໍ່, ຫຼັງ ແລະ ກ້າມເນື້ອ.
4. ຮັບຄຳປຶກສາຈາກແພດຜູ້ຊ່ຽວຊານ.
5. ຮັບສ່ວນຫຼຸດພິເສດຈາກການຊື້ສິນຄ້າພາຍໃນງານ.

ໂດຍການນຳສະເໜີ ແລະໃຫ້ຄວາມຮູ້ ຈາກແພດຜູ້ຊ່ຽວຊານ ບໍລິສັດວຽງທອງການຢາ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ສູນການແພດ ແອັນໂຊລູດ ແຮ້ວ ແຫ່ງປະເທດໄທ.

ດັ່ງນັ້ນ, ຈຶ່ງແຈ້ງເຊີນມາຍັງທ່ານ ເພື່ອພິຈາລະນເຂົ້າຮ່ວມ ຕາມທາງຄວນດ້ວຍ.

ສອບຖາມຂໍ້ມູນເພີ່ມ ຕິດຕໍ່:
ທ່ານ ເຣວັດ ເສນຈັນທິໄຊ 020 5650 8558
ນາງ ຄອນສະຫວັນ 020 5526 1789

Enter your keyword