ຫຼັກສູດຝຶກອົບຮົມ ຫົວຂໍ້: ” ການເລີ່ມຕົ້ນນຳໃຊ້ເຄື່ອງມືດ້ານໄອທີ ເພື່ອຫັນທຸລະກິດເຂົ້າສູ່ຍຸກດິຈິຕອນ “

ຫຼັກສູດຝຶກອົບຮົມ ຫົວຂໍ້: ” ການເລີ່ມຕົ້ນນຳໃຊ້ເຄື່ອງມືດ້ານໄອທີ ເພື່ອຫັນທຸລະກິດເຂົ້າສູ່ຍຸກດິຈິຕອນ “

Date: 26/02/2021

Time: 13.30-16.30

Location: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ສະບາຍດີ MSME Clinic ພູມໃຈນຳສະເໜີຫຼັກສູດຝຶກອົບຮົມ ຫົວຂໍ້: ” ການເລີ່ມຕົ້ນນຳໃຊ້ເຄື່ອງມືດ້ານໄອທີ ເພື່ອຫັນທຸລະກິດເຂົ້າສູ່ຍຸກດິຈິຕອນ “. ໂດຍຫຼັກສູດນີ້ຈະແນະນຳ ນັກທຸລະກິດທີ່ກຳລັງເລີ່ມທຸລະກິດ ຫລືດຳເນີນການໄປແລ້ວ ແລະຕ້ອງການໃຊ້ເຄື່ອງມືດ້ານໄອທີ ເຂົ້າມາຊ່ອຍໃນການບໍລິຫານວຽກ ຊ່ອຍຫລຸດຄວາມສັບສົນຂອງຂໍ້ມູນ ແລະປະຢັດຄ່າໃຊ້ຈ່າຍ ໂດຍຈະແນະນຳພື້ນຖານ ແລະເຄື່ອງມືທີ່ສາມາດເລີ່ມຕົ້ນນຳໃຊ້ໄດ້ໂດຍບໍ່ມີຄ່າໃຊ້ຈ່າຍເຊັ່ນ: ການຈັດການເອກະສານ, ການຈັດການລູກຄ້າ, ການຈັດການຫນ້າວຽກ, ເຄື່ອງໃນການສື່ສານ. ນອກນັ້ນ ເພື່ອໃຫ້ການຫັນສູ່ດິຈິຕອນຂອງທຸລະກິດ ບໍ່ເກີດບັນຫາໂດຍສະເພາະດ້ານຄວາມປອດໄພຂອງຂໍ້ມູນລູກຄ້າ, ຂໍ້ມູນການເງິນ ທີ່ອາດກະທົບຕໍ່ທຸລະກິດ ຈະໄດ້ມີການແນະນຳພື້ນຖານການປ້ອງກັນໂຕບໍ່ໃຫ້ຖືກແຮັກຂໍ້ມູນ.

ການຝຶກອົບຮົມຈະຈັດຂຶ້ນໃນວັນທີ 26/02/2021 (ວັນສຸກ) ເວລາ 13:30 – 16:30.

ສະຖານທີ່: ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ Laos SME Service Center.

ຄ່າທຳນຽມການເຂົ້າຮ່ວມຝຶກອົບຮົມ 50,000 ກີບ/ທ່ານ.

ທ່ານໃດສົນໃຈ ສາມາດລົງທະບຽນ ຫຼື ສອບຖາມຂໍ້ມູນເພີ່ມ: ໂທ/ວັອດແອັບ 020 5223 1575 ຫຼື 021 416 266-7

Enter your keyword