Introduction to Safety Basic Assessor for Laos

Introduction to Safety Basic Assessor for Laos

Date: 31/08/2021

Time: 9.00 - 12.00

Location: Lao National Chamber of Commerce and Industry

ຂໍເຊີນ ທ່ານຜູ້ອຳນວຍ ບໍລິສັດ, ໂຮງງານ ແລະ ສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ນັບຖື.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ສະມາຄົມສົ່ງເສີມດ້ານວິຊາການ ເພື່ອການຮ່ວມມືແບບຍືນຍົງຂອງປະເທດຍີ່ປຸ່ນ ປະຈໍາບາງກອກ (AOTS) ຂໍຖືເປັນກຽດຮຽນເຊີນມາຍັງທ່ານຜູ້ອໍານວຍການ
ເພື່ອຄັດເລືອກພະນັກງານຂອງທ່ານເຂົ້າຮ່ວມສຳມະນາໃນຫົວຂໍ້ Introduction to safety basic assessor for Laos

ບັນຍາຍໂດຍອາຈານທີ່ມີປະສົບການຈາກປະເທດໄທເຊິ່ງຈະໄດ້ລົງເລິກກ່ຽວກັບການນຳໃຊ້ເຄື່ອງຈັກແບບປອດໄພໃນລະດັບມາດຕະຖານສາກົນ.

To Learn and Understand about the Basics of Machinery Safety

1) Why safety first? (Safety Awareness)

2) International standards

3) The structure of safety standards in the field of machinery

4) Risk assessment and risk reduction (ISO12100)

5) Guards and Protective Devices (Guard, Safety Light Curtain, Safety Laser Scanner, Enabling Switch) etc

ຮູບແບບການສຳມະນາ:

ບັນຍາຍໂດຍ ທ່ານ ພູຣິນ ຄູນມົງຄົນ (Mr. Phurin KHOONMONGKOL) ທີ່ປຶກສາດ້ານອຸດສາຫະກຳ ຈາກສະມາຄົມສົ່ງເສີມເຕັກໂນໂລຊີ (ໄທ-ຍີ່ປຸ່ນ), ເຊິ່ງມີປະສົບການໃນການເຮັດວຽກໃຫ້ບໍລິສັດຍີ່ປຸ່ນໃນປະເທດໄທ 12 ປີ ແລະ ຍັງເປັນທີ່ປຶກສາດ້ານອຸດສາຫະກຳ 13 ປີ.

ການບັນຍາຍ ແລະ ເອກະສານປະກອບການສຳມະນາ ເປັນພາສາໄທ.

ກຳນົດເວລາ ແລະ ສະຖານທີ່:

ວັນອັງຄານ ທີ 31 ສິງຫາ 2021
ເວລາ 09:00 – 12:00 ໂມງ
ທີ່ ຫ້ອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ນະຄອນຫຼວງວຽງຈັນ.

ກະລຸນາສົ່ງແບບຟອມສະໝັກໃຫ້ພະແນກພັດທະນາຜູ້ປະກອບການ ແລະ ກິດຈະການຕາງໜ້າຜູ້ໃຊ້ແຮງງານ ກ່ອນ ວັນພະຫັດ, ວັນທີ 05 ສິງຫາ 2021. ຜູ້ສະໝັກທີ່ສົ່ງຟອມຕາມກຳນົດເວລາເທົ່ານັ້ນຈະຖືກພິຈາລະນາການເຂົ້າຮ່ວມສຳມະນາ.

ສຳລັບທ່ານທີ່ສົນໃຈເຂົ້າຮ່ວມກະລຸນາຕິດຕໍ່ຫາ:

ທ່ານ ຄຳສອນ, ເບີໂທ 020 55946471; ອີເມວ: khamsonesili@gmail.com

ທ່ານ ນາງ ຄອນສະຫວັນ 020 55261789; ອີເມວ: khonesavanh.c@lncci.la

Enter your keyword