ສຳມະນາໃນ ຫົວຂໍ້ “ສຸຂະພາບ ແລະ ຄວາມປອດໄພ ຂອງແຮງງານໃນສະຖານທີ່ເຮັດວຽກ”

ສຳມະນາໃນ ຫົວຂໍ້ “ສຸຂະພາບ ແລະ ຄວາມປອດໄພ ຂອງແຮງງານໃນສະຖານທີ່ເຮັດວຽກ”

Date: 24/07/2019

Time: 13.00-16.00

Location: ສູນການຄ້າລາວ-ໄອເຕັກ(ຕຶກເກົ່າ)

Download Document:  http://bit.ly/2Mhk29b

ຮຽນ: ທ່ານ ຜູ້ອຳນວຍການບໍລິສັດ ສະມາຊິກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ເລື່ອງ: ເຊີນ ທ່ານເພື່ອເຂົ້້າຮ່ວມສຳມະນາໃນ ຫົວຂໍ້ “ສຸຂະພາບ ແລະ ຄວາມປອດໄພແຮງງານ ໃນສະຖານທີ່ເຮັດວຽກ” ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 24/07/2019, ເວລາ 13:00-16:00 ທີ່ ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ).
– ອີງຕາມແຜນການຝຶກອົບຮົມຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI).
ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ໃນນາມຕ່າງໜ້າພາກທຸລະກິດ ແລະ ຕ່າງໜ້າຜູ່ໃຊ້ແຮງງານ ຂໍຖືເປັນກຽດຮຽນເຊີນ ທ່ານ ເຂົ້້າຮ່ວມສຳມະນາໃນ ຫົວຂໍ້ “ສຸຂະພາບ ແລະ ຄວາມປອດໄພ ຂອງແຮງງານໃນສະຖານທີ່ເຮັດວຽກ” ຜູ້ບັນຍາຍປະສົບການ ໃນຂົງເຂດອຸດສາຫະກຳ, ຂະແໜງການ ບໍ່ແຮ່ ແລະ ພະລັງງານໄຟຟ້າ, ຄວາມສາມາດໃນການບໍລິຫານຈັດການອຸປະກອນການຜະລິດ ແລະ ການບໍລິຫານຄວາມປອດໄພໃນສະຖານທີ່ເຮັດວຽກ. (ຊຶ່ງໄດ້ເລື່ອນມາຈາກຄັ້ງວັນທີ 15/05/2019 ທີ່ສູນການຄ້າ ລາວ-ໄອເຕັກ).
1. ຈຸດປະສົງ:
ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ດ້ານວຽກງານດ້ານສຸຂະພາບ ແລະ ຄວາມປອດໄພ ໃນສະ ຖານທີ່ເຮັດວຽກ ແລະ ແລກປ່ຽນປະສົບການ, ເພື່ອເຮັດໃຫ້ວຽກມີປະສິດທິພາບສູງ ແລະ ໃຫ້ໄດ້ຕາມມາດຕະ ຖານຂອງສາກົນ ມີຄວາມເຂັ້ມແຂງສາມາດຍົກສູງຄຸນນະພາບຂອງຜະລິດຕະພັນ.
2. ເງື່ອນໄຂຜູ້ສະໝັກ:
ຄະນະອໍານວຍການ, ຜູ້ຈັດການ, ຫົວໜ້າໜວ່ຍງານຝ່າຍບຸກຄະລາກອນ, ຫົວໜ້າໜ່ວຍງານສຸຂະ ພາບ ແລະ ຄວາມປອດໄພຂອງແຮງງານ ລວມທັງບຸກຄົນທົ່ວໄປທີ່ສົນໃຈ.
3. ເວລາ ແລະ ສະຖານທີ່:  ໃນວັນທີ 24/07/2019, ເວລາ 13:00-16:00 ທີ່ສູນການຄ້າ ລາວໄອເຕັກ (ຕຶກເກົ່າ).
ໝາຍເຫດ: ກະລຸນາສົ່ງແບບຟອມສະໝັກ ມາຍັງ ສຄອ ແຫ່ງຊາດລາວ ບໍ່ໃຫ້ກາຍ ວັນທີ 19/07/2019 ສອບຖາມຂໍ້ມູນເພີ່ມເຕີມ ຕິດຕໍ່ ພະແນກພັດທະນາແວດລ້ອມທຸລະກິດ ແລະ ຕາງຫນ້າຜູ້ໃຊ້ແຮງງານ ໂທ: ທ່ານ ນາງ ແກ້ວມະນີວອນ 020 28140797, ທ່ານ ສຸກພູສອນ 020 52577217, ທ່ານ ຄຳສອນ 020 55946471, Email: lnccieba2005@gmail.com, Fax: 021 715070

ດັ່ງນັ້ນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈຶ່ງຂໍຮຽນເຊີນມາຍັງ ທ່ານ ເພື່ອພິຈາລະ ນາເຂົ້າຮ່ວມສຳມະນາທີ່ສຳຄັນໃນຄັ້ງນີ້ດ້ວຍ.
ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ

Enter your keyword